5 ປີ ຜ່ານມາ ອົງການກວດສອບແຫ່ງລັດ ສຳເລັດການກວດສອບ 600 ເປົ້າໝາຍ

5 ປີ ຜ່ານມາ, ອົງການກວດສອບແຫ່ງລັດ ສາມາດກວດສອບ ບັນລຸໄດ້ 600 ເປົ້າໝາຍ ເທົ່າກັບ 100% ຂອງຄາດໝາຍສູ້ຊົນທີ່ໄດ້ກຳນົດໄວ້, ສະເພາະ ປີ 2025 ໄດ້ສຳ ເລັດການຕິດຕາມ,ຊຸກຍູ້ການແກ້ໄຂຜົນການກວດສອບ ຢູ່ບັນດາກະຊວງ-ອົງການ, ແຂວງ-ນະຄອນຫຼວງວຽງຈັນ ສຳເລັດ 39 ເປົ້າໝາຍ. ໃນນັ້ນ,ຂັ້ນສູນກາງ 13 ເປົ້າໝາຍ ແລະ ທ້ອງຖິ່ນ 26 ເປົ້າໝາຍ.

ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ແລະ ແຜນການເຄືອນໄຫວວຽກງານ 5 ປີ ( 2026- 2030), ປະ ຈຳປີ 2026 ຂອງອົງການກວດສອບແຫ່ງລັດ,ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິ ບັດແຜນງົບປະມານແຫ່ງລັດ ປະຈຳປີ 2024 ຂອງອົງການກວດສອບແຫ່ງລັດ, ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX, ໃນວັນທີ 14 ພະຈິກນີ້, ໂດຍການເປັນ ປະທານ ຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ.

ທ່ານ ວຽງທະວີສອນ ເທບພະຈັນ ກ່າວວ່າ: 5 ປີ ຜ່ານມາ,ອົງການກວດສອບແຫ່ງລັດ ໄດ້ເຄື່ອນໄຫວກວດສອບໃນຂົງເຂດງົບປະມານແຫ່ງລັດ, ໂຄງການເງິນກູ້ຢືມ ແລະ ຊ່ວຍເຫຼືອ, ທະນາຄານແຫ່ງ ສປປ ລາວ,ທະນາຄານທຸລະ ກິດລັດລົງທຶນ ແລະ ວິສາຫະກິດລັດລົງທຶນ ຕິດພັນກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ,ການແກ້ໄຂຂໍ້ຫຍຸ້ງຍາກທາງດ້ານເສດຖະກິດ- ການເງິນ ໂດຍລວມແລ້ວ ສາມາດບັນລຸໄດ້ 600 ເປົ້າໝາຍ ເທົ່າກັບ 100% ຂອງຄາດໝາຍສູ້ຊົນທີ່ໄດ້ກຳນົດໄວ້; ພ້ອມ ກັນນັ້ນ ກໍໄດ້ດໍາເນີນການກວດສອບຕາມການມອບໝາຍ, ຕາມການແຈ້ງການ ແລະ ຕາມການສະເໜີ ເພີ່ມຕື່ມ ຈໍານວນ 11 ເປົ້າໝາຍ,ສະເພາະ ປີ 2025 ໄດ້ສຳເລັດການຕິດຕາມ, ຊຸກຍູ້ການແກ້ໄຂຜົນການກວດສອບ ຢູ່ບັນດາກະຊວງ-ອົງການ, ແຂວງ-ນະຄອນຫຼວງວຽງຈັນ ສຳເລັດ 39 ເປົ້າໝາຍ. ໃນນັ້ນ: ຂັ້ນສູນກາງ 13 ເປົ້າໝາຍ ແລະ ທ້ອງຖິ່ນ 26 ເປົ້າໝາຍ,ໄດ້ດໍາເນີນການ ກວດສອບຕາມແຜນການກວດສອບ ປະຈໍາປີ 2025 ສໍາເລັດ 154 ເປົ້າ ໝາຍ ເທົ່າກັບ 100% ຂອງ ແຜນການ.

ນອກຈາກນີ້, ໄດ້ເຄື່ອນໄຫວຮ່ວມມືກັບອົງການກວດສອບແຫ່ງລັດ ຂອງປະເທດເພື່ອນມິດ ເຊັ່ນ: ສສ ຫວຽດ ນາມ, ສປ ຈີນ,ອິນໂດເນເຊຍ, ມາເລເຊຍ,ຮົງກາລີ, ສ ສະໂລວັກ, ສ ຣັດເຊຍ, ສ ເກົາຫຼີ ແລະ ຝຣັ່ງ ໂດຍລົງເລິກ ແລະ ສຸມໃສ່ແລກປ່ຽນບົດຮຽນ ດ້ານວິຊາສະເພາະ ໃນ 3 ປະເພດການກວດສອບ ໃນຫົວຂໍ້ຕ່າງໆ ເປັນຕົ້ນ: ການກວດ ສອບເອກະສານລາຍງານການເງິນ, ການວິເຄາະຄວາມສ່ຽງຖານະການເງິນ ຊັບສິນ-ໜີ້ສິນ ຂອງວິສາຫະ ກິດ, ການກວດສອບເອກະສານລາຍງານການເງິນຂອງໂຄງການເງິນກູ້ຢືມ ແລະ ຊ່ວຍເຫຼືອ, ການກວດສອບລາຍຈ່າຍງົບປະມານແຫ່ງລັດ, ການກວດສອບການຈັດຊື້-ຈັດຈ້າງ ຂອງວິສາຫະກິດລັດລົງທຶນ, ການກວດສອບຜົນ ການຈັດຕັ້ງປະຕິບັດ, ການກວດສອບຈັດເກັບລາຍຮັບສ່ວຍສາອາກອນ, ການກວດສອບການຄຸ້ມຄອງເຂດເສດຖະກິດພິເສດ,ການກວດສອບໂຄງການລົງທຶນພາກລັດ, ການກວດສອບທະນາຄານແຫ່ງຊາດ, ການກວດສອບ ການປ່ອຍສິນເຊື່ອຂອງທະນາຄານທຸລະກິດແລະອື່ນໆ.

ອັນພົ້ນເດັ່ນ ໃນປີ 2025 ໄດ້ຍົກສູງການຮ່ວມມືກັບ ອົງການກວດສອບແຫ່ງລັດ ສສ ຫວຽດນາມ ໃນຫົວຂໍ້: ການກວດສອບທະນາຄານການຄ້າ,ການກວດສອບການປະເມີນຄວາມຄືບໜ້າໂຄງການ,ການມີສ່ວນຮ່ວມໃນການ ສ້າງແຜນງົບປະມານແຫ່ງລັດ ແລະ ບົດຮຽນການແກ້ໄຂຜົນການກວດສອບ, ການເກັບກູ້ລາຍຮັບຈາກຜົນການກວດສອບ;ຮ່ວມກັບອົງການກວດສອບ ສປ ຈີນ ຝຶກອົບ ຮົມ ໃນຫົວຂໍ້: ການນໍາໃຊ້ບັນຍາປະດິດ (AI) ເຂົ້າໃນການວາງແຜນກວດສອບ.