ສພຊ ສະເໜີໃຫ້ສ້າງແຜນວຽກຈຸດສຸມໃຫ້ຊັດເຈນ ແລະ ສອດຄ່ອງກັບວຽກງານກວດກາໄລຍະໃໝ່
ທ່ານ ລີເບີ ລີບົວປາວ ປະທານກຳມະທິການແຜນການ, ການເງິນ ແລະ ກວດສອບ ສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ IX ວັນທີ 14 ພະຈິກ 2025 ວ່າ:
ສຳລັບທິດທາງແຜນການເຄື່ອນໄຫວວຽກງານກວດກາ ປະຈຳປີ 2026 ຄະນະປະຈຳສະພາແຫ່ງຊາດ ເຫັນດີເປັນເອກະພາບ ຕໍ່ບົດລາຍງານດັ່ງກ່າວ, ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້, ຄະນະປະຈໍາສະພາແຫ່ງຊາດ ສະເໜີໃຫ້ອົງການກວດກາແຫ່ງລັດ ສືບຕໍ່ປັບປຸງແກ້ໄຂວຽກງານກວດກາໃຫ້ດີຂຶ້ນ ດ້ວຍການຖອດຖອນບົດຮຽນ ເສີມຂະຫຍາຍຈຸດດີ, ແກ້ໄຂຈຸດອ່ອນ ແລະ ຂໍ້ຄົງຄ້າງ ໃນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວໃນໄລຍະຜ່ານມາ ພ້ອມທັງເອົາໃຈໃສ່ກໍ່ສ້າງພະນັກງານ-ນັກກວດກາ ໃຫ້ເປັນມືອາຊີບ, ຍົກສູງຄຸນທາດການເມືອງ, ຈັນຍາບັນ-ຈັນຍາທຳ ເພື່ອຮັບປະກັນຄຸນນະພາບ ແລະ ສ້າງຄວາມເຊື່ອໝັ້ນ ຕໍ່ວຽກກວດກາ.
ນອກຈາກນີ້, ຕ້ອງເອົາໃຈໃສ່ຫັນເປັນທັນສະໄໝ ວຽກງານກວດກາ ໂດຍນຳໃຊ້ເຕັກໂນໂລຊີ, ອຸປະກອນ, ເຄື່ອງມືເຂົ້າໃນວຽກງານກວດກາໃຫ້ຫລາຍຂຶ້ນ ເພື່ອຮັບປະກັນປະສິດທິພາບ, ປະສິດທິຜົນສູງຂຶ້ນ; ສືບຕໍ່ຜັນຂະຫຍາຍບາງມາດຕາຂອງກົດໝາຍ ເປັນນິຕິກຳໃຕ້ກົດໝາຍໃຫ້ສຳເລັດຕາມແຜນ, ເອົາໃຈໃສ່ເຜີຍແຜ່ກົດໝາຍ, ນິຕິກໍາໃຕ້ກົດໝາຍ ແລະ ມະຕິກອງປະຊຸມສະພາແຫ່ງຊາດ ໃຫ້ແກ່ເປົ້າໝາຍທີ່ຖືກກວດກາ, ພາກສ່ວນທີ່ກ່ຽວຂ້ອງຮັບຮູ້ ແລະ ໃຫ້ການຮ່ວມມືໃນການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວ ວຽກງານກວດກາ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.
