ຮັບໃຊ້ປະເທດຊາດ ທັງຮັບປະກັນ ການສິດສອນໃຫ້ສຳເລັດຕາມຫຼັກສູດການຮຽນ-ການສອນ

ໂດຍ: ຜາຕຸງ

ງານມະຫາກຳກິລາແຫ່ງຊາດຄັ້ງທີ XII ເປັນງານໃຫຍ່ສຳລັບວົງການກິລາທຸກປະເພດ ຊຶ່ງປີນີ້ນະຄອນຫຼວງວຽງຈັນເປັນເຈົ້າພາບ ຈະຈັດຂຶ້ນແຕ່ວັນທີ 15-25 ພະຈິກ 2025 ຈະໄດ້ແຂ່ງຂັນເຖິງ 33 ປະເພດກິລາ ຈະມີການຊີງໄຊ 1,252 ຫລຽນຄຳ; 1,252 ຫລຽນເງິນ ແລະ 1,821 ຫລຽນທອງ, ດັ່ງນັ້ນຈຶ່ງຈຳເປັນຕ້ອງໄດ້ນຳໃຊ້ຄົນເປັນຈຳນວນຫຼາຍ ຊຶ່ງໃນນັ້ນ ທາງເຈົ້າພາບນະຄອນຫຼວງວຽງຈັນຈຳເປັນໄດ້ນຳໃຊ້ຄູອາຈານນໍາພາທັງໝົດ 72 ຄົນ, ຍິງ 44 ຄົນ ແລະ ນັກຮຽນ 2,512 ຄົນ, ຍິງ 1,089 ຄົນ ຈາກໂຮງຮຽນ 8 ແຫ່ງໃນນະຄອນຫຼວງວຽງຈັນ ເພື່ອເຮັດໃຫ້ຈໍານວນຄູ-ອາຈານ ແລະ ນັກຮຽນ ທີ່ຈະເຂົ້າຮ່ວມ ໃນກ້ອນກຳລັງສວນສະໜາມ, ແຫ່ ແລະ ແລ່ນທວນໄຟ, ນາງສາວຖືປ້າຍ, ກ້ອນການສະແດງສິລະປະຕ່າງໆ ທີ່ໄດ້ຝຶກຊ້ອມ ແລະ ເຂົ້າຮ່ວມສະແດງ ໃນມື້ເປີດ-ປິດ ງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ໃຫ້ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ.

ແນ່ນອນວ່າ ໃນເມື່ອຫາກມີການນຳໃຊ້ ຄູ-ອາຈານ ແລະ ນັກຮຽນເປັນຈຳນວນຫຼາຍອາດຈະເປັນຜົນສະທ້ອນເຖິງການຮຽນການສອນໃນສົກຮຽນ2025-2026 ບໍ່ຫຼາຍກໍໜ້ອຍ ແຕ່ແນວໃດກໍຕາມເພື່ອເຮັດໃຫ້ການປະຕິບັດວຽກງານ ຮັບໃຊ້ງານມະຫາກຳກິລາແຫ່ງຊາດຄັ້ງນີ້ມີຜົນດີ, ວັນທີ 31 ຕຸລາ 2025 ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ໄດ້ອອກໜັງສືແຈ້ງການ ໂຈະການຮຽນ ການສອນຊົ່ວຄາວ ສໍາລັບ ຄູ-ອາຈານ ແລະ ນັກຮຽນ ທີ່ເປັນເປົ້າໝາຍຮັບໃຊ້ ງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ຈົນກວ່າງານແຂ່ງຂັນກິລາ ຈະສຳເລັດຕາມແຜນການ.

ເຮົາຕ້ອງເຂົ້າໃຈນຳກັນວ່ານີ້ເປັນການພັກການຮຽນການສອນຊົ່ວຄາວ ສຳລັບຄູອາຈານ ແລະ ນັກຮຽນໃນເປົ້າໝາຍສະເພາທີ່ມີຊື່ເຂົ້າຮັບໃຊ້ໃນງານນີ້ເທົ່ານັ້ນ ບໍ່ແມ່ນພັກໝົດທົ່ວໂຮງຮຽນທັງ 8 ແຫ່ງແຕ່ຢ່າງໃດ ເມື່ອເປັນເຊັ່ນນັ້ນພວກເຮົາບໍ່ຄວນສວຍໂອກາດພັກການຮຽນ ການສອນ ພາກສ່ວນທີ່ບໍ່ເປັນເປົ້າໝາຍຮັບໃຊ້ໃນງານກໍຄວນສືບຕໍ່ການຮຽນການສອນໃຫ້ເປັນປົກກະຕິ ເພື່ອຮັບປະກັນສຳເລັດການສິດສອນຕາມຫຼັກສູດ ເຮັດໃຫ້ການສອບເສັງເລື່ອນຂັ້ນ ແລະ ຈົບຊັ້ນໃນທ້າຍປີໃຫ້ໄດ້ຕາມຄາດໝາຍ.

