ທຸກຄົນໃນສັງຄົມ ຕ້ອງມີສ່ວນຊ່ວຍກັນປາບຜູ້ຮ້າຍ-ໂຈນ ໃຫ້ໝົດໄປ

ໂດຍ: ທິດີ

ໄລຍະນີ້ ປາກົດວ່າ ພວກຜູ້ຮ້າຍ-ຊາຍໂຈນໄດ້ອອກເຄື່ອນໄຫວນັບມື້ຫຼາຍຂຶ້ນ ແຮງຂຶ້ນ ໂດຍສະເພາະ ໄລຍະບຸນນະມັດສະການພຣະທາດຫຼວງ ພວກເຂົາໄດ້ອອກເຄຶື່ອນໄຫວແຮງຫຼາຍ ຊຶ່ງເຈົ້າໜ້າທີ່ປ້ອງກັນຄວາມສະຫງົບສາມາດຈັບກຸມໂຈນຜູ້ຮ້າຍທີ່ລັກລອບ ປາດກະເປົາເງິນ ດຶງກະເປົາເງິນ ມວນຊົນທີ່ໄປທ່ຽວບຸນ ໄດ້ຫຼາຍລາຍ ແລະ ໄລຍະມໍ່ໆ ມານີ້ ກໍມີເຫດການດຶງກະເປົາ, ຂຶ້ນປຸ້ນເຮືອນ, ປຸ້ນຮ້ານຂາຍຄຳ ແລະ ອື່ນໆ ຄວາມຮຸນແຮງຂອງພວກເຂົາມີຮອດອາວຸດ ໄວ້ຕໍ່ສູ້ກັບເຈົ້າໜ້າທີ່ ຈົນເຖິງຂັ້ນເສຍຊີວິດ ກໍມີ, ຊຶ່ງພວກກຸ່ມຄົນບໍ່ດີເຫຼົ່ານີ້ ບໍ່ຊ້າ ຫຼື ໄວ ກໍບໍ່ມົ້ມມືເຈົ້າໜ້າທີ່ດອກ ສຸດທ້າຍກໍຖືກລົງໂທດຢ່າງສາສົມ.

ທິດດີ ຍົກບັນຫານີ້ຂຶ້ນມາ ແມ່ນເພື່ອເຕືອນໃຫ້ໝົດທຸກຄົນໃນສັງຄົມ ມີສະຕິລະວັງຕົວໃຫ້ສູງຂຶ້ນ ໂດຍສະເພາະແມ່ນການຮັກສາຊັບສິນ ເງິນຄຳກຳແກ້ວຂອງມີຄ່າ ບໍ່ຄວນເອົາໄວ້ເຮືອນດີແທ້ໃຫ້ເອົາໄປຝາກໄວ້ນຳທະນາຄານແມ່ນປອດໄພທີ່ສຸດ, ນອກຈາກນັ້ນພວກ ງັດແງະ, ລັກເລັກຂະໂມຍນ້ອຍກໍມີຫຼາຍ ສະນັ້ນ ພວກເຮົາຈົ່ງເປັນເຈົ້າການໃນການປາບປາມ ເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ບ້ານເມືອງ ໂດຍສະເພາະແມ່ນ ກອງຫຼອນ, ອຳນາດການປົກຄອງບ້ານຊ່ວຍເພິ່ນສອດສ່ອງດູແລເບິ່ງການເຄື່ອນ ໄຫວຂອງພວກມັນແລ້ວຊີ້ຈຸດໃຫ້ເຈົ້າໜ້າທີ່ເພິ່ນຕິດຕາມຈັບກຸມ.

