ຈີນພົບແຫລ່ງບໍ່ຄໍາຂະໜາດໃຫຍ່ໃນມົນທົນຫລຽວໜິງ ຄາດວ່າອາດຊ່ວຍເພີ່ມຄັງສໍາຮອງຄໍາ

               ກະຊວງຊັບພະຍາກອນທໍາມະຊາດຂອງຈີນເປີດເຜີຍໃນວັນທີ 14 ພະຈິກວ່າ: ຈີນຄົ້ນພົບບໍ່ຄໍາຂະໜາດໃຫຍ່ແຫ່ງທໍາອິດໃນມົນທົນຫລຽວໜິງ ທາງຕາເວັນອອກສຽງເໜືອຂອງປະເທດ ໂດຍບໍ່ຄໍາທີ່ພົບນີ້ມີຄວາມບໍລິສຸດຕໍ່າ.

               ສໍານັກຂ່າວຊິນຮົວລາຍງານໂດຍອ້າງຂໍ້ມູນຂອງກະຊວງຊັບພະຍາກອນທໍາມະຊາດວ່າ: ບໍ່ຄໍາດາດົງກູ (Dadonggou) ແຫ່ງນີ້ຄາດວ່າຈະມີສິນແຮ່ຄໍາຢູ່ 2.586 ພັນລ້ານໂຕນ ແລະ ມີປະລິມານຄໍາລວມ 1,444.49 ໂຕນ ໂດຍມີຄວາມບໍລິສຸດສະເລ່ຍ 0.56 ກຣາມຕໍ່ໂຕນ.

               ກະຊວງດັ່ງກ່າວລະບຸວ່າ: ການຄົ້ນພົບຄັ້ງປະຫວັດສາດນີ້ຈະຊ່ວຍສົ່ງເສີມຄັງສໍາຮອງຄໍາທາງຍຸດທະສາດຂອງປະເທດໄດ້ຫລາຍ ແລະ ອາດນໍາໄປສູ່ການຈັດຕັ້ງຖານການຜະລິດຄໍາລະດັບໂລກ ເຊິ່ງຈະສະໜັບສະໜູນການຟື້ນຟູ ແລະ ການພັດທະນາທີ່ມີຄຸນນະພາບສູງໃນພາກພື້ນຕາເວັນອອກສຽງເໜືອຂອງຈີນຢ່າງເຕັມຮູບແບບ.