ອັດຕາເງິນເຟີ້ຫລຸດລົງ ຈາກປີ 2022 ໃນອັດຕາ 22.96% ເຫລືອ 8.3% ໃນປີ 2025

ວັນທີ 10 ພະຈິກ 2025 ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ລາຍງານ ຕີລາຄາຜົນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບ ປະມານແຫ່ງລັດ, ແຜນເງິນຕາ 5 ປີ ຄັ້ງທີ IX (2021-2025) ແລະ ແຜນປີ 2025 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ວ່າ: ການຮັກສາສະຖຽນລະພາບດ້ານເງິນຕາ ໄດ້ສຸມໃສ່ປະຕິບັດນະໂຍບາຍດ້ານຕ່າງໆ ເພື່ອຮັກສາສະຖຽນລະພາບໃຫ້ຄ່າເງິນກີບ, ສ້າງຄວາມເຂັ້ມແຂງໃກ້ແກ່ຄັງສຳຮອງເງິນຕາຕ່າງປະເທດ, ຄວບຄຸມອັດຕາເງິນເຟີ້ ແລະ ຄຸ້ມຄອງອັດຕາແລກປ່ຽນ ໃຫ້ມີຄວາມໝັ້ນທ່ຽງ ໂດຍສະເພາະໃນໄລຍະ ປີ 2021-2024 ທີ່ລັດຖະບານ ໄດ້ເອົາໃຈໃສ່ຕິດຕາມສະພາບ ແລະ ນໍາໃຊ້ນະໂຍບາຍຕ່າງໆ ຢ່າງເໝາະສົມກັບແຕ່ລະໄລຍະ ເຮັດໃຫ້ອັດຕາເງິນເຟີ້ ໃນປີ 2025 ຄ່ອຍຫຼຸດລົງ. ເຊິ່ງຜົນການຈັດຕັ້ງປະຕິບັດຕົວຈິງ ເຫັນວ່າ:

  ອັດຕາເງິນເຟີ້ຫຼຸດລົງ ຈາກປີ 2022 ໃນອັດຕາ 22.96% ເຫຼືອ 8.3% ໃນປີ 2025 (ສະເລ່ຍ 10 ເດືອນ, ສຳລັບເດືອນຕຸລາ ຢູ່ໃນລະດັບ 4%); ອັດຕາແລກປ່ຽນຈາກການເໜັງຕີງແຮງໃນໄລຍະປີ 2021 ແລະ 2022 ສາມາດຢັບຢັ້ງໃຫ້ມີຄວາມສະຖຽນ, ທີ່ສຳຄັນສາມາດເຮັດໃຫ້ສ່ວນຕ່າງລະຫວ່າງອັດຕາແລກປ່ຽນໃນລະບົບ ແລະ ນອກລະບົບ ຍັບເຂົ້າໃກ້ກັນ, ຢັບຢັ້ງສະພາບການປັ່ນປ່ວນ ແລະ ເກັງກຳໄລ ຈາກອັດຕາແລກປ່ຽນ; ແກ້ໄຂບັນຫາການຂາດແຄນເງິນຕາຕ່າງປະເທດ ແລະ ສາມາດສະໜອງເງິນຕາຕ່າງປະເທດໃຫ້ແກ່ການນໍາເຂົ້ານໍ້າມັນເຊື້ອໄຟ ແລະ ແກ້ໄຂໜີ້ສິນໄດ້ໂດຍພື້ນຖານ; ມາຮອດປັດຈຸບັນ ຄັງສຳຮອງເງິນຕາຕ່າງປະເທດ ສາມາດກຸ້ມການນຳເຂົ້າ ໄດ້ 5.12 ເດືອນ (ຄາດໝາຍສະພາແຫ່ງຊາດ ແມ່ນ 3 ເດືອນ)

 ໄດ້ດໍາເນີນນະໂຍບາຍສິນເຊື່ອເພື່ອກະຕຸ້ນເສດຖະກິດ ເຊິ່ງສາມາດສະໜອງໃຫ້ 50 ຫົວໜ່ວຍ, ລວມວົງເງິນກູ້ຢືມຈາກ ທທກ 4,755.20 ຕື້ກີບ. ໃນນີ້, ວົງເງິນກູ້ຢືມທີ່ມີເງື່ອນໄຂຮັບສົມທົບດອກເບ້ຍຈາກ ທຫລ 3,011 ຕື້ກີບ ກວມເອົາ 63.32% ແລະ ທຫລ ໄດ້ຊໍາລະດອກເບ້ຍ ລວມວົງເງິນ 130.17 ຕື້ກີບ. ນະໂຍບາຍສິນເຊື່ອເພື່ອກະຈາຍແຫຼ່ງທືນສູ່ທ້ອງຖິ່ນ ໄດ້ອະນຸມັດໃຫ້ 1,228 ຫົວໜ່ວຍ ຢູ່ 18 ແຂວງ ລວມວົງເງິນອະນຸມັດ 2,240.39 ຕື້ກີບ, ແຕ່ການເບີກຖອນເງິນກູ້ຕົວຈິງ 2,104.75 ຕື້ກີບ ກວມເອົາ 93.95%.