ຄາຕະກຳເມຍ ແລະ ໃຊ້ປືນແກັບຍິງຊາຍທີ່ສົງໄສວ່າເປັນຊູ້ ຈົນໄດ້ຮັບບາດຈັບສາຫັດ

ປກສ ແຂວງ ອຸດົມໄຊ ລາຍງານວ່າ: ວັນທີ 3 ພະຈິກ 2025 ເຈົ້າໜ້າທີ່ ກອງບັນຊາການ ປກສ ເມືອງງາ ແຂວງອຸດົມໄຊ ເກີດເຫດຄາຕະກໍາ ນາງ ໄມນົງ ທໍ ອາຍຸ 24 ປີ ຢູ່ບ້ານພູກໍ ເມືອງງາ ແຂວງອຸດົມໄຊ, ຜູ້ກໍ່ເຫດຊື່ທ້າວ ເກຍ ຢ່າ ອາຍຸ 39 ປີ ຢູ່ບ້ານພູກໍ ເມືອງງາ ແຂວງອຸດົມໄຊ ເປັນຜົວຂອງຜູ້ຕາຍ ພາຍຫລັງກໍ່ເຫດໄດ້ລົບໜີ ແລະ ເຈົ້າໜ້າທີ່ສາມາດນຳຈັບຕົວໄດ້ໃນວັນທີ 9 ພະຈິກ 2025.

ຜ່ານການສອບສວນ ຜູ້ກ່ຽວຮັບສາລະພາບວ່າ: ມື້ເກີດເຫດວັນທີ 3 ພະຈິກ 2025 ເວລາປະມານ 11:00 ໂມງ ຕົນເອງໄດ້ສັງເກດເຫັນເມຍ ກັບ ລູກສາວ ຍ່າງໄປເຂົ້າລີ້ຢູ່ສະນໍາ (ຖຽງໄຮ່) ຂອງທ້າວ ປໍ ທໍ (ນ້ອງນ້າ) ຢູ່ເຂດບ້ານພູກໍ. ຈາກນັ້ນ, ຕົນກໍໄດ້ກະກຽມເຂົ້າສານ ປະມານ 1 ກິໂລ, ໄຟສາຍ1 ອັນ ແລະ ມີດ 1 ດວງ ແລ້ວຍ່າງໄປຫານ້ອງນ້າອີກຄົນ ຊື່ ທ້າວ ເຢຍທໍ ຢູ່ບ້ານພູກໍ ເພື່ອຂໍຢືມປືນແກັບ. ຫລັງຈາກໄດ້ປືນແກັບມາແລ້ວ ຕົນເອງ ກະຕັດເຫລັກເສັ້ນ ມາຕີເຮັດລູກໂດດ (ລູກປືນ, ໃຊ້ຍິງສຳລັບປືນແກັບ) 3 ລູກ, ຈຸດປະສົງ ແມ່ນເພື່ອຈະເອົາໄປຍິງເມຍ. ຈາກນັ້ນ, ກໍຍ່າງໄປຫາເມຍກັບລູກ ຢູ່ສະນໍາ ພໍໄປຮອດກາງທາງ ຕົນເອງກໍໄດ້ຍັດປືນແກັບ ໃສ່ລູກໂດດ 1 ລູກ ແລະ ລູກວ່ານ ຈຳນວນໜຶ່ງ ແລ້ວຍ່າງໄປຮອດສະນໍາ ບ່ອນທີ່ເມຍກັບລູກຢູ່ ຕົນກໍໄດ້ຍ່າງເຂົ້າໄປທາງຫລັງຖຽງໄຮ່ ແລ້ວສັງເກດເມຍນອນຢູ່ໃນຖຽງ. ໃນເວລານັ້ນ ເມຍ ໄດ້ລຸກຂຶ້ນໄປໄຂປະຕູຖຽງໄຮ່ເພື່ອຈະແລ່ນໜີ ຕົນເອງຈຶ່ງໃຊ້ປືນແກັບ ທີ່ກະກຽມມາ ຍິງໃສ່ເມຍ ຖືກບໍລິເວນງ່ອນ ເຮັດໃຫ້ເມຍລົ້ມເສຍຊີວິດຄາທີ່.

ຫລັງຈາກຍິງແລ້ວ, ຕົນ ຈຶ່ງກັບມາຢູ່ເຮືອນ ແລ້ວໄປລີ້ຢູ່ປ່າກ້ອງບ້ານ. ຈາກນັ້ນ, ກໍຍ່າງກັບໄປສະນໍາຢູ່ເຂດບ້ານເກົ່າ ພໍໄປຮອດກາງທາງ ຕົນໄດ້ຍັດປືນແກັບໃສ່ລູກໂດດ 1 ລູກ ແລ້ວໄປລີ້ ຢູ່ປ່າແຄມທາງ ກໍໄດ້ມີຜູ້ຊາຍ ບໍ່ຮູ້ຊື່ 1 ຄົນ ກຳລັງຍ່າງມາ, ຕົນໄດ້ສັງເກດເບິ່ງດ້ານຫລັງ ຄ້າຍຄືກັບທ້າວ ປໍ ທໍ (ນ້ອງນ້າ) ຈຶ່ງໄດ້ໃຊ້ປືນແກັບ ຍິງໃສ່ 1 ບາດ ເຮັດໃຫ້ຜູ້ ຊາຍຄົນດັ່ງກ່າວລົ້ມລົງ ແຕ່ຊາຍຄົນດັ່ງກ່າວ ຊື່ທ້າວ ເພັງ ມົ້ງ ອາຍຸ 34 ປີ ໄດ້ຮັບບາດເຈັບສາຫັດ. ຫລັງຈາກກໍ່ເຫດ ກໍໜີເຂົ້າປ່າ. ຮອດວັນທີ 9 ພະຈິກ 2025 ກໍຖືກເຈົ້າໜ້າທີ່ ປກສ ຕິດຕາມຈັບ ໄປດຳເນີນຄະດີຕາມກົດໝາຍ. ສ່ວນສາເຫດ ເຈົ້າໜ້າທີ່ ສັນນິຖານໃນເບື້ອງຕົ້ນ ອາດເກີດຈາກຄວາມສົງໄສວ່າ ເມຍລັກຫລິ້ນຊູ້.

ທີ່ມາ: ໜັງສືພິມ ຄວາມສະຫງົບ