ສຽງເຊຍກິລາ ໃຫ້ຜູ້ຫລິ້ນມີກຳລັງໃຈ ຢ່າໃຫ້ເກີດເປັນພິດໄພຕໍ່ການແຂ່ງຂັນ
ໂດຍ: ຜາຕຸງ
ງານມະຫາກຳກິລາແຫ່ງບາດຄັ້ງທີXII ຫລື ນະຄອນຫລວງວຽງຈັນເກມ 2025 ຈະເລີ່ມແຂ່ງຂັນຢ່າງເປົນທາງການ ແຕ່ວັນທີ 15-25 ພະຈິກ 2025, ພາໃຕ້ຄຳຂວັນ ” ສາມັກຄີ ມີວິໄນ ໂປ່ງໃສ ໄດ້ພັດທະນາ ” ລວມມີ 33ປະເພດກິລາ, ມີຄະນະນຳ, ຄູຝຶກ ແລະ ນັກກິລາທົ່ວປະເທດເຂົ້າຮ່ວມທັງໝົດ 4,759 ຄົນ, ຊີງໄຊ 435 ຫລຽນຄຳ; 435 ຫລຽນເງິນ ແລະ 682 ຫລຽນທອງ.
ກ່ອນພິທີເປີດຢ່າງເປັນທາງການນັ້ນ ໃນຈຳນວນ 33 ປະເພດກິລານັ້ນ ມີເຖິງ 11 ປະເພດກິລາໄດ້ເລີ່ມແຂ່ງຂັນກ່ອນຈະມີພິທີເປີດການແຂ່ງຂັນມາແຕ່ ວັນທີ 9 ພະຈິກເປັນຕົ້ນມາ ແລະ ກໍມີຫລາຍເຂດ ຫລາຍແຂວງ ຫລາຍນັກກິລາກໍປະສົບຜົນສຳເລັດ ຍາດໄດ້ຫລຽນຄຳ,ຫລຽນເງິນ ແລະ ຫລຽນທອງ ເຊິ່ງແມ່ນຜົນງານອັນໃຫຍ່ຫລວງ ທີ່ມີກຽດ ແລະ ເປັນຫລຽນສູງສຸດສຳລັບກິລາມາໃຫ້ຕົນເອງ ວົງຕະກູນ ສະໂມສອນ ເຂດແຂວງຂອງຕົນດັ່ງຄວາມຕັ້ງໃຈ ແຕ່ກໍມີຫລາຍນັກກິລາ ບໍ່ປະສົບຜົນສຳເລັດດັ່ງຄວາມມຸ່ງມາດປາຖະໜາ.
ແນວໃດກໍດີ ສິ່ງທີ່ເຮັດໃຫ້ປະສົບຜົນສຳເລັດຍາດໄດ້ຫລຽນຕາມຄາດໝາຍ ນອກຈາກ ການຝຶກຝົນຝຶກຊ້ອມຢ່າງສະໝ່ຳສະເໝີ ນຳໃຊ້ເຕັກນິກ ປະຕິພານໄຫວພິບເຂົ້າຊ່ວຍແລ້ວ ສຽງຮ້ອງສຽງເຊຍຈາກກອງເຊຍກໍເປັນສິ່ງສຳຄັນໜຶ່ງທີ່ຊ່ວຍກະຕຸ້ນໃຫ້ນັກກິລາມີຄວາມກະຕືລືລົ້ນເຮັດໃຫ້ການແຂ່ງຂັນມີຄວາມຟົດຟື້ນຂຶ່ນກວ່າເກົ່າ ແລະ ກ້າວໄປເຖິງເສັ້ນໄຊຕາມເປົ້າໝາຍ. ແຕ່ ໃນຂະນະດຽວກັນ ສຽງຮ້ອງ ສຽງເຊຍ ຂອງຜູ້ຊົມ ກໍຄືກອງເຊຍໃນສະໜາມ ອາດກາຍເປັນມີດສອງຄົມ ໄປໃນຕົວ ຖ້າຫາກ ກອງເຊຍໆໄປໃນທາງທີ່ສ້າງສັນ ສາມັກຄີ ເປັນມິດຕະພາບແລ້ວ ມັນຈະເຮັດໃຫ້ກິລາປະເພດນັ້ນ ເປັນກິລາ ເພື່ອມິດຕະພາບ ຄວາມສາມັກຄີ ແລະ ສ້າງສັນຮູ້ໄດ້ຮູ້ເສຍ ຮູ້ຮັບຜິດຊອບຢ່າງແທ້ຈິງ ແຕ່ກົງກັນຂ້າມຫາກການຊົມການເຊຍທີ່ເປັນລັກສະນະຍຸຍົງສົ່ງເສີມແບບບໍ່ຖືກຕ້ອງຈົນເຮັດໃຫ້ນັກກິລາແລ່ນນຳກະ ແສ ອາດກາຍເປັນຄວາມຮຸນແຮງໃນສະໜາມແຂ່ງກໍເປັນໄດ້ ໂດຍສະເພາະແມ່ນກິລາທີ່ມີຄົນຫລາຍ, ແຂ່ງເປັນໝູ່ຄະນະ ເຊັ່ນ ເຕະບານ, ບານບ້ວງ ແລະ ອື່ນໆ ທີ່ແຂ່ງເປັນທີມມັກຈະມີປະກົດການຫຍໍ້ທໍ້ເກີດຂຶ້ນເລື້ອຍໆ.
