ສັງລວມຄໍາເຫັນ ສສຊ ຕໍ່ແຜນງົບປະມານແຫ່ງລັດ

ທ່ານ ປອ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ສັງລວມການປະກອບຄໍາເຫັນຂອງບັນ ດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) ຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບ ປະມານແຫ່ງລັດ ວັນທີ 14 ພະຈິກ 2025 ນີ້ວ່າ:

1. ເກັບລາຍຮັບເຂົ້າງົບປະມານ ໃຫ້ສົມຄູ່ກັບການຂະຫຍາຍຕົວຂອງລວມຍອດຜະລິດຕະພັນພາຍໃນ (GDP) ໃຫ້ໄດ້ 20% ຂອງ GDP ຂຶ້ນໄປ;

2. ໃຊ້ເຄື່ອງມື ແລະ ລະບົບທັນສະໄໝ ໃນການເກັບລາຍຮັບຢູ່ທຸກຂະແໜງການ ແລະ ຄຸ້ມຄອງລາຍຈ່າຍໃຫ້ເປັນລະບົບຄົບຊຸດ, ລວມສູນ ແລະ ສາມາດເຊື່ອມຕໍ່ກັບທຸກຂະແໜງການ;

3. ພິຈາລະນາລະອຽດ ແລະ ຊັ່ງຊາຢ່າງທີ່ຖ້ວນຕື່ມ ຕໍ່ຜົນໄດ້, ຜົນເສຍ ຂອງການສະເໜີຂໍຍົກເວັ້ນພາສີ-ອາ ກອນ ແລະ ນະໂຍບາຍຕ່າງໆ ໃນການເກັບລາຍຮັບຈາກຊັບພະຍາກອນທໍາມະຊາດ;

4. ຈັດສັນເງິນເກີນແຜນຂອງທ້ອງຖິ່ນໃຫ້ເໝາະສົມ, ອາດ 30 (ສູນກາງ)/70 (ທ້ອງຖິ່ນ) ຫຼື 20/80 ເພື່ອນໍາໃຊ້ເຂົ້າໃນການບູລະນະ ແລະ ສ້ອມແປງເສັ້ນທາງທີ່ຊຸດໂຊມເປ່ເພ;

5. ກວດຄືນການປະຕິຮູບລັດວິສາຫະກິດ ໃຫ້ມີຄວາມຄືບໜ້າ ແລະ ສາມາດເປັນເຈົ້າພາທາງແທ້ໆ;

6. ສືບຕໍ່ຈັດຕັ້ງປະຕິບັດນະໂຍບາຍຕໍ່ຜູ້ມີຄຸນງາມຄວາມດີຂອງປະເທດຊາດ ໃຫ້ສໍາເລັດໃນໄລຍະໄວໆນີ້;

7. ຄຸ້ມຄອງດ່ານສາກົນໃຫ້ເປັນລະບົບ, ປັບປຸງພື້ນຖານໂຄງລ່າງຂອງດ່ານ, ມີລະບົບທັນສະໄໝຄົບຊຸດ;

8. ສືບຕໍ່ປະຕິບັດນະໂຍບາຍການປະຢັດ ແລະ ຕ້ານການຟຸມເຟືອຍ ໂດຍສະເພາະການນໍາໃຊ້ລົດລັດຕາມນິຕິກໍາຢ່າງເຂັ້ມງວດ ແລະ ຊໍາລະສະສາງພາຫະນະທີ່ຍັງຄ້າງຄາ ໃຫ້ສໍາເລັດຕາມລະບຽບການ ແລະ ມີຄວາມເປັນເອກະພາບທົ່ວປະເທ