1 ປີ 10 ເດືອນ ສາມາດມ້າງຄະດີຢາເສບຕິດໄດ້ 7,000 ກວ່າເລື່ອງ ຢືດຢາບ້າ 279 ລ້ານກວ່າເມັດ

ພົທ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຮອງປະທານຄະນະກໍາມະການແກ້ໄຂບັນຫາຢາເສບຕິດລະດັບຊາດ ຜູ້ປະຈໍາການ ໄດ້ລາຍງານຕໍ່ກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ປີ 2024-2025 ແລະ ວາງທິດທາງແຜນການປີ 2026-2027 ຂອງຄະນະກໍາມະການແກ້ໄຂບັນຫາຢາເສບຕິດລະດັບຊາດ ວັນທີ 17 ພະຈິກ 2025 ນີ້ວ່າ: ຕະຫຼອດໄລຍະ 1 ປີ 10 ເດືອນ ( 2024- ເດືອນ ພະຈິກ 2025 ) ຄະນະພັກ-ຄະນະນໍາແຕ່ລະຂັນທັງສູນກາງ ກໍຄືອົງການປົກຄອງທ້ອງຖິ່ນ ໄດ້ເພີ່ມຄວາມຮັບຜິດຊອບຂອງຕົນ ໃນການສຶກສາອົບຮົມພະນັກງານ, ລັດຖະກອນ, ນັກຮຽນ-ນັກສຶກສາ, ປະຊາຊົນບັນດາເຜົ່າໃນທົ່ວປະເທດ ຍົກສູງສະຕິເຄົາລົບກົດໝາຍ, ເຫັນໄດ້ພິດໄພຜົນຮ້າຍຄວາມເປັນອັນຕະລາຍຂອງຢາເສບຕິດ ໂດຍໄດ້ລົງໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດ 559 ຄັ້ງ, ມີຜູ້ເຂົ້າຮ່ວມຮັບຟັງ 95.810 ຄົນ, ຕິດຕັ້ງປ້າຍ 235 ປ້າຍ, ທາງໂທລະພາບ ປກສ ໄດ້ນໍາເອົາ ການເຄື່ອນໄຫວວຽກງານຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ອອກອາກາດທາງ ໂທລະພາບ, ວິທະຍຸ, ສື່ອອນລາຍຕ່າງໆ ໄດ້ 4.457 ຄັ້ງ, ຈັດພິທີຈູດທໍາລາຍຢາເສບຕິດ 18 ຄັ້ງ, ສ້າງລະຄອນສັ້ນ 10 ເລື່ອງ, ພີມແຜນພັບ/ປົດສະເຕີ 33.090 ແຜນ, ວາງສະແດງຜົນຮ້າຍຂອງ ຢາເສບຕິດ 19 ຄັ້ງ ແລະ ຍ້ອງຍໍຕໍ່ຜູ້ທີ່ມີຜົນງານໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ແຕ່ປີ 2021-2025 ເຊິ່ງປະກອບມີ: ຫຼຽນກາ ປກສ ຈໍານວນ 5.654 ໜ່ວຍ ແລະ ໃບຍ້ອງຍໍປະເພດ ຕ່າງໆ ຈໍານວນ 19.143 ໃບ; ໄດ້ເປີດຂະບວນການແຂ່ງຂັນເພງຮ້ອງ, ກອນຂັບ-ລໍາ ແລະ ລະຄອນສັ້ນ ໄດ້ກວດກາເນື້ອໃນທັງ ໝົດ 3 ຮອບ ປະກອບມີ: 47 ບົດເພງ, ກອນຂັບ-ລໍາ 22 ບົດ, ລະຄອນສັນ 19 ເລື່ອງ. ໃນຮອບຊີງຊະນະເລີດ ແມ່ນໄດ້ຄັດເລືອກເອົາ 12 ບົດເພງ, ກອນຂັບ-ລໍາ 10 ບົດ, ລະຄອນສັ້ນ 5 ເລື່ອງ ເຊິ່ງໄດ້ຈັດຂຶ້ນທີ່ຫໍວັດທະນະທໍາແຫ່ງຊາດ ແລະ ມີມວນຊົນເຂົ້າຮ່ວມທັງໝົດ 768 ທ່ານ.

