ສສຊ ປະກອບຄຳເຫັນຫຼາຍບັນຫາທີ່ຕິດພັນກັບການດຳລົງຊີວິດຂອງປະຊາຊົນບັນດາເຜົ່າ

ໂດຍ: ຜາຕຸງ

ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ດຳເນີນໄປໃນວັນທີ10 ພະຈິກ 2025 ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ປະຈຳປີ 2025, ການ ຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 5 ປີ (2021-2025) ແລະ ປະຈຳປີ 2025 ລວມທັງແຜນເງິນຕາປະຈຳປີ 2025; ຮ່າງແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ແລະ ປະຈຳປີ 2026, ຮ່າງແຜນງົບປະມານແຫ່ງລັດ 5 ປີ (2026-2030) ແລະ ປະຈຳປີ 2026 ລວມທັງຮ່າງແຜນເງິນຕາ ປະຈຳປີ 2026; ການດັດແກ້ງົບປະມານແຫ່ງລັດ ລາຍຮັບ-ລາຍຈ່າຍ ວິຊາການຂອງຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ປີ 2025 ແລະ ເງິນເກີນແຜນ ປີ 2024.

ຕໍ່ບົດລາຍງານນີ້ ສະມາຊິກສະພາແຫ່ງຊາດ ຈາກເຂດເລືອກຕັ້ງຕ່າງໆ ໄດ້ປະກອບຄຳຄິດເຫັນຫຼາຍດ້ານຕໍ່ບົດລາຍງານນັ້ນ ເພື່ອເຮັດໃຫ້ມີຄວາມເໝາະສົມແກ້ໄຂຖືກຈຸດ,  ເປັນຕົ້ນແມ່ນການປັບປຸງແກ້ໄຂເສັ້ນທາງ, ບັນຫາດ້ານເສດຖະກິດ, ແຜນງົບປະມານການ, ລົງທຶນຕ່າງໆເຫັນວ່າມີການພັດທະນາຫຼາຍຂຶ້ນ, ທ່ານ ສີເຮັງ ຫອມສົມບັດ ສສຊ ປະຈຳເຂດເລືອກຕັ້ງ 14 ແຂວງສາລະວັນ ໄດ້ສະເໜີໃຫ້ລັດຖະ ບານຫັນລົງກໍ່ສ້າງຮາກຖານ, ພັດທະນາຊົນນະບົດຢ່າງແຂງແຮງ ໂດຍສະເພາະການຈັດຕັ້ງປະຕິບັດມະຕິຂອງພັກ ກໍຄືກົດໝາຍ ໃນການຈັດຕັ້ງປະຕິບັດຕາແສງໃຫ້ເຂັ້ມແຂງ, ຖ້າຫາກຮາກຖານມີຄວາມເຂັ້ມ ແຂງ ປະເທດຊາດກໍມີຄວາມເຂັ້ມແຂງ ສະເໜີໃຫ້ສືບຕໍ່ແກ້ໄຂບັນຫາທີ່ເຄັ່ງຮ້ອນດ້ານເສດຖະກິດ-ສັງ ຄົມ ດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ,  ດັດປັບໂຄງປະກອບເສດຖະກິດຂະແໜງ ການຄືນໃໝ່, ເລັ່ງດ່ວນແຜນການກໍ່ສ້າງ ແລະ ປັບປຸງເສັ້ນທາງໃນທົ່ວປະເທດ, ການຕອບໂຕ້ໄພພິບັດທາງທຳມະຊາດ ແລະ ອື່ນໆ. ພ້ອມທັງ ສະເໜີໃຫ້ສ້າງ ແລະ ປັບປຸງກົດໝາຍ, ນິຕິກຳໃຕ້ກົດໝາຍ ໃຫ້ຈະແຈ້ງ, ຈັດລະບຽບການປົກຄອງຄືນໃໝ່, ປັບປຸງກົງຈັກໃຫ້ກະທັດຮັດ ເພື່ອເຮັດໃຫ້ການຈັດຕັ້ງປະຕິ ບັດວຽກງານມີຄວາມຮັດກຸມ, ສອດຄ່ອງກັບແນວທາງນະໂຍບາຍຂອງພັກ-ລັດວາງອອກ ທັງນີ້, ກໍເພື່ອເປັນພື້ນຖານໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030).

