ລັດຖະບານສ້າງຫລາຍນະໂຍບາຍ ຊຸກຍູ້ ແລະ ສົ່ງເສີມ ການຜະລິດພາຍໃນ ເພື່ອແກ້ໄຂບັນຫາເສດຖະກິດ-ການເງິນ
ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງ ແວດລ້ອມ (ກສ) ໄດ້ຊີ້ແຈງບາງບັນຫາ ຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ວັນທີ 14 ພະຈິກ 2025 ນີ້ວ່າ: ໃນການຜະລິດ ແລະ ການປຸງແຕ່ງຜະລິດຕະພັນກະສິ ກຳເປັນສິນຄ້າ ຈະສືບຕໍ່ຄົ້ນຄວ້າກໍານົດ ນະໂຍບາຍ ກະຕຸກຊຸກຍູ້ການຜະລິດ ແລະ ຫຼຸດຜ່ອນຕົ້ນທຶນການຜະລິດ ສ້າງເງື່ອນໄຂ ແລະ ສະພາບແວດລ້ອມທີ່ເອື້ອອໍານວຍ ໃຫ້ແກ່ການ ຜະລິດ ເຊັ່ນ:ການເຂົ້າເຖິງແຫຼ່ງທຶນດອກເບ້ຍທີ່ເໝາະສົມ (ປັດຈຸບັນ ມີກອງທຶນສົ່ງເສີມການຜະລິດສິນຄ້າລາວ ເພື່ອສົ່ງເສີມຊາວກະສິກອນ ຂະໜາດນ້ອຍ ໃນການຜະລິດເປັນສິນຄ້າ) ການເຂົ້າເຖິງຂໍ້ມູນຄວາມຕ້ອງການຂອງຕະຫຼາດ ນະໂຍບາຍການນໍາເຂົ້າ ປັດໄຈການຜະລິດ (ແນວພັນພືດ-ສັດ ຢາປ້ອງກັນພະຍາດສັດ ຢາປາບສັດຕູພືດ ປຸ໋ຍ ແລະ ກົນຈັກ) ທີ່ເຮົາບໍ່ສາມາດຜະລິດໄດ້ ສົ່ງເສີມການຜະລິດ ໂດຍນໍາໃຊ້ ເຕັກນິກທີ່ທັນສະໄໝ ຫັນການປູກ-ການລ້ຽງເປັນຟາມ ແລະ ເນັ້ນໃສ່ກະສິກຳສະອາດ (ຕາມມາດຕະຖານກະສິກຳອິນຊີ ແລະ ມາດ ຕະຖານ ກະສິກຳທີ່ດີ ສໍາລັບພືດ ແລະ ມາດຕະຖານການລ້ຽງສັດ ແລະ ສັດນໍ້າທີ່ດີ).
ນອກນີ້ ຊຸກຍູ້ສົ່ງເສີມການຈັດຕັ້ງເປັນກຸ່ມ ເປັນສະຫະກອນການຜະລິດເປັນສິນຄ້າ ໂດຍມີການເຮັດສັນຍາການຮ່ວມມື ລະຫວ່າງ ຜູ້ປະກອບ ການ ແລະ ກຸ່ມຜະລິດ ສ້າງຄວາມເຂັ້ມແຂງຜ່ານກຸ່ມ ສະຫະກອນ ແລະ ຊາວກະສິກອນທົ່ວໄປ ໃນການເກັບຮັກສາແນວພັນດີ ເຕັກນິກການ ຜະລິດ ຕິດພັນກັບຕະຫຼາດ ໃຫ້ມີຫຼາຍຮູບຫຼາຍສີ ໂດຍເປັນເຈົ້າ ການຮ່ວມກັບບັນດາຄູ່ຮ່ວມພັດທະນາ ຜູ້ປະກອບການ ແລະ ອົງການຈັດຕັ້ງ ທາງສັງຄົມ ສ້າງສົ່ງອໍານວຍຄວາມສະດວກ ໃຫ້ແກ່ຜູ້ຜະລິດ ຜູ້ປະກອບການ ທີ່ມີຄວາມສົນໃຈລົງທຶນໃສ່ລະບົບເຊັ່ນ: ລະບົບສາງເຢັນ ສາງ ເກັບມ້ຽນສິນຄ້າ ທ່າຍົກເຊື່ອມຈອດ ກັບລະບົບສາງຂອງສະຖານີລົດ ໃຫ້ການບໍລິການຂົນສົ່ງສິນຄ້າ ມີຄວາມສະດວກວ່ອງໄວ ທັນສະໄໝ ແລະ ໄດ້ມາດຕະຖານ ໃນກາານຂົນສົ່ງ ສືບຕໍ່ປັບປຸງ ແລະ ພັດທະນາໂຄງລ່າງພື້ນຖານ-ວັດຖຸເຕັກນິກຕ່າງໆທີ່ຈຳເປັນ ເພື່ອຮັບໃຊ້ໃນການ ຜະລິດຟົດສິນຄ້າ ເມື່ອການສົ່ງອອກ ເປັນຕົ້ນ: ຫ້ອງວິໄຈສັດຕູພືດ-ວິໄຈສານເຄມີຕົກຄ້າງ ໂຮງງານປຸງແຕ່ງບົດ ໂຮງບົ່ມ ລານຕາກ ສາງເກັບ ມ້ຽນ ອື່ນໆ ຢູ່ໃນສູນກາງ ແລະ ທ້ອງຖິ່ນ ສົ່ງເສີມການຜະລິດສິນຄ້າ ຕາມລາຍການເຈລະຈາເບີດຕະຫຼາດ ສິນຄ້າກະສິກຳ ໃນນັ້ນ ວຽກການ ຄຸ້ມຄອງ ແລະ ຂຶ້ນທະບຽນອອກໃບຕາດິນ: ໃນທົ່ວປະເທດ ມີສໍາມະໂນຕອນດິນທັງໝົດ 3,000,632 ຕອນ ມາຮອດປັດຈຸບັນ ສາມາດອອກ ໃບຕາດິນ ໄດ້ທັງໝົດ 2,266,414 ຕອນ ເທົ່າກັບ 75.5% ຂອງສໍາມະໂນຕອນດິນທັງໝົດ ໃນນັ້ນ ມີຂໍ້ມູນຕອນດິນດີຈິຕ້ອນ ທີ່ຢູ່ໃນຖານ ຂໍ້ມູນ ລາວ ແລນ ເລັກ (Lao Land Reg) ຈໍານວນ 1.516.921 ຕອນ.
ສໍາລັບແຜນການ 5 ປີ (2021-2025) ໃນການຂຶ້ນໃບທະບຽນອອກໃບຕາດິນ ໃຫ້ສໍາເລັດ 1.6 ລ້ານຕອນ ໃນນັ້ນ ປະຕິບັດໄດ້ແລ້ວ 770,000 ຕອນ ເທົ່າກັບ 48% ຂອງແຜນການ ໃນປີ 2025 ໃນ 10 ເດືອນຜ່ານມາ ອອກໃບຕາດິນໄດ້ 136,456 ຕອນ ເທົ່າ 45,5% ແລະ ຄາດຄະເນ ໝົດປີ ຈະໄດ້ປະມານ 219,906 ຕອນ ເທົ່າກັບ 73.3% ຂອງແຜນການທີ່ສະພາແຫ່ງຊາດ ຮັບຮອງ (300,000 ຕອນ)ນອກນີ້ ສໍາເລັດ ການຂຶ້ນບັນຊີດິນລັດ ທັງໝົດຂອງ 11 ກະຊວງ (ຂັ້ນກະຊວງ) ມີຈໍານວນ 166 ຕອນ ເນື້ອທີ່ 999.3 ເຮັກຕາ ແລະ ຈະສືບຕໍ່ຂຶ້ນທະບຽນອອກ ໃບຕາດິນລັດ ໃຫ້ກັບຂະແໜງການທີ່ໄດ້ນໍາໃຊ້ທີ່ດິນຂອງລັດ ທີ່ບໍ່ທັນໄດ້ມີໃບຕາດິນລັດ ໃຫ້ສຳເລັດ (ຂັ້ນແຂວງ ເມືອງ ແລະ ບ້ານ) ໃນທົ່ວປະເທດ.
