BBC ອອກຖະແຫລງການຂໍໂທດທ່ານ ທຣໍາ ກໍລະນີຕັດຕໍ່ສາລະຄະດີບິດເບືອນຄວາມຈິງ
BBC ອອກຖະແຫລງການຂໍໂທດທ່ານ ໂດນັລ ທຣໍາ ປະທານາທິບໍດີອາເມລິກາ ກໍລະນີຕັດຕໍ່ບິດເບືອນຂໍ້ມູນຄວາມຈິງໃນສາລະຄະດີ Panorama, ແຕ່ປະຕິເສດຈ່າຍຄ່າເສຍຫາຍ 1 ພັນລ້ານໂດລາ ຕາມຄໍາຮຽກຮ້ອງຂອງທ່ານ ທຣໍາ, ເນັ້ນບໍ່ໃຫ້ພ້ອມທີ່ຖືກຟ້ອງໃນຂໍ້ຫາ “ໝິ່ນປະໝາດ”.
ໃນຄືນວັນທີ 13 ພະຈິກ, ໂຄສົກ BBC ລະບຸວ່າ: ທີມກົດໝາຍຂອງສໍານັກຂ່າວໄດ້ຂຽນຈົດໝາຍ 2 ສະບັບເຖິງທ່ານ ທຣໍາ ແລະ ທໍານຽບຂາວໂດຍທ່ານ ຊາມີ ຊາ ໃນນາມປະທານຄະນະກໍາມະການ BBC ໄດ້ຂໍໂທດຜູ້ນໍາອາເມລິກາ ຕໍ່ກໍລະນີການຕັດຕໍ່ບິດເບືອນຂໍ້ມູນຄວາມຈິງໃນສາລະຄະດີ Paronama ຫລື ສ່ວນສູນທອນພົດໃນວັນທີ 6 ມັງກອນ 2021.
ຖະແຫລງການຈາກ BBC ອະທິບາຍວ່າ: ສໍານັກຂ່າວຍອມຮັບທີ່ເຮັດໃຫ້ເກີດຄວາມເຂົ້າໃຈຜິດ ດ້ວຍການຕັດຕໍ່ເນື້ອໃນພຽງສ່ວນດຽວຂອງຄໍາປາໄສ ເຊິ່ງເຮັດໃຫ້ເກີດຄວາມເຂົ້າໃຈຜິດວ່າ ທ່ານ ທຣໍາ ຮຽກຮ້ອງໃຫ້ໃຊ້ຄວາມຮຸນແຮງ, ແຕ່ບໍ່ເຫັນພ້ອມຈະຖືກຟ້ອງໃນຂໍ້ຫາໝິ່ນປະໝາດ.
ກ່ອນໜ້ານີ້, BBC ປ່ອຍສາລະຄະດີ Panorama ຕອນ Trump: A Second Chance? ໃນວັນທີ 28 ຕຸລາ 2024 ເຊິ່ງເປັນເວລາ 2 ວັນກ່ອນການເລືອກຕັ້ງອາເມລິກາ, ແຕ່ເລື່ອງດັ່ງກ່າວພັດເປັນບັນຫາຮ້ອນຂຶ້ນມາ ຫລັງ The Telegraph ລາຍງານວ່າ: ທ່ານ ໄມເຄິລ ເພຣສກ໋ອດ ອະດີດທີ່ປຶກສາພາຍນອກອິດສະລະ ຄະນະກໍາມະການມາດຕະຖານບັນນາທິການ ລະບຸວ່າ: ສາລະຄະດີດັ່ງກ່າວໄດ້ຕັດຕໍ່ຄໍາປາໄສຂອງທ່ານ ທຣໍາ ໃຫ້ຄືທ່ານສະໜັບສະໜູນເຫດການກໍ່ຈະລາຈົນບຸກອາຄານລັດຖະສະພາໃນເດືອນມັງກອນ 2021.
ອ້າງອີງ.
- https://www.bbc.com/news/articles/c874nw4g2zzo
- https://www.aljazeera.com/news/2025/11/11/inside-the-year-long-bbc-saga-that-led-to-trumps-1bn-lawsuit-threat
- https://www.ft.com/content/53d53d72-82c1-419f-82bb-59f2e79828ca
- https://www.theguardian.com/media/2025/nov/13/bbc-apologises-to-donald-trump-over-edit-of-speech-for-panorama
