ສະເໜີໃຫ້ລັດຖະບານສົ່ງເສີມກະສິກຳຢ່າງຈິງຈັງ
ທ່ານ ບຸນລ້ວນ ຊົມສີຫາປັນຍາ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ 7 ແຂວງໄຊຍະບູລີ ໄດ້ສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 11 ພະຈິກ 2025 ນີ້ວ່າ:
ໃຫ້ລັດຖະບານ ພັດທະນາຂະແໜງການກະສິກຳ ໃຫ້ເປັນຂະແໜງການນຳໜ້າ ເພື່ອກ້າວໄປສູ່ການປຸງແຕ່ງທີ່ມີຄຸນນະພາບ ເນື່ອງຈາກວ່າອາຊີບສ່ວນໃຫຍ່ຂອງຄົນລາວ ຫລາຍກວ່າ 90% ແມ່ນດຳລົງຊີວິດດ້ວຍອາຊີບກະສິກຳ ແລະ ບວກກັບການປະກອບການຄ້າໃນຮູບແບບ ຈຸນລະວິສາຫະກິດ ແລະ ວິສາຫະກິດຂະໜາດນ້ອຍ.
ສະນັ້ນ, ລັດຖະບານ ຕ້ອງມີນະໂຍບາຍສົ່ງເສີມຢ່າງຈະແຈ້ງ ດ້ວຍຫລາຍຮູບແບບ ເປັນຕົ້ນ ໃນຮູບແບບສະຫະກອນ, ຮູບແບບເປັນກຸ່ມ, ມີກຸ່ມຈັດເກັບຊື້ ແລະ ກຸຸ່ມຈັດຂາຍ ເພື່ອສ້າງໃຫ້ການຜະລິດ ແລະ ການຄ້າຂາຍ ໄປພ້ອມໆກັນໄດ້ ຕິດພັນກັບການສົ່ງເສີມການຜະລິດ ແລະ ການສົ່ງສິນຄ້າອອກຈຳໜ່າຍນັ້ນ ກໍຍັງແມ່ນການຄົມມະນາຄົມ ຢາກເຮັດໄດ້ແນວນັ້ນລັດຖະບານຕ້ອງແກ້ໄຂບັນເສັ້ນທາງ ໃຫ້ສາມາດເຊື່ອມຈອດ, ເຊື່ອມໂຍງໄດ້ເປັນປົກກະຕິ ລັດຖະບານຕ້ອງຈິງໃຈແກ້ໄຂບັນຫາເສັ້ນທາງ ໄປພ້ອມກັບການຟື້ນຟູເຂດທຳການຜະລິດ ທີ່ຖືກຜົນກະທົບຈາກໄພພິບັດທຳມະຊາດ, ເລັ່ງແກ້ໄຂ ບັນຫາການລົງທຶນທີ່ທຳລາຍທຳມະຊາດເຊັ່ນ: ປ່າໄມ້ ແລະ ທີ່ດິນ ໂດຍການຫລີກລ້ຽງການນຳໃຊ້ ຊັບພະຍາກອນທຳມະຊາດແບບຟຸມເຟືອຍ, ຫລີກລ້ຽງການສະໜັບສະໜູນກະສິກຳ ແບບທຳລາຍທຳມະຊາດ ເປັນຕົ້ນ ການປູກສາລີ, ປູກມັນຕົ້ນ ເນື່ອງຈາກຈະເປັນການທຳລາຍດິນ ພ້ອມທັງສະເໜີໃຫ້ລັດຖະບານ ສ້າງລະບົບການປົກຄອງລັດ ໃຫ້ເຂັ້ມແຂງທາງດ້ານກົດໝາຍ.
