ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຊີ້ແຈງການປັບປຸງໂຄງສ້າງລາຄາໄຟຟ້າ

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຊີ້ແຈງກ່ຽວກັບການປັບປຸງໂຄງສ້າງລາຄາໄຟຟ້າ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX, ໃນວັນທີ 13 ພະຈິກ 2025 ນີ້ວ່າ:

ພາຍຫຼັງປະເທດຊາດໄດ້ຮັບ ການປົດປ່ອຍໃນປີ 1975, ພັກ ແລະ ລັດຖະບານ ໄດ້ເລັ່ງເຫັນທ່າແຮງ ແລະ ຄວາມສໍາ ຄັນຂອງຂະແໜງພະລັງງານໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ ຈຶ່ງສົ່ງເສີມການລົງທຶນທັງພາຍໃນ ແລະ ຕ່າງປະເທດ ເຂົ້າໃນການພັດທະນາຂະແໜງການນີ້, ມາເຖິງປະຈຸບັນ, ພວກເຮົາໄດ້ສ້າງແຫຼ່ງຜະລິດໄຟຟ້າ 109 ແຫ່ງ, ກຳລັງ ຕິດຕັ້ງ 12,235.84 MW, ສາມາດສະໜອງໄຟຟ້າຊົມໃຊ້ໃຫ້ຄົວເຮືອນ ໄດ້ຫຼາຍກວ່າ 96%; ສົມທຽບປີ 1975, ມີແຫຼ່ງຜະລິດ ໄຟຟ້າ ພຽງແຕ່ 4 ແຫ່ງ, ກຳລັງຕິດຕັ້ງ 33 MW ແລະ ສະໜອງໄຟຟ້າຊົມໃຊ້ໄດ້ພຽງ 3%.

ຄຽງຄູ່ກັບການເຕີບໃຫຍ່ຂະຫຍາຍຕົວທີ່ກ່າວມານັ້ນ, ບັນຫາພົ້ນເດັ່ນ ໃນຂະແໜງພະລັງງານ ໃນປະຈຸບັນກໍມີຫຼາຍ ເປັນຕົ້ນ: ລາຄາໄຟຟ້າແພງ ເມື່ອທຽບໃສ່ຄ່າຄອງຊີບ ຂອງປະຊາຊົນ, ເພີ່ມຕົ້ນທຶນໃຫ້ແກ່ການຜະລິດພາຍໃນ, ໜີ້ສິນສະສົມໜັກໜ່ວງ, ການສະໜອງໄຟຟ້າ ບໍ່ສະຖຽນ ແລະ ພະລັງງານສ່ວນໃຫຍ່ ແມ່ນສົ່ງອອກໃນລາຄາຖືກ.

ເພື່ອແກ້ໄຂບັນຫາທີ່ກ່າວມານັ້ນ ການປັບຂຶ້ນລາຄາໄຟຟ້າໃນໄລຍະຜ່ານມາ ຈຶ່ງເປັນທາງອອກທີ່ຫຼີກລ້ຽງບໍ່ໄດ້. ເຖິງຢ່າງໃດກໍຕາມ, ບົນພື້ນຖານການຄົ້ນຄວ້າຄໍາສະເໜີຂອງສະມາຊິກສະພາໃນ ກອງປະຊຸມສະໄໝສາມັນ ເທື່ອທີ 9, ລັດຖະບານ ໄດ້ຄົ້ນຄວ້າ ແລະ ອອກມະຕິ ເລກທີ 11/ລບ ເພື່ອ: ດັດສົມລາຄາໄຟຟ້າ ພາກທີ່ຢູ່ອາໄສ ຜູ້ທີ່ໃຊ້ໄຟບໍ່ເກີນ 300 kWh, ໂດຍເຫັນດີໃຫ້ດຸ່ນດ່ຽງ (ປັບຫຼຸດ) ຄ່າຜ່ານສາຍສົ່ງລົງ ຈາກ 1.2 Us cent/kWh ມາເປັນ 0.5 Us Cent/kWh ນັບແຕ່ເດືອນ ກັນຍາ-ທັນວາ 2025 ພ້ອມທັງ ມອບໃຫ້ກະຊວງ ອຄ ສືບຕໍ່ຄົ້ນຄວ້າປັບຄ່າໄຟຂຶ້ນເທື່ອລະໜ້ອຍ ໂດຍບໍ່ໃຫ້ກະທົບແຮງຕໍ່ ສັງຄົມ. ນີ້ແມ່ນມາດຕະການ ທີ່ຊ່ວຍແບ່ງເບົາຄ່າໄຟຟ້າ ສໍາລັບປະຊາຊົນ ທີ່ມີລາຍໄດ້ຕໍ່າ.

ໃນການດັດສົມລາຄາໄຟຟ້າດັ່ງກ່າວ, ລັດຖະບານໄດ້ວາງມາດຕະການໄລຍະສັ້ນ, ກາງ ແລະ ຍາວ ໃນການປັບລາຄາ ໄຟຟ້າ ເຊິ່ງໃນໄລຍະສັ້ນຄື 4 ເດືອນທ້າຍປີ 2025, ລັດຖະບານຈະໄດ້ຖົມຂຸມຄ່າໄຟຟ້າ ຈໍານວນ 8-10 ລ້ານ ໂດລາສະຫະລັດ ຈຶ່ງເຮັດໃຫ້ລາຄາໄຟຟ້າ ຄົວເຮືອນຂັ້ນ 0-300 kWh/ເດືອນ (ຕາມແຈ້ງການເລກທີ 3410/ຫກ, ລົງວັນທີ 23/09/2025) ແມ່ນ: 2.4 ຫາ 4.9 Us Cent/kWh ຫຼຸດລົງ 0.7 Us Cent/kWh (ເມື່ອກ່ອນ 3.1 ຫາ 5.6 Us Cent/kWh) ຊຶ່ງຈະປະຕິບັດຈົນຮອດເດືອນທັນວາ 2025 ຖ້າທຽບໃສ່ປະເທດອ້ອມຂ້າງ, ລາຄາໄຟຟ້າດັ່ງກ່າວ ຖືວ່າ ຖືກທີ່ສຸດ.

ສ່ວນທິດທາງ ແລະ ມາດຕະການແກ້ໄຂບັນຫາລາຄາໄຟຟ້າໃນຕໍ່ໜ້າ, ທັງມາດຕະການໄລຍະສັ້ນ, ແຕ່ນີ້ໝົດປີ 2025, ມາດຕະການໄລຍະກາງ (2026-2029), ແລະ ມາດຕະການໄລຍະຍາວຫຼັງປີ 2029 ລວມທັງຄວາມຮັບຜິດຊອບຂອງແຕ່ ລະພາກສ່ວນ ແມ່ນໄດ້ກຳນົດໃນມະຕິ 11/ລບ ຢ່າງຊັດເຈນ.