ສະພາແຫ່ງຊາດ ສະເໜີໃຫ້ລັດຖະບານ ສືບຕໍ່ແກ້ໄຂບັນຫາຢາເສບຕິດ

ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ປະກອບຄຳເຫັນຕໍ່ບົດລາຍງານການຈັດຕັ້ງປະຕິບັດວາລະແຫ່ງ ຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນໄລຍະ 5ປີ (2021-2025) ແລະ ທິດທາງໃນຕໍ່ໜ້າ,ສະເໜີໂດຍ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ ລັດຖະ ມົນຕີກະຊວງປ້ອງກັນຄວາມສະຫງົບ,ໃນກອງປະຊຸມສະ ໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX,ໃນວັນທີ 12 ພະຈິກນີ້,ທີ່ສະພາແຫ່ງຊາດ, ໂດຍການເປັນປະ ທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ທ່ານ ພົນໂທ ສຸວອນ ເລືອງບຸນມີ ກ່າວວ່າ: ຕາງໜ້າຄະ ນະປະຈຳສະພາແຫ່ງຊາດ ສະແດງຄວາມຊົມເຊີຍ ແລະ ເຫັນດີໂດຍພື້ນຖານ ຕໍ່ບົດລາຍງານຂອງລັດຖະບານ ແລະ ເຫັນດີຕາມທິດທາງແຜນການວຽກງານຈຸດສຸມ ໃນທ້າຍປີ 2025 ແລະ ແຜນງານແຫ່ງຊາດ ແຕ່ປີ 2026-2030 ໃນການສືບຕໍ່ແກ້ໄຂບັນຫາຢາເສບຕິດຂອງລັດຖະບານ, ຊຶ່ງຈະສຸມໃສ່ຈັດຕັ້ງປະຕິບັດຕາມ ວຽກຈຸດສຸ່ມທີ່ກຳນົດໄວ້ໃນແຜນງານແຫ່ງຊາດ,ຄະນະປະຈໍາສະພາແຫ່ງຊາດ ສະ ເໜີໃຫ້ລັດຖະບານຄົ້ນຄວ້າຕື່ມແລະເອົາໃຈໃສ່ຈັດຕັ້ງປະ ຕິບັດບາງບັນຫາດັ່ງ ນີ້:ສືບຕໍ່ເຮັດວຽກງານໂຄສະນາສຶກສາອົບຮົມສ້າງຄວາມຮັບຮູ້ເຂົ້າໃຈຕໍ່ຜົນຮ້າຍຢາເສບຕິດແລະເຜີຍແຜ່ລະບຽບກົດໝາຍສ້າງສະຕິເຄົາລົບ ແລະ ປະຕິບັດກົດໝາຍ ໃຫ້ທົ່ວສັງຄົມ ຢ່າງແຂງແຮງດ້ວຍຫຼາຍຮູບການ, ວິທີການ ໂດຍເນັ້ນການຈັດຕັ້ງຮາກຖານສໍານັກງານ-ອົງ ການ,ກົມກອງ, ໂຮງຮຽນ,ຫົວໜ່ວຍທຸລະກິດ ແລະ ສະຖາ ບັນຄອບຄົວ ເປັນເຈົ້າການດໍາເນີນການແກ້ໄຂຢ່າງຈິງຈັງ, ສ້າງແລະ ປັບປຸງນິຕິກໍາໃຕ້ກົດໝາຍກ່ຽວພັນການສະກັດກັ້ນ,ປາບປາມຢາເສບຕິດໃຫ້ຄົບຖ້ວນຮັດກຸມຕື່ມ ໂດຍສະ ເພາະ ແມ່ນນິຕິກໍາປະຕິບັດຄໍາຕັດສິນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດນັ້ນ ຄວນເດັດຂາດແທ້ ເຊັ່ນ: ການແກ້ໄຂວັດ ຖຸຂອງກາງຄະດີຕ້ອງອາຍັດ ຫຼື ຢຶດເປັນຂອງລັດ, ການສ້າງນິຕິກຳກ່ຽວກັບການປະຕິບັດໂທດປະຫານຊີວິດຄະດີຢາເສບຕິດ ໃຫ້ເປັນຮູບປະທໍາ ເພາະວ່າ ທີ່ຜ່ານມາເຫັນວ່າ ມີ ການຕັດສິນໂທດປະຫານຊີວິດຫຼາຍ ແຕ່ບໍ່ໄດ້ຈັດຕັ້ງປະຕິ ບັດ ເຮັດໃຫ້ເປັນຊ່ອງວ່າງ ກະທົບເຖິງຄວາມສັກສິດ ຂອງກົດໝາຍ,ການປັບປຸງກົງຈັກການຈັດຕັ້ງແກ້ໄຂບັນຫາຢາເສບຕິດຂັ້ນເມືອງຂັ້ນຕາແສງແລະ ຂັ້ນບ້ານແນວໃດໃຫ້ເປັນຂະບວນການແຂງແຮງ,ປັບປຸງຍົກລະດັບພະນັກງານອົງການສືບສວນ-ສອບສວນ,ໄອຍະການ,ສານໃຫ້ດໍາເນີນຄະຄີຢາເສບຕິດ ໃຫ້ວ່ອງໄວ ທັນການກວ່າເກົ່າ ບໍ່ແກ່ຍາວ, ຖ່ວງດຶງເວລາ ເຮັດໃຫ້ເປັນຊ່ອງວ່າງໃນການຕໍ່ລອງ ເພື່ອຫາຊ່ອງທາງຫຼີກລ່ຽງການລົງໂທດ,ປັບປຸງຍົກລະດັບປະ ສິດ ທິພາບການວິເຄາະ ວິໄຈ ສານເສບຕິດ ໃຫ້ວ່ອງໄວ ແລະ ມີຄວາມຮັບປະກັນ,ຍົກສູງວຽກງານແກ້ໄຂຮອບດ້ານຕໍ່ຄະດີຢາເສບຕິດໂດຍປະຕິບັດເຂັ້ມງວດ 3 ຫຼັກການເດັດຂາດໂປ່ງໃສແລະ ຫັນເປັນມືອາຊີບ ຂອງເຈົ້າໜ້າທີ່ ດ້ວຍປະສິດທິພາບ, ປະສິດທິຜົນສູງກວ່າເກົ່າ.

ການແກ້ໄຂຄະດີຢາເສບຕິດ ຕ້ອງໂປ່ງໃສ ແລະ ເປີດ ເຜີຍ ຕໍ່ສັງຄົມ ໂດຍສະເພາະ ກໍລະນີຈັບໄດ້ແຕ່ຂອງກາງຄະດີ ແຕ່ບໍ່ສາມາດຈັບຕົວຜູ້ກະທໍາຜິດໄດ້,ການຍົກສູງບົດບາດການຈັດຕັ້ງລະບົບການເມືອງຢູ່ຮາກຖານ ໃນການເປັນເຈົ້າການສະກັດກັ້ນ, ປາບປາມຢາເສບຕິດແຕ່ຫົວທີ,ຕິດແໜ້ນສະຖາບັນຄອບ ຄົວ,ສະຖາບັນການສຶກສາແລະຫົວໜ່ວຍການຈັດຕັ້ງທຸລະ ກິດ,ກິດຈະການຕ່າງໆ ຕິດຕາມ, ຊຸກຍຸ້ຂະບວນການສ້າງບ້ານປອດຢາເສບຕິດ, ໂຮງຮຽນ ຫຼື ສະຖານການສຶກສາປອດຢາເສບຕິດ, ຕາມເນື້ອໃນມະຕິ 110/ສພຊ ທີ່ໄດ້ຮັບ ຮອງໄວ້,ສືບຕໍ່ ແກ້ໄຂບັນຫາ ຄວາມແອອັດຂອງສະຖານທີ່ຄຸມຂັງ, ສູນບໍາບັດ, ປິ່ນປົວ, ປະກອບວັດຖຸອຸປະກອນ, ຢຸກຢາທີ່ຈຳເປັນ,ຈັດ ຕັ້ງຝຶກອົບຮົມວິຊາຊີບ,ປະກອບວຽກເຮັດງານທຳ ໃຫ້ນັກ ໂທດ, ຜູ້ຖືກຕ້ອງຫາ ໃຫ້ໄດ້ອອກແຮງງານສ້າງລາຍຮັບ ເພື່ອປະກອບສ່ວນຍົກລະດັບຊີວິດການເປັນຢູ່ຂອງເຂົາ ເຈົ້າ ແລະ ໄດ້ຮັບການປິ່ນປົວໃນເວລາເຈັບເປັນ,ເພີ່ມທະວີການພົວພັນຮ່ວມມືສາກົນແລະ ພາກພື້ນໃນການແກ້ໄຂຢາເສບຕິດໂດຍສະເພາະບັນດາປະເທດທີ່ມີຊາຍແດນຕິດຈອດ ສປປ ລາວ ຫຼື ປະເທດຄູ່ເຈລະຈາ, ຄູ່ຮ່ວມມືຕາມກົນໄກ ທີ່ມີຢ່າງແຂງແຮງ ແລະ ເປັນເຈົ້າການ