ກະຊວງອຸດສາຫະກໍາ ເເລະ ການຄ້າວາງ 3 ທິດທາງສົ່ງເສີມ ອຸດສາຫະກໍາຂະແໜງບໍ່ແຮ່ໃນ 5 ປີຕໍ່ໜ້າ

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ເເລະ ການຄ້າ ຕອບຄໍາຊັກຖາມ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາເເຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ 2025 ວ່າ: ທິດທາງການຫັນເປັນອຸດສາຫະກໍາ ໃນຂະແໜງອຸດສາຫະກໍາ ແລະ ການຄ້າ ໃນ 5 ປີຕໍ່ໜ້າ ແມ່ນຈະສຸມໃສ່ 3 ຂະແໜງຕົ້ນຕໍ ຄື :

  • ອຸດສາຫະກໍາປຸງແຕ່ງ
  • ອຸດສາຫະກໍາພະລັງງານ
  • ອຸດສາຫະກໍາບໍ່ແຮ່.

ເພື່ອສົ່ງເສີມການຫັນເປັນອຸດສາຫະກໍາໃນຂະແໜງບໍ່ແຮ່, ກະຊວງຈະປະຕິບັດ 8 ຫົວຂໍ້ສໍາຄັນດັ່ງນີ້:

  1. ຈັດລໍາດັບຄວາມສໍາຄັນຂອງແຮ່ທາດ ທີ່ເປັນທ່າແຮງສູງສໍາລັບການພັດທະນາໂດຍອີງໃສ່ຄວາມດຶງດູດທາງການຄ້າ ແລະ ຕະຫຼາດ ແລະ ແຮ່ທາດທີ່ເປັນເປົ້າໝາຍການພັດທະນາຂອງລາວ.
  2. ຈໍາກັດ ຫຼື ຫ້າມການສົ່ງອອກແຮ່ດິບ ທີ່ກໍານົດເປັນແຮ່ທາດບຸລິມະສິດ ເພື່ອການປຸງແຕ່ງເປັນອຸດສາຫະກໍາແບບຕ່ອງໂສ້ເພື່ອຮັບປະກັນໃຫ້ມີວັດຖຸດິບພຽງພໍ ເພື່ອດຶງດູດການລົງທຶນຂະໜາດໃຫຍ່.
  3. ຄັດເລືອກ ຫຼື ປະມູນ ເອົານັກລົງທຶນທີ່ມີຄຸນນະພາບ ເພື່ອມາເປັນຄູ່ຮ່ວມຍຸດທະສາດ ພັດທະນາອຸດສາຫະກໍາແບບເປັນລະບົບຕ່ອງໂສ້ ແຕ່ຕົ້ນນໍ້າໄປຫາກາງນໍ້າ ແລະ ປາຍນໍ້າ.
  4. ສົ່ງເສີມການພັດທະນາອຸດສະຫະກໍາ ກາງນໍ້າ ແລະ ປາຍນໍ້າ ໂດຍສະເພາະ ແຮ່ທາດທີ່ມີປະລິມານສະສົມຫຼາຍ ເປັນຕົ້ນ: ບົກຊິດ, ເກືອໂປຕັສ, ເຫຼັກ, ຄໍາ, ທອງ ແລະ ແຮ່ທາດຫາຍາກ.
  5. ສົ່ງເສີມການຮ່ວມມືກັບລັດວິສາຫະກິດ ຫຼື ວິສາຫະກິດພາຍໃນ ແບບເປັນບໍລິສັດຮຸ້ນສ່ວນ ເພື່ອຜູກມັດການພັດທະນາ ແລະ ຖ່າຍທອດຄວາມຮູ້, ວິທີການ ແລະ ເຕັກໂນໂລຊີ ໃຫ້ແກ່ວິສາຫະກິດພາຍໃນ.
  6. ສົ່ງເສີມການພັດທະນາຊັບພະຍາກອນມະນຸດ ໂດຍສະເພາະ ໃນຂົງເຂດບໍ່ແຮ່, ຖ່າຍທອດຄວາມຮູ້, ເຕັກໂນໂລຊີ ແລະ ການຄົ້ນຄວ້າວິໄຈ ເພື່ອໃຫ້ເກີດຄັງຄວາມຮູ້ ແລະ ການພັດທະນານະວັດຕະກໍາ ໂດຍການກໍານົດເປັນເງື່ອນໄຂ ຕິດພັນກັບການໄດ້ຮັບສິດລົງທຶນ ແລະ ພັດທະນາແຮ່ທາດ ຢູ່ ສປປ ລາວ.
  7. ສົ່ງເສີມການນໍາໃຊ້ ແລະ ຈັດຊື້ວັດຖຸດິບ ແລະ ວັດຖຸເຄິ່ງສໍາເລັດຮູບ ເພື່ອສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງພາຍໃນເຮັດການຜະລິດ, ຈັດຊື້ ແລະ ສະໜອງ ໃຫ້ແກ່ການຜະລິດ ຂອງໂຄງການບໍ່ແຮ່ຂະໜາດໃຫຍ່.
  8. ປັບປຸງນິຕິກໍາ ແລະ ບັງຄັບໃຊ້ ຫຼັກການ ແລະ ມາດຕະການທາງດ້ານສິ່ງເເວດລ້ອມ, ສັງຄົມ ເເລະ ການ ບໍລິຫານ (ESG) ເພື່ອໃຫ້ສາມາດຄຸ້ມຄອງ, ນໍາໃຊ້ ເເລະ ພັດທະນາເເຮ່ທາດ ໃຫ້ເກີດປະໂຫຍດສູງສຸດ, ຈໍາກັດຄວາມສ່ຽງ ເເລະ ຜົນກະທົບດ້ານລົບ ຕໍ່ສິ່ງເເວດລ້ອມ, ສັງຄົມ-ປະຊາຊົນ ເເລະ ປະກົດການຫຍໍ້ທໍ້ຕ່າງໆ. (ມາດຕະການເຫຼົ່ານີ້ໄດ້ຖືກກໍານົດ ໃນ 7 ຫຼັກການປະເມີນ ບໍລິສັດ ພັດທະນາບໍ່ແຮ່, ແຕ່ມີຄວາມຈໍາເປັນ ຕ້ອງປັບປຸງຕື່ມ)