ໃນຂອບເຂດທົ່ວປະເທດ ສາມາດມ້າງຄະດີຢາເສບຕິດ ໄດ້ທັງໝົດ 7.115 ເລື່ອງ, ຈັບຜູ້ຖືກຫາ 10,856 ຄົນ ຍິງ 1.031 ຄົນ, ຄົນຕ່າງ ປະເທດ 479 ຄົນ, ຍຶດເຮໂຣອິນ ໄດ້ 708 ກິໂລກຣາມ, ຢາບ້າ 279,804,933 ເມັດ, ຢາໄອສ໌ 7,520 ກິໂລກຣາມ, ຝິ່ນ 168 ກິໂລກຣາມ, ຄັນຊາ 4,136 ກິໂລກຣາມ, ເຄຕາມິນ 3,139 ກິໂລກຣາມ, ຢາອີ 7,490 ເມັດ, ແປ້ງຝຸ່ນ 46,020 ກິໂລກຣາມ, ນໍ້າຢາສານເຄມີ 1,006 ຖັງ, ໂຄເຄນ 1 ກິໂລ ກຣາມ, ຍືດລົດໃຫຍ່ 195 ຄັນ, ລົດຈັກ 1,063 ຄັນ, ປີ້ນ 82 ກະບອກ, ໝາກແຕກ 12 ໜ່ວຍ.

ປີ 2025 ໄດ້ຈັດພິທີຈູດທໍາລາຍຢາເສບຕິດ ເນື່ອງໃນວັນສາກົນຕ້ານຢາເສບຕິດ ຄົບ ຮອບ 38 ປີ, ເປີດສູນບໍາບັດປິ່ນປົວ ແລະ ຝຶກອົບຮົມວິຊາຊີບຜູ້ຕິດຢາເສບຕິດ ໄດ້ເພີ່ມອີກ 1 ແຫ່ງ ທີ່ແຂວງສາລະວັນ, ປັດຈຸບັນທົ່ວປະເທດ ມີສູນບໍາບັດປິ່ນປົວຜູ້ຕິດຢາເສບຕິດ 15 ແຫ່ງ; ນອກນີ້, ລັດຖະບານ ສສ ຫວຽດນາມ ໄດ້ໃຫ້ການຊ່ວຍເຫຼທອກໍ່ສ້າງສູນບໍາບັດຜູ້ຕິດຢາເສບຕິດ 1 ແຫ່ງ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ສາມາດບັນຈຸໄດ້ 500 ກວ່າຄົນ; ນອກນັ້ນ, ຍັງມີໂຄງການປູກພືດ ແລະ ລ້ຽງສັດ ທົນແທນການປູກຝິ່ນຢູ່ 7 ແຂວງພາກເໜຶ່ອ ແລະ ພາກກາງ, ປະຊາຊົນໄດ້ຮັບຜົນປະໂຫຍດ 1.440 ບ້ານ ມີ 58.185 ຄອບຄົວ. ພ້ອມນີ້ ຍັງໄດ້ລົງສໍາຫຼວດເນື້ອທີ່ລັກລອບປູກຝິ່ນ ປີ 2024-2025 ຢູ່ 9 ແຂວງພາກເໜືອ ແລະ ພາກກາງ, ກວດພົບເນື້ອທີ່ລັກລອບປູກຝິ່ນ 5.831 ຮຕ, ທໍາລາຍໄດ້ 126 ຮຕ ແລະ ສືບຕໍ່ທໍາລາຍສານເຄມີ ຕົ້ນ ທີ່ເຈົ້າໜ້າທີ່ຍຶດໄດ້ຢູ່ 2 ແຂວງພາກເໜືອ ຄື: ແຂວງບໍ່ແກ້ວ ແລະ ແຂວງຫຼວງນໍ້າທາ ຈໍານວນ 217.050 ລິດ.

ຕໍ່ເປົ້າໝາຍຜູ້ເສບຢາເສບຕິດ (ຜູ້ຖືກເຄາະຮ້າຍ) ໄດ້ນໍາເຂົ້າສູນບຳບັດ-ປິ່ນປົວ, ຟື້ນຟູສຸຂະພາບ ທີ່ມີໃນທົ່ວປະເທດ ມີທັງໝົດ 8.476 ຄົນ/ຍິງ 392 ຄົນ ໃນນັ້ນປິ່ນປົວດີແລ້ວ ກັບຄືນບ້ານມີ 5.427 ຄົນ ຍິງ 276 ຄົນ, ສືບຕໍ່ປິ່ນປົວ 3.049 ຄົນ ຍິງ 96 ຄົນ).

ທີ່ມາ: ໜັງສືພິມຄວາມສະຫງົບ