ກວດພົບ 5 ບັນຫາ ໂຄງການລົດເມດ່ວນ BRT ເຮັດໃຫ້ ຫລ້າຊ້າ 24 ເດືອນ, ຈ້າງທີ່ປຶກສາມູນຄ່າສູງເຖິງ 10.98 ລ້ານໂດລາ ເທົ່າກັບ 11%
ວັນທີ 14 ພະຈິກ 2025 ທ່ານ ຄຳພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ວ່າ: ໂຄງການລົດເມດ່ວນ BRT ໄດ້ເລີ່ມມາ ແຕ່ປີ 2014 ຈາກການກວດກາເຫັນຫຼາຍບັນຫາຄື:
1. ຄວາມຄືບໜ້າໂຄງການຖ້າທຽບໃສ່ແຜນການຊ້າກວ່າ ປະມານ 24 ເດືອນ (ລວມທຸກໜ້າວຽກປະຕິບັດໄດ້ 79.25%, ສໍາລັບວຽກໂຄງລ່າງພື້ນຖານ 5 ສັນຍາ ປະຕິບັດໄດ້ 85.35%);
2. ແບບແຕ້ມກໍ່ສ້າງຂອງໂຄງການຍັງບໍ່ໄດ້ຖືກຮັບຮອງຈາກທີ່ປຶກສາ ແລະ ພາກສ່ວນກ່ຽວຂ້ອງ;
3. ອຸປະກອນທີ່ຕິດຕັ້ງພາຍໃນລົດເມ, ສະຖານີລົດເມ ແລະ ອູ່ລົດເມ ຍັງບໍ່ໄດ້ຖືກຮັບຮອງຢັ້ງຢືນມາດຕະຖານຈາກຂະແໜງການກ່ຽວຂ້ອງ;
4. ການເບີກຈ່າຍຊໍາລະບໍ່ຜ່ານສິນເຊື່ອຂອງທະນາຄານ ແຫ່ງ ສປປ ລາວ ກໍານົດ;
5. ການວ່າຈ້າງທີ່ປຶກສາມູນຄ່າ 10.98 ລ້ານໂດລາ ເທົ່າກັບ 11% ເຫັນວ່າມູນຄ່າສູງຫຼາຍທຽບໃສ່ດໍາລັບ 431/ລບ, ລົງວັນທີ 26 ພະຈິກ 2014 ໄດ້ກຳນົດບໍ່ເກີນ 2%.
