ການບັນທຸກນ້ຳໜັກເກີນຂໍ້ກຳນົດທີ່ ອະນຸຍາດເປັນສາເຫດຕົ້ນຕໍທີ່ເຮັດໃຫ້ເສັ້ນທາງເປ່ເພເສຍຫາຍ

ໂດຍ: ຜາຕຸງ

ປັດຈຸບັນເຖິງແມ່ນລະດູຝົນຈະເລີ່ມຂາດເມັດໄປແລ້ວ, ສະພາບອາກາດກໍເລີ່ມເຂົ້າສູ່ລະດູແລ້ງ ຊຶ່ງເປັນເງື່ອນໄຂສະດວກໃນການສ້ອມແປງສ້າງສາພັດທະນາ ໂດຍສະເພາະແມ່ນການປັບປຸງປົວແປງ ບູລະນະທາງຫຼວງ ນັບທັງທາງຫຼວງແຫ່ງຊາດ ທາງຫຼວງຂອງແຂວງ, ເມືອງ ແລະ ບ້ານໃຫ້ໂລ່ງລ່ຽນ ຮັບປະກັນການຄົມມະນາຄົມ ຂົນສົ່ງສິນຄ້າ, ການໄປມາຫາສູ່ແຕ່ເໜືອເຖິງໃຕ້ ມີຄວາມສະດວກ ປອດໄພໂດຍໄວ ເພາະຜ່ານມາ ເສັ້ນທາງຫຼາຍສາຍຫຼາຍຈຸດໄດ້ເປ່ເພ ຊຸດໂຊມເສຍຫາຍ ຈາກໄພທຳມະຊາດ ແລະ ຄວາມເຫັນແກ່ຕົວຂອງຄົນຈຳນວນບໍ່ໜ້ອຍທີ່ບໍ່ເອົາໃຈໃສ່ປະຕິບັດຕາມກົດລະບຽບການສັນຈອນທາງບົກ ຈຶ່ງເຮັດໃຫ້ເສັ້ນທາງເປ່ເພເສຍຫາຍ ເປັນມູນຄ່າມະຫາສານ.

ຍັງຈື່ຄຳລາຍງານ ຂອງ ທ່ານງາມປະສົງ ເມືອງມະນີ ຮອງລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງທີ່ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ  IX ຂອງສະພາແຫ່ງຊາດ ຊຸດທີ IX ຜ່ານມານີ້ວ່າ: ການຂົນສົ່ງສິນຄ້າ ແລະ ແຮ່ທາດທີ່ບັນທຸກນ້ຳໜັກເກີນຂໍ້ກຳນົດທີ່ ອານຸຍາດເປັນສາເຫດຕົ້ນຕໍທີ່ເຮັດໃຫ້ເສັ້ນທາງເປ່ເພເສຍຫາຍ ໂດຍສະເພາະ ເສັ້ນທາງອອກຈາກແຫຼ່ງຂຸດຄົ້ນແຮ່ທາດໄປຫາເສັ້ນ ທາງອອກສູ່ຕ່າງປະເທດທີ່ເປ່ເພເສຍຫາຍ ນີ້ກໍຍ້ອນວ່າມີການບັນທຸກເກີນກຳນົດຫັ້ນແລ້ວ, ໂດຍສະ ເພາະເສັ້ນທາງຊົນນະບົດຫ່າງໄກສອກຫຼີກ, ເສັ້ນທາງເຮົາຍັງບໍ່ໄດ້ມາດຕະຖານ 11 ໂຕນຕໍ່ເພົາ, ແຕ່ວ່າຖ້າຫາກມີການບັນທຸກນ້ຳໜັກໄດ້ 11ໂຕນຕໍ່ເພົາ ຫຼື ຫຼາຍກວ່ານັ້ນແນ່ນອນ ມັນຈະເຮັດໃຫ້ເສັ້ນທາງເປ່ເພ ເສຍຫາຍໄດ້.

