ມີ 53 ບໍລິສັດ ຂໍອະນຸຍາດນໍາໃຊ້ເງິນຕາຕ່າງປະເທດ ຢູ່ພາຍໃນປະເທດ ແຕ່ໄດ້ຮັບອະນຸຍາດ 33 ບໍລິສັດ

ທ່ານ ນາງ ບຸນຄຳ ວໍລະຈິດ ຜູ້ວ່າທະນາຄານ ແຫ່ງ ສປປ ລາວ ໄດ້ຊີ້ແຈງ ກ່ຽວກັບການຄຸ້ມຄອງເງິນຕາຕ່າງປະເທດ ໃນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊຊາດຊຸດທີ IX ວັນທີ 13 ພະຈິກ 2025 ນີ້ວ່າ: ມາຮອດປັດຈຸບັນ ເຫັນວ່າ ການຊຳລະ ແລະ ຮັບຊຳລະ ຢູ່ພາຍໃນທີ່ເປັນເງິນຕາຕ່າງປະເທດ ຢູ່ ສປປ ລາວ ບັນດາຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ ແມ່ນໄດ້ເອົາໃຈໃສ່ ແລະ ໃຫ້ການຮ່ວມມືໃນການຈັດຕັ້ງປະຕິບັດເປັນຢ່າງດີ ໂດຍປະຕິບັດຕາມຂໍ້ຕົກລົງ ສະບັບເລກທີ 11/ທຫລ.

ມາຮອດວັນ ທີ 11 ພະຈິກ 2025 ທຫລ ໄດ້ຄົ້ນຄວ້າການສະເໜີຂໍອະນຸຍາດ ນໍາໃຊ້ເງິນຕາຕ່າງປະເທດ ຢູ່ ສປປ ລາວ ຂອງບັນດາບໍລິສັດ ຮອດປະຈຸບັນສໍາເລັດ ທັງໝົດ 53 ບໍລິສັດ. ໃນນັ້ນ, ບໍ່ອະນຸຍາດ 20 ບໍລິສັດ ແລະ ບໍລິສັດໄດ້ຮັບອະນຸຍາດຊໍາລະ ແລະ ຮັບຊຳລະເງິນຕາຕ່າງປະເທດ ຢູ່ ສປປ ລາວ ຈໍານວນ 33 ບໍລິສັດ, ຊຶ່ງບໍລິສັດທີ່ໄດ້ຮັບອະນຸຍາດ ໄດ້ຂາຍເງິນຕາຕ່າງປະເທດ ເຂົ້າລະບົບ ທະນາຄານ ຕາມລະບຽບການ ຈໍານວນ 6.74 ລ້ານໂດລາທຽບເທົ່າ. ເຖິງຢ່າງໃດກໍ່ຕາມ, ຜ່ານການຈັດຕັ້ງປະຕິບັດ ເຫັນຍັງມີສິ່ງທ້າທາຍ ຄື:

1) ສັງຄົມຍັງມີຄວາມຊິນເຄີຍນໍາໃຊ້ເງິນຕາຕ່າງປະເທດໃນການຮັບຊໍາລະ/ຊໍາລະ ຢູ່ພາຍໃນ ສປປ ລາວ. ສະນັ້ນ, ບາງຫົວໜ່ວຍທຸລະກິດ ແມ່ນຖືເບົາຕໍ່ການຈັດຕັ້ງປະຕິບັດຕໍ່ລະບຽບການ.

2) ບາງຂະແໜງຂອງພາກລັດ ຍັງມີການຮຽກເກັບພັນທະຕໍ່ລັດ ເປັນເງິນຕາຕ່າງປະເທດຢູ່ ເຮັດໃຫ້ຄວາມຕ້ອງການເງິນຕາຕ່າງປະເທດ ເພື່ອຊຳລະຢູ່ພາຍໃນແມ່ນຍັງສູງ. ສະນັ້ນ, ຕໍ່ກັບ ວຽກງານດັ່ງກ່າວ ຕ້ອງໄດ້ມີການເຜີຍແຜ່, ຊຸກຍູ້ໃຫ້ບັນດາຫົວໜ່ວຍທຸລະກິດ ຮັບຊຳລະຢູ່ ພາຍໃນເປັນສະກຸນເງິນກີບຫຼາຍຂຶ້ນ ແລະ ຫັນເຂົ້າສູ່ລະບຽບການເທື່ອລະກ້າວ.

ຕໍ່ກັບມາດຕະການຈັດຕັ້ງປະຕິບັດໃນວຽກຄຸ້ມຄອງເງິນຕາຕ່າງປະເທດ ໃນຕໍ່ໜ້າ: ທຫລ ຈະສືບຕໍ່ລົງເຜີຍແຜ່ນິຕິກຳຄຸ້ມຄອງເງິນຕາຕ່າງປະເທດ ທີ່ປະກາດນໍາໃຊ້ເປັນຕົ້ນ: ບັນດາຂໍ້ຕົກລົງ ທີ່ມີຄວາມອ່ອນໄຫວຕໍ່ພາກສ່ວນຂອງສັງຄົມມີຄວາມຮັບຮູ້ ແລະ ເຂົ້າໃຈເຖິງຈຸດປະສົງ ແລະ ເປົ້າໝາຍຂອງການນໍາໃຊ້ຂໍ້ຕົກລົງສະບັບດັ່ງກ່າວ ພ້ອມທັງປຸກລະດົມສັງຄົມໃຫ້ຍົກສູງຄຸນຄ່າເງິນ ກີບ ແລະ ຫັນການຄຸ້ມຄອງທຸກແຫຼ່ງເງິນຕາຕ່າງປະເທດໃຫ້ເຂົ້າສູ່ລະບົບທະນາຄານໃຫ້ຫຼາຍຂຶ້ນ, ຫຼຸດຜ່ອນການນໍາໃຊ້ເງິນຕາຕ່າງປະເທດ ແບບຊະຊາຍ ປະສົມປະສານກັບການນໍາໃຊ້ສະກຸນເງິນ ທ້ອງຖິ່ນ ໂດຍສະເພາະ ຂໍ້ຕົກລົງວ່າດ້ວຍການໃຫ້ບໍລິການຂ້າມສະກຸນ (ACCD) ເຂົ້າໃນການ ເຊື່ອມໂຍງຊໍາລະສະສາງທາງດ້ານການຄ້າ, ການບໍລິການ ແລະ ການລົງທຶນລະຫວ່າງປະເທດ ແລະ ຄົ້ນຄວ້າຍຸດທະສາດນໍາໃຊ້ເງິນກີບ ພຽງແຕ່ສະກຸນເງິນດຽວໃນ ສປປ ລາວ ເທື່ອລະກ້າວ ເພື່ອສ້າງຄວາມຕ້ອງການຖືຄອງ ແລະ ນໍາໃຊ້ເງິນກີບ ນັບມື້ນັບເພີ່ມສູງຂຶ້ນ.