ປະກອບຄໍາເຫັນກ່ຽວກັບການພັດທະນາເສດຖະກິດ-ສັງຄົມແລະການຄຸ້ມຄອງການລົງທຶນ

ທ່ານ ແດງ ປະທຸມທອງ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ 18 ແຂວງ ໄຊສົມບູນ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານໂດຍສະເພາະກ່ຽວກັບການພັດທະນາເສດຖະກິດ-ສັງຄົມແລະການຄຸ້ມຄອງການລົງທຶນ ວັນທີ 11 ພະຈິກ 2025 ນີ້ວ່າ: ໃນໄລຍະຜ່ານມາ, ການລົງທຶນ ແລະ ການຄຸ້ມຄອງການລົງທຶນຍັງບໍ່ທັນເຮັດໄດ້ດີເທົ່າທີ່ຄວນຊຶ່ງບັນຫານີ້ ເປັນບັນຫາທີ່ສຳຄັນ ເພາະວ່າການລົງທຶນ ຂອງລັດຜ່ານມາກໍມີບັນຫາ ນັບແຕ່ການຈັດຊື້-ຈັດຈ້າງ, ການປະເມີນ ແລະ ອື່ນໆ ແມ່ນມີຄວາມຫຍຸ້ງຍາກ, ຜ່ານມາກໍມີການຄ້າງຄາຫຼາຍໂຄງການ, ໃນຂະນະດຽວກັນການລົງທຶນຂອງພາກເອກກະຊົນກໍເຊັ່ນກັນ ມີຫຼາຍໂຄງການບໍ່ປະຕິບັດຕາມລະບຽບການ ເຮັດໃຫ້ເກີດມີຫາງສຽງຈົ່ມວ່າຈາກສັງຄົມ.

ສ່ວນການລົງທຶນຈາກເງິນຊ່ວຍເຫຼືອລ້າ ກໍເປັນບັນຫາສຳຄັນ,ທັງໆທີ່ພວກເຮົາຂາດແຄນທຶນເພື່ອມາພັດທະນາ,ແຕ່ໃນເວລາມີໂອກາດໄດ້ຮັບທຶນຊ່ວຍເຫຼືອລ້າພວກເຮົາຊ້ຳພັດເຮັດບໍ່ໄດ້ດີເທົ່າທີ່ຄວນ,ສະນັ້ນຕໍ່ບັນຫານີ້ ສະເໜີໃຫ້ລັດຖະບານເບິ່ງຄືນແລະພິຈາລະນາຢ່າງລະອຽດຕື່ມ ແລະ ໃຫ້ຈັດສັນໃຫ້ດີຂຶ້ນຕື່ມ.

ໃນຂະນະທີ່ ການລົງທຶນໂຄງການແຮ່ທາດ, ຕໍ່ວຽກງານນີ້ລັດຖະບານໄດ້ມີຄຳສັ່ງໄປແລ້ວ ແລະ ໄດ້ມີການປະເມີນປະເພດໂຄງການ ດີ,ກາງ,ອອ່ນ ແລະ ອອ່ນຫຼາຍ ແຕ່ພາຍຫຼັງໄດ້ປະເມີນໄປແລ້ວ ໂດຍສະເພາະໂຄງການທີ່ເຮັດບໍ່ໄດ້ດີຍັງບໍ່ໃຫ້ຢຸດເຊົາ, ຕໍ່ກໍລະນີ້ແມ່ນເປັນບັນຫາທີ່ແກ່ຍາວ,ສະນັ້ນສະເໜີໃຫ້ລັດຖະບານເບິ່ງຄືນເຊັ່ນດຽວກັນ.