ໃນຍາມເຂົ້າຍາກໝາກແພງຄືແນວນີ້ ພວກໂຈນຂີ້ລັກມັກສົກ ອອກອາລະວາດໜັກ, ມີຫຼາຍຄົນ ບໍ່ເຂັດຫຼາບ ມີບາງຄົນພົ້ນໂທດອອກມາ ກໍເຮັດຄືເກົ່າ ທຽວເຂົ້າຄຸກ-ອອກຄຸກປານທຽວໄປນາ ບໍ່ເກງກົວກົດໝາຍບ້ານເມືອງ ຫາກິນແບບບໍ່ຍຸຕິທຳ ຫາກິນບົນຄວາມລຳບາກຂອງຜູ້ອື່ນ, ເຖິງພໍ່ແມ່ນຜູ້ປົກຄອງຈະເອົາໃຈໃສ່ຕັກເຕືອນ ສຶກສາອົບຮົມປານໃດ ເຂົາກໍບໍ່ເອົາຫົວໃສ່ໃຈຊານຳ, ຍິ່ງເພີ່ມຄວາມທຸກໃຈໃຫ້ພໍ່ແມ່ຊ້ຳເຂົ້າໄປອີກ.

 ແຕ່ແນວໃດກໍຕາມພໍ່ແມ່ຜູ້ປົກຄອງຄວນສືບຕໍ່ເອົາໃຈໃສ່ສັ່ງສອນຕິດຕາມສັງເກດການເຄື່ອນໄຫວຂອງລູກເຕົ້າຕົນເອງ ເຂົາບໍ່ມີວຽກເຮັດງານທຳເປັນປົກກະຕິ ແຕ່ພັດມີເງິນໃຊ້ຈ່າຍ ແມ່ນເຂົາເອົາມາແຕ່ໃສ? ຕິດຕາມແນວນັ້ນຈຶ່ງຈະຮູ້ ແລະ ກຳໄດ້ພຶດຕິກຳຂອງເຂົາ,  ແນວໃດກໍເປັນກຳລັງໃຈໃຫ້ອ້າຍນ້ອງປະຈຳບ້ານ ລວມທັງອຳນາດການປົກຄອງບ້ານ ທີ່ເຄື່ອນໄຫວເວນຍາມຕິດຕາມພວກໂຈນ ຂີ້ລັກ ງັດແງະ ປຸ້ນຊັບ ໃຫ້ຄຸ້ມບ້ານມີຄວາມສະຫງົບປອດໄພ.

ຄຽງຄູ່ກັບການເຄື່ອນໄຫວເຄັ່ງຄັດຂອງເຈົ້າໜ້າທີ່ບ້ານເມືອງນັ້ນ ກໍປາກົດມີບາງບ້ານບໍ່ຄ່ອຍເຂັ້ມງວດປານໃດ ຈຶ່ງພາໃຫ້ພວກຜູ້ຮ້າ-ຊາຍໂຈນ ຫຶກເຫີມ ທ້າທາຍລະບົບກົດໝາຍບ້ານເມືອງ  ຢາກຢ້ຳວ່າ ວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ ແມ່ນໜ້າທີ່ ແລະ ພັນທະຂອງໝົດທຸກຄົນໃນສັງຄົມ, ເຫັນບໍ່ ເວລາປະເທດຊາດໄດ້ຮັບການປົດປ່ອຍໃໝ່, ສັດຕູຫວັງບີບຄໍລະບອບໃໝ່ໃຫ້ຕາຍຄາ ອູ່ ແຕ່ຜູ້ນຳເຮົາ ສັ່ງສອນວ່າ: ປະຊາຊົນລາວ ສາມລ້ານຄົນ ເປັນທະຫານ ສາມລ້ານຄົນ ເປັນເຈົ້າໜ້າທີ່ຕຳຫຼວດ ສາມລ້າານຄົນ ຈົນທ້າຍທີ່ສຸດພວກມັນກໍເຮັດຫຍັງບໍ່ໄດ້, ນີ້ກໍຍ້ອນທຸກຄົນເປັນເຈົ້າການໃນການປົກປັກຮັກສາ ສ້າງສາ ຈົນມາຮອດປີນີ້ ສປປ ລາວ ໄດ້ 50 ປີ ແລ້ວເດ່.