ຕຳຫລວດໄທ ຖະແຫລງຢຶດລົດ ແລະ ທີ່ດິນ ພຣະອະລົງກົດ ໂກງເງິນວັດ ລວມມູນຄ່າ 10ຕື້ບາດ
ວັນທີ 13 ພະຈິກ 2025 ສຳນັກຂ່າວ PPTV ຂອງໄທລາຍງານວ່າ: ວັນທີ 26 ສິງຫາ 2025 ຜ່ານມາ ເຈົ້າໜ້າທີ່ຕຳຫລວດໄດ້ກວດຄົ້ນເປົ້າໝາຍເພື່ອຫາພະຍານຫລັກຖານປະກອບສຳນວນຄະດີ 17 ຈຸດ ຢູ່ໃນກຸງເທບມະຫານະຄອນ ແລະ ຈັງຫວັດລົບບຸລີ ໂດຍໄດ້ຈັບກຸມຜູ້ຕ້ອງຫາ ຕາມໝາຍຈັບ 2 ຄົນ ຄື:
1. ພຣະອະລົງກົດ ອາຍຸ 65 ປີ ເຈົ້າອະທິການ ວັດພະບາດນ້ຳພຸ ກະທຳຜິດດ້ວຍການຫັນປ່ຽນຊັບສິນວັດໃຫ້ເປັນຂອງຕົນ ຫລື ໃຫ້ເປັນຂອງຄົນອື່ນໂດຍບໍ່ຖືກຕ້ອງ, ຟອກເງິນ ແລະ ສົມຮູ້ຮ່ວມຄິດຮ່ວມກັນແຕ່ສອງຄົນຂຶ້ນໄປເພື່ອກະທຳການຟອກເງິນ.
2. ໝໍບີ ອາຍຸ 43 ປີ ເຮັດຜິດຖານຜູ້ສະໜັບສະໜູນການກະທຳຄວາມຜິດ ຈັດການ ຫລື ຮັກສາຊັບສິນ ປ່ຽນຊັບໃຫ້ເປັນຂອງຕົນ ຫລື ໃຫ້ເປັນຂອງຄົນອື່ນໂດຍບໍ່ຖືກຕ້ອງ, ຟອກເງິນ ແລະ ສົມຮູ້ຮ່ວມຄິດກັນແຕ່ສອງຄົນຂຶ້ນໄປເພື່ອກະທຳການຟອກເງິນ.
ພ້ອມທັງຍືດຊັບສິນໄດ້ມີຄື: ລົດໃຫຍ່ 3 ຄັນ ລວມມູນຄ່າປະມານ 8 ລ້ານບາດ, ເງິນສົດ 2,562,350 ບາດ, ກະເປົາແບຣນເນມ 3 ໜ່ວຍ ລວມມູນຄ່າ 4 ແສນບາດ, ປື້ມບັນຊີເງິນຝາກ 21 ຫົວ ລວມມູນຄ່າ 52 ລ້ານບາດ, ໃບຕາດິນ ແລະ ໃບກຳມະສິດ 23 ໃບ ເນື້ອທີ່ລວມ 323 ກວ່າໄລ່ ລວມມູນຄ່າ 70 ລ້ານບາດ.
ພາຍຫລັງການຈັບກຸມຜູ້ຕ້ອງຫາທັງສອງຄົນ ເຈົ້າໜ້າທີ່ຕຳຫລວດກອງບັນຊາການຕຳຫລວດສອບສວນກາງ ໄດ້ສືບສວນຕິດຕາມຊັບສິນທີ່ບຸກຄົນອື່ນມີຊື່ຄອບຄອງໄວ້ແທ່ນວັດພະບາດນ້ຳພຸ ແລະ ເກັບກູ້ຄືນມາໃຫ້ວັດພະບາດນ້ຳພຸໄດ້ ມີ: ໃບຕາດິນ 411 ໃບ ເນື້ອທີ່ລວມ 2,258 ກວ່າໄລ່, ໜັງສືນຳໃຊ້ສິດ 389 ໃບ ລວມເນື້ອທີ່ 4,957 ກວ່າໄລ່, ລົດໃຫຍ່ 60 ຄັນ. ເຈົ້າໜ້າທີ່ຖະແຫລງຊັບສິນລວມທັງໝົດ ທັງໃບຕາດິນ, ລົດໃຫຍ່ ແລະ ເງິນສົດ ລວມມູນຄ່າກວ່າ 10 ຕື້ບາດ ສອບຖາມຄຳໃຫ້ການຜູ້ຕ້ອງຫາເບື້ອງຕົ້ນ ຜູ້ຕ້ອງຫາທັງສອງໄດ້ໃຫ້ການປະຕິເສດຂໍ້ກ່າວຫາ.