ສຳລັບທາງຫຼວງແຫ່ງຊາດທີ່ເປັນ ທາງຫຼວງອາຊຽນບາງຕອນແມ່ນໄດ້ຮັບການປັບປຸງຟື້ນຟູແລະຍົກລະດັບຮັບນ້ຳໜັກໄດ້ 11ໂຕນຕໍ່ເພົາແລ້ວ ແຕ່ມັນມີບາງຕອນທາງຍັງຕ້ອງໄດ້ຍົກລະດັບໃຫ້ສາມາດຮັບນ້ຳໜັກໄດ້ 11ໂຕນຕໍ່ເພົາຈຶ່ງຕ້ອງມີງົບປະມານຈຳນວນມະຫາສານເພື່ອປັບປຸງຟື້ນຟູຍົກລະດັບ ທາງຫຼວງເລກທີ 13 ເໜືອ 13ໃຕ້ ເຮົາມີ ທາງປູຢາງ2ຊັ້ນແລ້ວ ແຕ່ຈະຍົກລະດັບໃຫ້ເປັນທາງປູອັດສະຟານ,ຄອນກຣີດນັ້ນ ຕ້ອງມີທຶນຢ່າງມະຫາສານ, ນອກຈາກນັ້ນແລ້ວ ການປ່ຽນແປງຂອງດິນຟ້າອາກາດ ເຮັດໃຫ້ເກີດພາຍຸຝົນຕົກໜັກ ແລະ ເກີດໄພພິບັດກໍເປັນອີກສາເຫດໜຶ່ງທີ່ສົ່ງຜົນກະທົບຕໍ່ໂຄງລ່າງພື້ນຖານເຮັດໃຫ້ເສັ້ນທາງຄົມມະນາຄົມເປ່ເພເສຍຫາຍ ທັງໝົດນັ້ນເຮັດໃຫ້ຕ້ອງໃຊ້ງົບປະມານເປັນຈຳນວນຫຼວງຫຼາຍໃນການປັບປຸງຟື້ນຟູສະພາບເສັ້ນທາງໃຫ້ກັບຄືນສູ່ສະພາບປົກກະຕິໄດ້, ເພາະສະນັ້ນຕ້ອງໄດ້ຮ່ວມມືກັບຄູ່ຮ່ວມພັດທະນາ ຫຼື ສະຖາບັນການເງິນ ຈຶ່ງສາມາດເຮັດໄດ້.

ໃນກອງປະຊຸມສະໄໝສາມັນຂອງລັດປະຈຳເດືອນຕຸລາ 2025 ໄດ້ກຳນົດທິດທາງແຜນການວຽກງານຈຸດສຸມ ປະຈຳເດືອນພະຈິກ 2025 ໄດ້ຊີ້ນຳ ໃຫ້ຂະແໜງການ, ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງສືບຕໍ່ສຸມໃສ່ຊຸກຍູ້ບັນດາໂຄງການກໍສ້າງເສັ້ນທາງ ທີ່ສຳຄັນບູລິມະສິດ, ປັບປຸງບູລະນະ ແລະ ສ້ອມແປງເສັ້ນທາງຫຼວງແຫ່ງຊາດ ແລະ ທາງຫຼວງທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ໃຫ້ສຳເລັດຕາມແຜນ ທັງຮີບຮ້ອນອອກຄຳແນະນຳ ກ່ຽວກັບການກຳນົດຮູບແບບ, ວິທີການ ແລະ ອັດຕາການເກັບຄ່າຜ່ານທ່າງ ສຳລັບເສັ້ນທາງສາຍເກົ່າ ທີ່ມອບໃຫ້ຜູ້ປະກອບການເປັນຜູ້ສ້ອມແປງ ແລະ ບົວລະບັດຮັກສາ ໃຫ້ເປັນເອກະພາບກັນໃນທົ່ວປະເທດ.

