ເກີດເຫດດິນເຈື່ອນທັບລົດເມຢູ່ຫວຽດນາມ ມີຜູ້ເສຍຊີວິດ 6 ຄົນ ບາດເຈັບ 19 ຄົນ

              ໜັງສືພິມຕ໋ວຍແຈ໋ ສື່ທ້ອງຖິ່ນຂອງຫວຽດນາມ ລາຍງານໃນວັນທີ 17 ພະຈິກວ່າ: ເກີດເຫດດິນພູເຈື່ອນທັບລົດເມໂດຍສານຢູ່ແຂວງຄັນຫວາ ທາງພາກກາງຂອງປະເທດ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 6 ຄົນ ແລະ ບາດເຈັບອີກ 19 ຄົນ.

              ລາຍງານລະບຸວ່າ: ເຫດການດັ່ງກ່າວເກີດຂຶ້ນໃນຄືນວັນທີ 16 ພະຈິກ ເວລາລົດເມທີ່ມີຜູ້ໂດຍສານ 40 ຄົນ ກໍາລັງຂັບຂີ່ຜ່ານພູຄັນເລພລັນຖືກດິນ ແລະ ຫີນຈາກເທິງພູໄຫລລົງມາທັບຢ່າງກະທັນຫັນ.

               ສໍາລັບຜູ້ເສຍຊີວິດ 6 ຄົນນັ້ນ ເປັນຜູ້ຊາຍ 3 ຄົນ ແລະ ຜູ້ຍິງ 3 ຄົນ, ສ່ວນຜູ້ໄດ້ຮັບບາດເຈັບ 19 ຄົນ ຖືກນໍາສົ່ງໂຮງໝໍທ້ອງຖິ່ນເພື່ອເຂົ້າຮັບການປິ່ນປົວແລ້ວ ໂດຍສ່ວນຫລາຍມີອາການບາດເຈັບຢູ່ຫົວ, ລໍາຄໍ, ກະດູກສັນຫລັງ ແລະ ທ້ອງ. ຂະນະທີ່ບາງສ່ວນແຂນຂາຫັກ.