ຄຳຂວັນກິລາແຫ່ງຊາດ ຄັ້ງທີXIIນີ້ ມີຢູ່ວ່າ: ” ສາມັກຄີ ມີວິໄນ ໂປ່ງໃສ ໄດ້ພັດທະນາ ” ນັກກິລາ ຄະນະນຳ ແລະ ຄູຝຶກແຕ່ລະພາກສ່ວນຄວນເລົ່າໃຫ້ເຂົ້າໃຈຢ່າງໜັກແໜ້ນ ແລະ ເລິກເຊິ່ງເຖິງຖອງຢ່າງແທ້ຈິງ ຄຳຂວັນວາງອອກມາບໍ່ແມ່ນເພື່ອຄວາມອ່ານມ່ວນຊວນຟັງເທົ່ານັ້ນ ແຕ່ຫາກຍັງເລັ່ງໃຫ້ນັກກິລາທຸກພາກສ່ວນ ໃຫ້ມີຄວາມສາມັກຄີກັນ ມີລະບຽບວິໄນຢ່າງເຂັ້ມງວດ ໂປ່ງໃສທຸກການກະທຳ ແລະສາມາດນຳໄປພັດທະນາໃຫ້ເຂັ້ມແຂງດີຂຶ້ນກວ່າທີ່ເປັນຢູ່ໃນປັດຈຸບັນເພື່ອໃຫ້ກິລາລາວກ້າວສູ່ຄວາມເປັນມືອາຊີບສາມາດພົວພັນແລກປ່ຽນກັບພາກພື້ນແລະສາກົນໄດ້ ກອງເຊຍກໍຄວນເຊຍໃນຂອບເຂດທີ່ເປັັັັນຜົນດີ ບໍ່ມີການຍຸແຍ່ໃຫ້ເກີດຄວາມຜິດຂ້ອງຕ້ອງຖຽງກັນ,
ຢ່າງໃດກໍຕາມ ການແຂ່ງຂັນກິລາທີ່ມີຫຼາຍຄົນໃນສະໜາມດຽວກັນຍ່ອມມີການກະທົບກະທັ່ງກັນເປັນຂອງປົກກະຕິ, ຖ້າບໍ່ມີນ້ຳໃຈຄວາມເປັນນັກກິລາແທ້ໆ ອາດເຮັດໃຫ້ເກີດຄວາມຮຸນແຮງໄດ້, ຈາກເຫດການທີ່ເກີດຂຶ້ນຄັ້ງນີ້ ກໍໄດ້ແຕ່ຫວັງວ່າຈະກາຍເປັນບົດຮຽນສຳຄັນສຳລັບເຈົ້າ ໜ້າທີ່ຮັກສາຄວາມປອດໄພໃນສະໜາມແຂ່ງ ຊຶ່ງກິລາລະດັບຊາດຄືແນວນີ້ຕ້ອງມີກຳລັງກຽມພ້ອມເຂົ້າແກ້ໄຂໃຫ້ທັນການ, ຕົວນັກກິລາຕ້ອງຮູ້ຈັກໃຫ້ອາໄພຊຶ່ງກັນແລະກັນ ບໍ່ຄວນຫຍໍ້ຫຍັນຊ້ຳເຕີມກັນໃນທຸກກໍລະນີທີ່ເກີດຂຶ້ນໃນເກມແຂ່ງຂັນ, ກຳມະການຜູ້ຕັດສິນຕ້ອງຮູ້ທັນເກມຢ່າງລະອຽດຕັດສິນຕາມເກມຢ່າງຍຸຕິທຳ ສຳຄັນກອງເຊຍກໍເຊຍໃຫ້ຢູ່ໃນຈັງຫວະລັກສະນະພໍດີພໍງາມ ປາສະຈາກການຍຸໂຍງສົ່ງເສີມໃຫ້ເກີດຄວາມຮຸນແຮງ ເພາະນັ້ນມັນຄືເຊື້ອເພີງຊັ້ນດີທີ່ຮວດໃສ່ນ້ຳມັນອັນທີ່ຈະພາໃຫ້ເກີດໄຟກອງໃຫຍ່ໄດ້.
