ກະຊວງການເງິນ ຊີ້ແຈງການຂາຍໄມ້ ບໍ່ຜ່ານການປະມູນ ແລະ ຂາຍຫລຸດລາຄາກາງ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງ ສະມາຊິກສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດ ການແກ້ໄຂຜົນການກວດກາ ຂອງອົງ ການກວດກາແຫ່ງລັດ ແລະ ຜົນການກວດສອບ ຂອງອົງການກວດສອບແຫ່ງລັດ ຕາມແຈ້ງການຂອງຄະນະເລຂາທິການສະພາແຫ່ງຊາດ ສະບັບເລກທີ 430/ຄລສ.ລຂ, ລົງວັນທີ 14 ພະຈິກ 2025 ໂດຍສະເພາະ ການຂາຍໄມ້ບໍ່ຜ່ານການປະມູນ ແລະ ຫລຸດລາຄາກາງ ຂອງກະຊວງອຸດສາຫະກຳ ແລະ ການຄ້າ ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 17 ພະຈິກ 2025 ນີ້ວ່າ:
ການດໍາເນີນການປະມູນຂາຍໄມ້ຫລຸດລາຄາກາງ ຂອງກະຊວງອຸດສາຫະກຳ ແລະ ການຄ້າ ຢູ່ແຂວງຈຳປາສັກ ໃນ 16 ສັນຍາ ບໍລິມາດ 4,516 ແມັດກ້ອນ, ມູນຄ່າ 15.8 ຕື້ກີບ. ກະຊວງການເງິນໄດ້ສົມທົບກັບແຂວງ ເພື່ອກວດກາຄືນເຫັນວ່າ ແຂວງກໍໄດ້ມີການແຕ່ງຕັ້ງຄະນະ ເພື່ອດຳເນີນການປະມູນຕາມລະບຽບການແລ້ວ ແຕ່ບໍ່ມີພາກສ່ວນໃດສົນໃຈ ເນື່ອງຈາກວ່າເປັນໄມ້ເນື້ອອ່ອນ, ໄມ້ທ່ອນນ້ອຍ ແລະ ເກັບໄວ້ເປັນເວລາດົນເຮັດໃຫ້ຄຸນນະພາບບໍ່ສູງ. ສະນັ້ນ, ທາງແຂວງຈຶ່ງໄດ້ຂາຍອອກໃນລາຄາ 6.7 ຕື້ກີບ ເຊິ່ງເປັນລາຄາທີ່ຕໍ່າກວ່າລາຄາກາງ ເຮັດໃຫ້ເກີດມີຄ່າຜິດດ່ຽງຢູ່ 9.1 ຕື້ກີບ. ຕໍ່ກັບບັນຫາດັ່ງກ່າວ, ໄດ້ສະເໜີ ໃຫ້ການນຳແຂວງ ແລະ ສະພາປະຊາຊົນແຂວງ ເປັນຜູ້ຕິດຕາມແກ້ໄຂ ຕາມພາລະບົດບາດ.
ສຳລັບຜົນກວດສອບ ບົດສະຫລຸບຂາດຕົວການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ປະຈຳປີ 2024 ທີ່ອົງການກວດສອບ ໄດ້ລາຍງານຕໍ່ກອງປະຊຸມສະພາແຫ່ງຊາດສະໄໝທີ 10 ເຫັນວ່າຍັງກວດເຫັນລາຍຮັບ-ລາຍຈ່າຍເພີ່ມ ເຊິ່ງເປັນການລະເມີດ ທີ່ມີລັກສະນະຊໍາເຮື້ອ ສາເຫດລະເມີດດັ່ງກ່າວມີຄືແນວໃດ? ຈະມີທິດທາງ ແລະ ມາດຕະການໃນຕໍ່ໜ້າ ຈະເຮັດແນວ ໃດ?
ຕໍ່ກັບບັນຫາດັ່ງກ່າວ, ເປັນບັນ ຫາທີ່ສະສົມແກ່ຍາວມາຫລາຍປີ, ຕິດພັນກັບນິຕິກໍາ ແລະ ການຈັດຕັ້ງ, ວຽກງານຍຸດທະສາດ ແລະ ການແກ້ໄຂວຽກງານສຸກເສີນ ຈຶ່ງເຮັດໃຫ້ເປັນບັນຫາຊຳເຮື້ອ ບໍ່ສາມາດແກ້ໄຂໄດ້.
ສຳລັບທິດທາງ ແລະ ມາດຕະການແກ້ໄຂໃນຕໍ່ໜ້າມີຄື: ການແກ້ໄຂຜົນການກວດສອບ ແລະ ຜົນການກວດກາ, ສະເໜີ ລະບຸເປົ້າໝາຍ ແລະ ແບ່ງຂັ້ນແກ້ໄຂໃຫ້ຈະແຈ້ງ ໂດຍກຳນົດເປັນມູນຄ່າເສຍຫາຍລະດັບໃດໃຫ້ ສະພາແຫ່ງຊາດພິຈາລະນາ ແລະ ລະດັບໃດໃຫ້ສະພາຂັ້ນທ້ອງຖິ່ນແກ້ໄຂ; ສະເໜີອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ສະໜອງຂໍ້ມູນ ທີ່ກວດເຫັນທັງໝົດໃຫ້ ກະຊວງການເງິນ ແລະ ຂະ ແໜງການສູນກາງ ແລະ ທ້ອງຖິ່ນກ່ຽວຂ້ອງ ເພື່ອໄຈ້ແຍກໃຫ້ຊັດເຈນວ່າມີຕົວຕົນ ແລະ ເມັດເງິນຕົວຈິງຫລືບໍ່.
ພາຍຫລັງ ມີມະຕິສະພາແຫ່ງຊາດແລ້ວ ໃຫ້ເຮັດສະໂນດນໍາສົ່ງແຕ່ລະບັນຫາ, ຂໍ້ມູນ ແລະ ເອກະສານຊ້ອນທ້າຍ ສົ່ງໃຫ້ບັນດາເປົ້າໝາຍແກ້ໄຂທັນທີ ພ້ອມຂຽນຄໍາແນະນໍາວິທີແກ້ໄຂໃຫ້ຊັດເຈນ; ສະເໜີບັນດາຫົວໜ່ວຍງົບປະມານແຕ່ລະຂັ້ນ ເປັນເຈົ້າການຄົ້ນຄວ້າວິທີແກ້ໄຂຕາມພາລະບົດ ບາດ ແລະ ລະບຽບການ.
