ສສຊ ສະເໜີໃຫ້ລັດຖະບານ ເລັ່ງປັບປຸງແກ້ໄຂເສັ້ນທາງທີ່ເປ່ເພ
ທ່ານ ນາງ ສວຍເພັດ ທອງສົມບັດ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ 8 ແຂວງຫົວພັນ ສະເໜີ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງ ຊາດ ຊຸດທີ IX ໃນວັນທີ 11 ພະຈິກ 2025 ນີ້ ວ່າ: ການພັດທະນາພື້ນຖານໂຄງລ່າງ ໂດຍສະເພາະ ເສັ້ນທາງຄົມມະນາຄົມ ຊັກຊ້າ, ການຄຸ້ມຄອງລົດບັນທຸກໜັກ ເຫັນວ່າຍັງບໍ່ທັນເຂັ້ມງວດ, ເສັ້ນທາງຫລວງແຫ່ງຊາດ ລະຫວ່າງແຂວງ ຫາ ແຂວງ ແມ່ນເປ່ເພໜັກໜ່ວງຫລາຍ. ສະເພາະເສັ້ນທາງເລກ 6 ແຕ່ເມືອງຄຳ ແຂວງຊຽງຂວາງ ຫາ ແຂວງຫົວພັນ ແມ່ນເປ່ເພຊຸດໂຊມຫລາຍ ຊຶ່ງເຮັດໃຫ້ການເດີນທາງຂອງຜູ້ໂດຍສານ, ການຂົນສົ່ງສິນຄ້າພົບຄວາມຫຍຸ້ງຍາກ ເຖິງແມ່ນວ່າໄລຍະເສັ້ນທາງບໍ່ຍາວ ແຕ່ກໍໃຊ້ເວລາເດີນທາງຫລາຍສິບຊົ່ວໂມງ, ຫລາຍມື້ຈຶ່ງຮອດຈຸດໝາຍປາຍທາງ. ຫາກມື້ໃດເກີດຝົນຕົກ ເສັ້ນທາງແມ່ນໄປບໍ່ໄດ້. ສະນັ້ນ, ສະເໜີໃຫ້ລັດຖະບານ ຮີບຮ້ອນເລັ່ງແກ້ໄຂ ເພື່ອເຮັດແນວໃດໃຫ້ເສັ້ນທາງກັບຄືນມາເດີນແລ່ນສະດວກ. ພ້ອມນີ້, ຍັງສະແດງຄວາມເປັນເອກະພາບ ຕໍ່ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ (2025-2030) ໃນເປົ້າໝາຍທີ່ 5 ການເຊື່ອມໂຍງ ເຊື່ອມຈອດກັບພາກພື້ນ ແລະ ສາກົນ ໃນນັ້ນ, ແຜນວຽກຈຸດສຸມທີ 3 ການພັດທະນາເຂດແຄວ້ນ (ພາກເໜືອ) ກໍມີຫລາຍໂຄງການທີ່ເປັນໂຄງການຈຸດສຸມເຊັ່ນ: ໂຄງການທາງດ່ວນ ຈາກນະຄອນຫລວງວຽງຈັນ-ໄຊສົມບູນ-ຊຽງຂວາງ-ຫົວພັນ ທີ່ມີຊາຍແດນຕິດກັບຫວຽດນາມ, ໂຄງການຊ້ອມແປງເສັ້ນທາງ ແຕ່ບໍລິຄຳໄຊ-ຊຽງຂວາງ-ຫົວພັນ ຊຶ່ງບັນດາໂຄງການດັ່ງກ່າວ, ແມ່ນນອນຢູ່ໃນວຽກງານຈຸດສຸມ. ສະນັ້ນ, ໃຫ້ລັດຖະບານ ຕ້ອງເຮັດແທ້ທຳຈິງ ຖືເອົາໂຄງການດັ່ງກ່າວ, ເປັນວຽກຈຸດສຸມແທ້ໆ ລົງມືຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນ. ພ້ອມນີ້, ຍັງສະເໜີໃຫ້ລັດຖະບານ ກໍ່ສ້າງ, ສ້ອມແປງເສັ້ນທາງເລກ 6 ແຕ່ເມືອງຄຳ ຫາ ເມືອງຊຳເໜືອ ໃຫ້ເປັນໂຄງການບຸລິມະສິດຕື່ມອີກ.
