ຊາວເອກົວດໍລົງປະຊາມະຕິບໍ່ເອົາຖານທັບຕ່າງປະເທດ
November 17, 2025 - 4:35 PM
ຜົນການລົງປະຊາມະຕິເຊິ່ງຈັດຂຶ້ນໃນັວນທີ 16 ພະຈິກ ປາກົດວ່າ: ຊາວເອກົວດໍສ່ວນຫລາຍລົງມະຕິປະຕິເສດຂໍ້ສະເໜີທີ່ຈະອະນຸຍາດໃຫ້ກອງທັບຕ່າງປະເທດກັບເຂົ້າມາຕັ້ງຖານທັບໃນປະເທດໄດ້ອີກ.
ສໍານັກຂ່າວຊິນຮົວລາຍງານວ່າ: ຂໍ້ສະເໜີຊຸກຍູ້ໂດຍປະທານາທິບໍດີ ດານຽວ ໂນໂບອາ ເຊິ່ງເນັ້ນໃຫ້ລັດຖະບານມີເຄື່ອງມືທາງກົດໝາຍເພີ່ມອີກ ເພື່ອຮັບມືສະຖານະການຄວາມຮຸນແຮງທີ່ທະວີຂຶ້ນ ເນື່ອງຈາກຂະບວນການອາດຊະຍາກໍາທີ່ພົວພັນຕໍ່ການຄ້າຢາເສບຕິດ.
ຄະນະກໍາມະການການເລືອກຕັ້ງແຫ່ງຊາດຖະແຫລງວ່າ: ພາຍຫລັງການນັບບັດລົງຄະແນນໄປແລ້ວ 95% ທິດທາງຂອງຜົນຄະແນນມີຄວາມຊັດເຈນຄື ສຽງສ່ວນຫລາຍລົງມະຕິ “ບໍ່” ຕໍ່ຄໍາຖາມທີ່ວ່າ: ຈະຍົກເລີກຂໍ້ຫ້າມໃນການຕັ້ງຖານທັບຕ່າງປະເທດຕາມທີ່ບັນຍັດໄວ້ໃນລັດຖະທໍາມະນູນ ຫລື ບໍ່.
