ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ຈະເດີນທາງມາຢ້ຽມຢາມ ສປປ ລາວ ໃນວັນທີ 17-21 ພະຈິກ 2025 ແລະ ຈະເດີນທາງໄປຢ້ຽມຢາມແຂວງຫລວງພະບາງ

ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ຈະສະເດັດເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການໃນລະຫວ່າງວັນທີ 17-21 ພະຈິກ 2025 ທີ່ຈະມາເຖິງນີ້, ຊຶ່ງເປັນການຢ້ຽມຢາມຕ່າງປະເທດ ຢ່າງເປັນທາງການຄັ້ງທຳອິດຂອງ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ.

ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຄັ້ງນີ້ ຂອງ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ຍີ່ປຸ່ນ ພວມສະເຫລີມສະຫລອງການສ້າງຕັ້ງສາຍພົວພັນ ທາງການທູດນໍາກັນ ຄົບຮອບ 70 ແລະ ຄົບຮອບ 60 ປີ ທີ່ລັດຖະບານຍີ່ປຸ່ນ ໄດ້ສົ່ງອາສາສະໝັກຍີ່ປຸ່ນ ມາປະຕິບັດໜ້າທີ່ ຢູ່ ສປປ ລາວ ເລີ່ມແຕ່ປີ 1965 ເປັນຕົ້ນມາ. ດັ່ງນັ້ນ, ການຢ້ຽມຢາມຂອງ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງປະເທດຍີ່ປຸ່ນ ຈຶ່ງເປັນຂີດໝາຍສໍາຄັນໜຶ່ງ ສໍາລັບປະຫວັດສາດຂອງການພົວພັນຮ່ວມມື ລະຫວ່າງສອງປະເທດ ສປປ ລາວ ແລະ ຍີ່ປຸນ ແລະ ທັງເປັນການຜັນຂະຫຍາຍ ການເປັນຄູ່ຮ່ວມຍຸດທະສາດຮອບດ້ານລາວ-ຍີ່ປຸ່ນ ໃຫ້ເປັນຮູບປະທໍາຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ.

ການເຄື່ອນໄຫວສຳຄັນຂອງ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ຄັ້ງນີ້ ນອກຈາກການພົບປະກັບການນຳສູງສຸດທຸກຂັ້ນຂອງ ສປປ ລາວ ແລະ ຢ້ຽມຊົມສະຖານທີ່ທາງດ້ານວັດທະນະທຳສຳຄັນແລ້ວ ຍັງຈະສະເດັດຢ້ຽມຢາມແຂວງຫລວງພະບາງອີກດ້ວຍ.

ປະຫວັດຫຍໍ້

– ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ

– ຊື່ທາງການ: ສົມເດັດ ເຈົ້າຍິງ ໄອໂກະ (Her Imperial Highness Princess Aiko)

– ຊື່ພະຣາຊະທານສໍາລັບສະມາຊິກຣາຊະວົງ: ເຈົ້າຍິງ ໂທຊິ ຫລື ໂທຊິ ໂນະ ມີຢະ (Princess Toshi ຫລື Toshi-no-Miya)

– ວັນເດືອນປີເກີດ: 01 ທັນວາ 2001 (24 ປີ)

– ການສຶກສາ: ຈົບການສຶກສາຈາກພາກວິຊາພາສາ ແລະ ອັກສອນຍີ່ປຸ່ນ, ຄະນະອັກສອນສາດ, ມະຫາວິທະຍາໄລ ກາກຶຊູອິນ ປະເທດຍີ່ປຸ່ນ (Graduated from the Department of Japanese Language and Literature, Faculty of Letters, Gakushuin University).

– ບ່ອນເຮັດວຽກ: ອົງການກາແດງຍີ່ປຸ່ນ.

 ໝາຍເຫດ: ສົມເດັດ ເຈົ້າຍິງ ໄອໂກະ ແມ່ນລູກສາວຄົນດຽວຂອງ ສົມເດັດ ເຈົ້າຈັກກະພັດ ນາຣຸ ຣິໂຕະ ແລະ ພະຣາຊິນີ ມາຊາໂກະ (His Majesty the Emperor NARUHITO and Her Majestry the Empress Masako) ແຫ່ງປະເທດຍີ່ປຸ່ນ ແລະ ຍັງບໍ່ເຄີຍຢ້ຽມຢາມ ຕ່າງປະເທດ.