ບັນຫາວິກິດຂອງຊາດເປັນພາລະໜ້າທີ່ຕ້ອງເຮັດແທ້ທໍາຈິງ
ໂດຍ: ທິດກໍ່າ
ໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ IX ເຊິ່ງໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 10 ພະຈິກຜ່ານມາ, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ລາຍງານຜົນສໍາເລັດອັນພົ້ນເດັ່ນໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນເງິນຕາ 5 ປີ ຄັ້ງທີ IX (2021-2025) ຕໍ່ກອງປະຊຸມໃນຫລາຍດ້ານ, ໜຶ່ງໃນນັ້ນກໍແມ່ນຜົນສໍາເລັດໃນການຄຸ້ມຄອງ ແລະ ຂຸດຄົ້ນບໍ່ແຮ່ພຽງໄລຍະ 3 ປີ ສາມາດສ້າງລາຍຮັບໄດ້ເຖິງ 5,024 ລ້ານໂດລາສະຫະລັດ ເທົ່າກັບ 61,039 ຕື້ກີບ ຫລື ເທົ່າກັບ 64.14% ຂອງແຜນການ 5 ປີ. ການຜະລິດແຮ່ທາດລວມປະຕິບັດໄດ້ 169,488 ຕື້ກີບ ເທົ່າກັບ 202.06% ຂອງແຜນການ 5 ປີ.
ຖ້າທຽບໃສ່ແຜນການ 5 ປີແມ່ນ 56,1111 ຕື້ກີບ. ການຈໍາໜ່າຍແຮ່ທາດຢູ່ພາຍໃນ ແລະ ຕ່າງປະເທດປະຕິບັດໄດ້ 13,370 ລ້ານໂດລາສະຫະລັດ ເທົ່າກັບ 160.39% ຂອງແຜນການ 5 ປີ ຫລື ຖ້າທຽບໃສ່ແຜນການ 5 ປີແມ່ນ 8,336 ໂດລາສະຫະລັດ. ສ່ວນທາງດ້ານການສົ່ງອອກຜົນຜະລິດກະສິກໍາກໍມີເຖິງ 7,890 ລ້ານໂດລາສະຫະລັດ ສະເລ່ຍເທົ່າກັບ 1,578 ລ້ານໂດລາສະຫະລັດ, ຖ້າທຽບໃສ່ແຜນ 5 ປີແມ່ນລື່ນ 31.49%, ຕົວເລກລື່ນແຜນ 1,200 ລ້ານໂດລາສະຫະລັດຕໍ່ປີ.
ນີ້ເປັນພຽງຕົວເລກໃນ 2 ຂະແໜງການທີ່ເອົາມາຢັ້ງຢືນ ແລະ ຍັງມີຜົນງານຂອງຂະແໜງການອື່ນໆຢ່າງຫລວງຫລາຍ. ເວົ້າໄດ້ວ່າຕະຫລອດ 5 ປີຜ່ານມາ ເຖິງວ່າພວກເຮົາໄດ້ຮັບຜົນກະທົບຈາກໄພທໍາມະຊາດ ໂຣກລະບາດ ໂດຍສະເພາະໂຄວິດ-19 ໄດ້ມາກົດໜ່ວງທໍາລາຍບາດກ້າວເດີນຂອງປະເທດຊາດ, ແຕ່ກໍເຫັນວ່າການສ້າງສາພັດທະນາໃນດ້ານຕ່າງໆໄດ້ກ້າວເດີນໄປຢ່າງບໍ່ຢຸດຢັ້ງ. ພິເສດໂຄງການໃຫຍ່ທີ່ສາມາດປົດລ໋ອກຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ກາຍເປັນປະເທດເຊື່ອມໂຍງເຊື່ອມຈອດນັ້ນກໍຄືໂຄງການກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ເຊິ່ງໄດ້ເປີດນໍາໃຊ້ບໍລິການມາແຕ່ວັນທີ 3 ທັນວາ 2021.
ມາຮອດປັດຈຸບັນສາຍທາງດັ່ງກ່າວສາມາດບໍລິການຂົນສົ່ງໂດຍສານແກ່ມວນຊົນໄດ້ເຖິງ 10 ລ້ານກວ່າຄົນແລ້ວ. ສ່ວນການຂົນສົ່ງສິນຄ້າກໍມີບໍລິມາດເຖິງ 15 ລ້ານກວ່າໂຕນ. ນອກຈາກໝາກຜົນທີ່ກ່າວມານີ້ແລ້ວ ພາຍຫລັງມີສາຍທາງລົດໄຟຄວາມໄວສູງ ລາວ-ຈີນ ໄດ້ເປີດນໍາໃຊ້ບໍລິການ ໄດ້ເຮັດໃຫ້ຂະແໜງການທ່ອງທ່ຽວເຕີບໃຫຍ່ພຸ້ງສູງຂຶ້ນຢ່າງໄວວາ.
ຢ່າງໃດກໍດີ, ເຖິງວ່າຕະຫລອດ 5 ປີຜ່ານມາ ປະເທດຊາດບ້ານເມືອງໄດ້ຮັບການສ້າງສາພັດທະນາຢ່າງຮອບດ້ານກໍຕາມ, ແຕ່ກໍຍັງເຫັນວ່າມີຫລາຍບັນຫາວິກິດທີ່ຈະຕ້ອງແກ້ໄຂໃຫ້ເປັນຮູບປະທໍາຢ່າງໄວວາຫລາຍຂຶ້ນເຊັ່ນ: ສະພາບເງິນເຟີ້, ຄ່າຄອງຊີບຍັງສູງ, ຄຸນນະພາບການສຶກສາຍັງຕໍ່າ, ການຂາດແຄນແຮງງານ, ເງິນເດືອນຂອງພະນັກງານ-ທະຫານ-ຕໍາຫລວດ ແລະ ບັນຫາເສັ້ນທາງເປ່ເພອັນມີຜົນກະທົບໂດຍລວມຕໍ່ຊີວິດການເປັນຢູ່ຂອງພົນລະເມືອງ. ນີ້ຄືຕົວຊີ້ວັດໃນການສ້າງສາພັດທະນາໃຫ້ກາຍເປັນພັນທະໜ້າທີ່ເພື່ອປະເທດຊາດ ແລະ ປະຊາຊົນຢ່າງແທ້ຈິງ.
