ໄລຍະ 5 ປີ ກວດ 18 ເປົ້າໝາຍ ມີຜົນເສຍຫາຍ 642.93 ຕື້ກີບ
ທ່ານ ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນເຄື່ອນໄຫວ 5 ປີ (2021-2025) ປະຈໍາປີ 2025 ແລະ ແຜນເຄື່ອນໄຫວ 5 ປີ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງ ຊາດຊຸດທີ IX ໃນວັນທີ 14 ພະຈິກ 2025,ພາຍໃຕ້ການເປັນປະທານ ຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ.
ວຽກສອບສວນການສໍ້ລາດບັງຫຼວງ ເຊິ່ງດຳເນີນການສືບສວນ-ສອບສວນ ຈຳນວນ 18 ເປົ້າໝາຍ, ມີຜົນເສຍຫາຍ ທັງໝົດ 642.93 ຕື້ກີບ, ເງິນບາດ 68.95 ລ້ານບາດ,ເງິນຢວນ 7.80 ລ້ານຢວນ,ເງິນໂດລາ 66.8 ລ້ານໂດລາສະຫະລັດ ແລະ ເງິນດົງ 1.5 ຕື້ດົງ; ເກັບກູ້ໄດ້ແລ້ວ 66,40 ຕື້ກີບ, ເງິນບາດ 6.49 ລ້ານບາດ, ເງິນຢວນ 5.19 ລ້ານຢວນ, ເງິນໂດລາ 7.29 ລ້ານໂດລາສະຫະລັດ.
ນອກຈາກນັ້ນ, ຍັງເກັບກູ້ຄືນເປັນຊັບສິນອື່ນໆ; ມີຜູ້ກ່ຽວຂ້ອງ ທັງໝົດ 334 ຄົນ.ໃນນີ້, ເປັນພະນັກງານລັດ 212 ຄົນ, ພະນັກງານລັດວິສາຫະກິດ 44 ຄົນ, ຕ່າງປະ ເທດ 2 ຄົນ ແລະ ບຸກຄົນອື່ນໆ 77 ຄົນ.ໃນຈຳນວນ 18 ເປົ້າໝາຍນີ້ ໄດ້ດຳເນີນການສືບສວນ-ສອບສວນສໍາເລັດ ຈຳນວນ 13 ເປົ້າໝາຍ, ຂະຫຍາຍຜົນຕໍ່ຜູ້ກ່ຽວຂ້ອງ ຈຳ ນວນ 312 ຄົນ; ໃນນີ້, ສະຫຼຸບສົ່ງໄອຍະການ ເພື່ອສັ່ງຟ້ອງ ຈຳນວນ 86 ຄົນ ( ສານຕັດສິນແລ້ວ 23 ຄົນ ), ແກ້ໄຂຕາມລະບຽບບໍລິຫານ ຈໍານວນ 207 ຄົນ; ສະເພາະ ໃນປີ 2025 ໄດ້ດຳເນີນການສືບສວນ-ສອບສວນ 6 ເປົ້າ ໝາຍ, ມີຜູ້ກ່ຽວຂ້ອງ ຈຳ ນວນ 59 ຄົນ.