ນອກຈາກນີ້ແລ້ວບັນດາໂຄງການແຮ່ທາດ ກໍຕ້ອງໃຫ້ໄປຕາມກົດໝາຍ ແລະ ລະບຽບການ, ສືບຕໍ່ປະຕິບັດມາດຕະການ ຕໍ່ໂຄງການແຮ່ທາດ ທີ່ໄດ້ຜ່ານການປະເມີນ ແລະ ຈັດຢູ່ໃນປະເພດຕາມກົດໝາຍ ແລະ ລະບຽບການຢ່າງເຂົ້ັ້ມງວດ, ສືບຕໍ່ຊຸກຍູ້ສົ່ງເສີມບັນດາໂຄງການ ທີ່ຢູ່ໃນໄລຍະຂຸດຄົ້ນ ໃຫ້ດຳເນີນການປຸງແຕ່ງເປັນຜະລິດຕະພັນສຳເລັດຮູບ,ຫຼຸດຜ່ອນການສົ່ງເສີມອອກວັດຖຸດິບ ໂດຍສະເພາະ ແຮ່ທາດທີ່ເປັນທ່າແຮງ, ໄດ້ສຳເລັດການກວດກາການກວດກາປະເມີນຄືນທັງໝົດ ບັນດາໂຄງການຂຸດຄົ້ນແຮ່ທາດ, ພ້ອມທັງແກ້ໄຂບັນດາໂຄງການທີ່ຖືກຈັດຢູ່ໃນປະເພດອ່ອນ ແລະ ຫັນໂຄງການທົດລອງ ເປັນໂຄງການຕາມກົນໄກປົກກະຕິ.

ແນວໃດກໍດີ ປະຈຸບັນ ແມ່ນຢູ່ໄລຍະການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ເພິ່ນກໍຄົງຈະນຳເອົາບັນຫານີ້ເຂົ້ພິຈາລະນາຊອກຫາທາງແກ້ໄຂຢ່າງເລັ່ງດ່ວນໂດຍສະເພາະແມ່ນມາດຕະການໃນການຂົນສົ່ງບັນດາແຮ່ທາດໃຫ້ຖືກຕາມກຳນົດລະບຽບການຕ່າງໆທີ່ກຳນົດອອກ ແລະ ການທີ່ເຮົາຫາກຮູ້ນຳໃຊ້ວັດຖຸສິ່ງຂອງທີ່ເຮົາມີແລ້ວໃຫ້ນຳໃຊ້ໄດ້ຢ່າງຍາວນານນັ້ນເປັນສິ່ງທີ່ທຸກຄົນຄວນປະຕິບັດຕາມລະບຽບກົດໝາຍໃຫເຂັ້ມງວດ ໂດຍສະເພາະແມ່ນການນຳໃຊ້ເສັ້ນທາງຄົມມະນາ ຄົມ ຕ້ອງປະຕິບັດໄປຕາມກົດຈະລາຈອນທາງບົກໃຫ້ເຂັ້ມງວດເຂັ້ມແຂງແລະເດັດຂາດ ໂດຍສະເພາະແມ່ການບັນທຸກນ້ຳໜັກຕົ້ນຕໍຕ້ອງເບິ່ງຄືນການບັນທຸກແຮ່ທາດເກີນຂອບເຂດຮັບໄດ້ຂອງເສັ້ນທາງ ແຕ່ລະເສັ້ນ ບໍ່ຄວນເຫັນແກ່ໄດ້ພຽງຢ່າງດຽວ, ອີກດ້ານໜຶ່ງພາກສ່ວນທີ່ກ່ຽວຂ້ອງຄວນເຮັດໃຫ້ລະບຽບກົດໝາຍທີ່ມີແລ້ວນັ້ນໄດ້ຮັບການຈັດຕັ້ງປະຕິບັດໃຫ້ມີຜົນສັກສິດຢ່າງແທ້ຈິງ ມັນຈຶ່ງຈະເຮັດໃຫ້ການນຳໃຊ້ເສັ້ນທາງໄດ້ຍາວນານ.