ແນ່ນອນວ່າ ການຮັບໃຊ້ວຽກງານທີ່ຊາດມອບໝາຍຄືງານມະຫາກຳກິລາແຫ່ງຊາດ ຄັ້ງທີ XIIຫຼື ວຽງຈັນເກມ 2025 ກໍເປັນວຽກທີ່ສຳຄັນ, ການຮຽນການສອນກໍເປັນສິ່ງທີ່ສຳຄັນເຊັ່ນດຽວກັນ, ເພື່ອໃຫ້ຮັບປະກັນທັງສອງດ້ານດຳເນີນໄປດ້ວຍດີ ສຳເລັດຕາມຄາດໝາຍ ຄະນະຮັບຜິດຊອບທັງສອງດ້ານໂດຍສະເພາະ ດ້ານການສຶກສາຮ່ຳຮຽນຄວນມີມາດຕະການຕ່າງໆອອກມານຳໃຊ້ໃຫ້ເໝາະສົມ ຊຶ່ງພາຍຫຼັງສຳເລັດແລ້ວ ແມ່ນໃຫ້ແຕ່ລະໂຮງຮຽນຈັດຕັ້ງການຮຽນ ການສອນທົດແທນຄືນໃຫ້ແກ່ ນັກຮຽນ ເຫຼົ່ານັ້ນໃຫ້ຄົບຕາມຫຼັກສູດ ດ້ວຍຮູບແບບ ຕ່າງໆ ຕາມເງື່ອນໄຂຕົວຈິງຂອງແຕ່ລະໂຮງຮຽນ ແລະ ຮັບປະກັນໃຫ້ໄດ້ຮັບຜົນດີ ນັບແຕ່ວັນທີ 27 ພະຈິກ 2025 ເປັນຕົ້ນໄປ.

ແນວໃດກໍຕາມເຖິງແມ່ນວ່າພາກສ່ວນກ່ຽວຂ້ອງໄດ້ຮຽກຮ້ອງໃຫ້ໂຮງຮຽນທັງ8ແຫ່ງເອົາໃຈໃສ່ຈັດຕັ້ງການຮຽນ ການສອນທົດແທນຄືນໃຫ້ແກ່ ນັກຮຽນ ເຫຼົ່ານັ້ນໃຫ້ຄົບຕາມຫຼັກສູດ ກໍຕາມ ຖ້າຢາກໃຫ້ໄດ້ຮັບຜົນດີນັ້ນ ແມ່ນຕົວຂອງນັກຮຽນເອງຕ້ອງເປັນເຈົ້າການໃນການຕັ້ງໜ້າສຶກສາຄົ້ນຄວ້າຮ່ຳຮຽນ ນອກຈາກຮຽນນຳຄູອາຈານທີ່ສິດສອນແລ້ວ ແລ້ວຄົ້ນຄວ້າຮຽນດ້ວຍຕົນເອງແດ່ ຮຽນນຳໝູ່ຄູ່ພ້ອມ ຮຽນນຳອອນລາຍໄປຕື່ມອີກ ເພາະທຸກມື້ນີ້ລະບົບເຕັກໂນໂລຊີກ້າວໜ້າທັນສະໄໝເຮົາສາມາດຊອກຮຽນຮູ້ໄດ້ຕະຫຼອດ ຄູອາຈານທີ່ຖືກມອບໝາຍກໍຄວນເພີ່ມທະວີໃນການສິດສອນໃຫ້ຫຼາຍຂຶ້ນດີຂຶ້ນກວ່າເກົາ ເພື່ອຮັບປະກັນໃຫ້ການສິດສອນສຳເລັດຕາມຫຼັກສູດ ຮັບປະກັນການສອບເສັງໃຫ້ສຳເລັດຜົນຕາມຄາດໝາຍ.