ທ່ານຄໍາສິງ ໄຊສົມແພງ ສສຊ ປະຈໍາເຂດເລືອກຕັ້ງດຽວກັນ ໄດ້ສະເໜີລັດຖະບານ ກວດກາເບິ່ງຄືນແຫຼ່ງລາຍຮັບງົບປະມານໂດຍສະເພາະແຫຼ່ງລາຍຮັບງົບປະມານຈາກ 4 ແຫຼ່ງຄື: ພາສີ-ອາກອນ, ບໍ່ແມ່ນພາສີ-ອາກອນ, ການຊ່ວຍເຫຼືອ, ການຊ່ວຍເຫຼືອຈາກສັງຄົມ,  ອັນສຳຄັນຕົ້ນຕໍແມ່ນ ພາສີ-ອາກອນ ແລະ ບໍ່ມີພາສີ-ອາກອນ, ເພາະວ່າພາສີ-ອາກອນມີຈະລວມມີ ອາກອນກໍາໄລ, ລາຍໄດ້ມອບເໝົາ ແລະ ບໍ່ແມ່ນພາສີອາກອນ: ຄ່າເຊົ່າ-ສໍາປະທານ, ຄ່າປັນຜົນ, ເງິນກູ້, ຄ່າປັບໃໝ ແລະ ການຂາຍຊັບສິນທີ່ສັ່ງຢຶດເປັນຂອງລັດ. ຜ່ານມາລັດຖະບານໄດ້ເອົາແຫຼ່ງລາຍຮັບດັ່ງກ່າວມາເຂົ້າເປັນຖານຂໍ້ມູນລາຍຮັບແລ້ວ ຫຼື ບໍ. ບັນຫານີ້ ຄວນກວດກາເບິ່ງຄືນຊຶ່ງລັດຖະບານຄວນໄດ້ເອົາໃຈໃສ່ແທ້ໆ ຖ້າເຮົາສະຫຼຸບຕີລາຄາຖານລາຍຮັບທີ່ມີຕົວຈິງ, ເພາະຜ່ານມາເຫັນວ່າ ການເກັບພາສີ-ອາກອນຍາກຂຶ້ນ, ບາງບໍລິສັດບໍ່ໃຫ້ການຮ່ວມມື, ບາງບ່ອນເກັບບໍ່ໄດ້ເຕັມເມັດເຕັມໜ່ວຍ ເຮັດແນວໃດຈະໄດ້ຮັບງົບປະມານເກີນແຜນ. ສະນັ້ນ, ຕ້ອງສັງລວມເກັບກໍາຂໍ້ມູນຖານລາຍຮັບໃຫ້ຄົບຖ້ວນ. ທ່ານຍັງສະເໜີໃຫ້ລັດຖະບານໃຫ້ເບິ່ງຄືນການອອກໃບຕາດິນ ໃຫ້ບຸກຄົນ ຫຼື ນິຕິບຸກຄົນຕື່ມ ໃຫ້ມີການສັງລວມລະອຽດຄັກແນ່ ເພື່ອໃຫ້ປະໃຫ້ປະຊາຊົນສາມາດນໍາໃຊ້ທີ່ດິນຢ່າງຖືກຕ້ອງຕາມກົດໝາຍ.

ທ່ານ ຄໍາແສນ ສີສະວົງ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 9 ແຂວງຊຽງຂວາງ ໄດ້ປະກອບຄຳເຫັນ ຕໍ່ບົດລາຍງານຂອງລັດຖະບານໂດຍສະເພາະກ່ຽວກັບການຂະຫຍາຍຕົວຂອງລວມຍອດຜະລິດຕະພັນພາຍໃນ (GDP), ສັງເກດເຫັນວ່າ ມີການນຳເຂົ້າສິນຄ້າຫຼາຍກວ່າການສົ່ງອອກ, ຖ້າຫາກການນໍາເຂົ້າຫຼາຍກວ່າສົ່ງອອກຈະເປັນຜົນກະທົບໂດຍກົງຕໍ່ GDP ຈະເຮັດໃຫ້ບໍ່ບັນລຸຕາມແຜນການທີ່ຕັ້ງໄວ້, ເບິ່ງແລ້ວເຫັນວ່າການນໍາເຂົ້າທີ່ມີໂຕເລກສູງ ກໍແມ່ນພາຫະນະຟູມເຟືອຍ ໂດຍສະເພາະແມ່ນ ປະເພດລົດໄຟຟ້າ.

ນອກຈາກນີ້ແລ້ວ ສສຊ ຈາກເຂດເລືອກຕັ້ງຕ່າງໆຍັງໄດ້ສະເໜີໃຫ້ລັດຖະບານເອົາໃຈໃສ່ປັບປຸງແກ້ໄຂທຸກບັນຫາສຳຄັນທີ່ຕິດພັນກັບການດຳລົງຊີວິດຂອງປະຊາຊົນບັນດາເຜົ່າ ເພື່ອເຮັດໃຫ້ໄດ້ຮັບການແກ້ໄຂໃຫ້ນັບມື້ດີຂຶ້ນ ແນໃສ່ພັດທະນາເສດຖະກິດແຫ່ງຊາດໃຫ້ມີຄວາມເຂັ້ມແຂງ ກາຍເປັນພື້ນຖານສຳຄັນໃນການນຳເອົາປະເທດຊາດພົ້ນອອກຈາກສະພາບດ້ອຍພັດທະນາໃນຕໍ່ໜ້າ.