ສະເໜີໃຫ້ລັດຖະບານປັບປຸງບາງເນື້ອໃນຂອງບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ນິສິດ ເເກ້ວປັນຍາ ສສຊ ປະຈຳເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ ສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ເມື່ອວັນທີ 11 ພະຈິກ 2025 ນີ້ວ່າ:  ສະເໜີໃຫ້ລັດຖະບານປັບປຸງບາງເນື້ອໃນຂອງບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໂດຍສະເພາະເນື້ອໃນທີ່ເວົ້າເຖິງການຍົກລະດັບພື້ນຖານໂຄງລ່າງຄົມມະນາຄົມຢູ່ລາວເຮົາ ເຫັນວ່າຍັງບໍ່ທັນສອດຄ່ອງກັບສະພາບເງື່ອນໄຂຕົວຈິງເທົ່າທີ່ຄວນ.