ກະຊວງສາທາ ຮ່ວມກັບອົງການອະນາໄມໂລກ ແລະ ເຟສບຸກ ປິດເພຈກ່ຽວຂ້ອງກັບຢາສູບໄຟຟ້າຢູ່ໃນລາວ ເກືອບ 300 ເພຈ ສະມາຊິກ 7.5 ແສນກວ່າ

ສູນຂ່າວສານການແພດສຸຂະສຶກສາ ລາຍງານວ່າ: ວັນທີ 11 ພະຈິກ 2025 ກະຊວງສາທາລະນະສຸກ ຮ່ວມກັບ ອົງການອະນາໄມໂລກ ແລະ ບໍລິສັດເມຕາ ໄດ້ປິດເພຈຂາຍ, ຈຳໜ່າຍ ແລະ ສົ່ງເສີມການຊົມໃຊ້ຢາສູບໄຟຟ້າ ຈຳນວນ 288 ເພຈ ໂດຍມີສະມາຊິກທັງໝົດ 759,599 ຄົນ ຊຶ່ງເປັນຜົນຈາກການບັງຄັບ ໃຊ້ກົດໝາຍວ່າດ້ວຍການຄວບຄຸມຢາສູບ (ສະບັບປັບປຸງ) ໃນປີ2021, ໄດ້ຫ້າມການນຳເຂົ້າ, ຈຳໜ່າຍ, ຂາຍ ແລະ ຊົມໃຊ້ຜະລິດຕະພັນຢາສູບໄຟຟ້າ ທຸກຮູບແບບ, ເຮັດໃຫ້ ສປປ ລາວ ກາຍເປັນໜຶ່ງໃນ 35 ປະເທດທົ່ວໂລກ ທີ່ໄດ້ມີການນຳໃຊ້ນິຕິກຳທີ່ຮັດກຸມກ່ຽວກັບການຫ້າມຜະລິດຕະພັນດັ່ງກ່າວ.

ທ່ານ ດຣ. ໄພວັນ ແກ້ວປະເສີດ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ກ່າວວ່າ: “ການເຮັດວຽກຮ່ວມກັນໃນຄັ້ງນີ້ ເປັນການສົ່ງສັນຍານຢ່າງຊັດເຈນວ່າ ສປປ ລາວ ຈະບໍ່ຍອມໃຫ້ມີການຂາຍຜະລິດ ຕະພັນທີ່ຜິດກົດໝາຍ ແລະ ເປັນອັນຕະລາຍຕໍ່ສຸຂະພາບຂອງປະຊາຊົນ ໂດຍຈະສືບຕໍ່ເຮັດວຽກຮ່ວມກັບກະຊວງຕ່າງໆ ເພື່ອຕິດຕາມ, ກວດກາ ແລະ ແກ້ໄຂບັນຫາ ທີ່ກ່ຽວຂ້ອງກັບຜະລິດຕະພັນຢາສູບໄຟຟ້າ ໃນຂອບເຂດທົ່ວປະເທດ”

ທ່ານ ດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ, ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ ກ່າວວ່າ: “ນັບຕັ້ງແຕ່ມີການຫ້າມນໍາເຂົ້າ, ຈໍາໜ່າຍ, ຊື້ ແລະ ຂາຍ ຜະລິດຕະພັນຢາສູບໄຟຟ້າ ພາຍໃຕ້ກົດໝາຍ ວ່າດ້ວຍການຄວບຄຸມຢາສູບ ສະບັບປັບປຸງ ປີ 2021, ລັດຖະບານໄດ້ດຳເນີນການຢ່າງຈິງຈັງ ເພື່ອສ້າງຄວາມຮັບຮູ້, ຄວາມເຂົ້າໃຈ ໃຫ້ແກ່ປະຊາຊົນ ແລະ ຮັບປະກັນການບັງຄັບໃຊ້ກົດໝາຍສະບັບດັ່ງກ່າວ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ຕະຫຼອດມາ” “ຄວາມພະຍາຍາມດັ່ງກ່າວນີ້ ໄດ້ຊ່ວຍຫຼຸດຈຳນວນການວາງຂາຍແບບເປີດເຜີຍທີ່ໜ້າຮ້ານ ແຕ່ພວກເຂົາຫັນໄປນຳໃຊ້ສື່ສັງຄົມອອນລາຍເປັນເຄື່ອງມື ຈຶ່ງໄດ້ຮ່ວມມືກັບອົງການອະນາໄມໂລກ ແລະ ບໍລິສັດເມຕາ ລາຍງານ ແລະ ລຶບລ້າງເພຈອອນລາຍຕ່າງໆ ທີ່ເປັນການລະເມີດຕໍ່ກົດໝາຍຂອງ ສປປ ລາວ ລວມເຖິງມາດຕະຖານຄວາມປອດໄພຂອງເມຕາ”.

ດຣ. ທິມ ອາມສະຕຣອງ, ຜູ້ຕາງໜ້າອົງການອະນາໄມໂລກ ປະຈໍາ ສປປ ລາວ ກ່າວວ່າ: “ນີ້ເປັນຕົວຢ່າງຂອງຜົນສໍາເລັດທີ່ດີ ເມື່ອລັດຖະບານ, ບໍລິສັດເຕັກໂນໂລຊີ ແລະ ອົງການທີ່ເຮັດວຽກດ້ານສາທາລະນະສຸກເຮັດວຽກຮ່ວມກັນ. ຊ່ອງທາງອອນລາຍບໍ່ຄວນກາຍເປັນພື້ນທີ່ປອດໄພສຳລັບຜະລິດ ຕະພັນທີ່ທໍາລາຍສຸຂະພາບ. ຊ່ວຍຫຼຸດໂອກາດການເຂົ້າເຖິງຜະລິດຕະພັນຢາສູບໄຟຟ້າທາງອອນລາຍລົງຢ່າງຫຼວງຫຼາຍ ໂດຍໃຫ້ການສະໜັບສະໜູນ ສປປ ລາວ ມາເປັນເວລາຫຼາຍປີຢ່າງຕໍ່ເນື່ອງ ນັບຕັ້ງແຕ່ການສ້າງ ແລະ ປັບປຸງນິຕິກຳ, ການສ້າງຄວາມຮັບຮູ້ໃຫ້ແກ່ປະຊາຊົນ ການເສີມສ້າງຄວາມເຂັ້ມແຂງໃນການບັງຄັບໃຊ້ກົດໝາຍຮ່ວມກັບຫຼາຍພາກສ່ວນ ຊຶ່ງມຸ່ງໝັ້ນທີ່ຈະໃຫ້ການສະໜັບສະໜູນຕໍ່ໄປ”