ກະຊວງເຕັກໂນໂລຊີ ແລະ ການສື່ສານ, ກະຊວງ ປກສ, ທຫລ ແລະ ບັນດາບໍລິສັດ ໂທລະຄົມມະນາຄົມ ປຶກສາຫາລື ແຜນດໍາເນີນງານຕ້ານການຕົວະຍົວະຫລອກລວງ ທາງອອນລາຍ

ຂ່າວສານ ເຕັກໂນໂລຊີ ແລະ ການສື່ສານ ລາຍງານວັນທີ 10 ພະຈິກ 2025 ວ່າ: ໜ່ວຍງານຕ້ານການຫລອກລວງທາງອອນລາຍ, ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມປຶກສາຫາລື ແຜນດໍາເນີນງານ ໜ່ວຍງານຕ້ານການຫລອກລວງ ທາງອອນລາຍ ຂຶ້ນໃນເດືອນ ຕຸລາ ທີ່ຜ່ານມາ, ໂດຍມີຕາງໜ້າບັນດາກົມ ພາຍໃນ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ກະຊວງປ້ອງກັນຄວາມສະຫງົບ, ທະນາຄານ ແຫ່ງ ສປປ ລາວ, ບັນດາບໍລິສັດ ໂທລະຄົມມະນາຄົມ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ພາຍຫລັງໄດ້ຮັບການສ້າງຕັ້ງ ໜ່ວຍງານຕ້ານການຫລອກລວງທາງອອນລາຍ (ໜ່ວຍງານ 015/ຄຄອຊ) ກໍໄດ້ດໍາເນີນການປະຊຸມຄັ້ງປະຖົມມະລຶກຂຶ້ນໃນທ້າຍເດືອນ ສິງຫາ ຜ່ານມາ ແລະ ໄດ້ຈັດກອງປະຊຸມວິຊາການ 4 ຄັ້ງ ເພື່ອກວດກາ, ຕິດຕາມ ແລະ ແກ້ໄຂ້ບັນຫາການຕົວະຍົວະຫລອກລວງທາງອອນລາຍ ເປັນຕົ້ນແມ່ນ:

– ໄດ້ດໍາເນີນການປິດເບີໂທທີ່ຕ້ອງສົງໄສ ໃນການນໍາໃຊ້ໄປຕົວະຍົວະຫລອກລວງ,

– ໄດ້ດໍາເນີນການປິດບັນດາເວັບໄຊທີ່ກະທໍາຜິດຕໍ່ລະບຽບກົດໝາຍ ຂອງ ສປປ ລາວ,

– ໄດ້ດໍາເນີນການແກ້ໄຂບັນຫາການນໍາໃຊ້ຄື້ນສັນຍານດາວທຽມທີ່ຜິດຕໍ່ລະບຽບກົດໝາຍ ຂອງ ສປປ ລາວ

– ປິດບັນຊີທີ່ໄປໃຊ້ບໍ່ຖືກຕ້ອງເປັນທາງຜ່ານຈົນກ້າວໄປເຖິງການແກ້ໄຂບາງກໍລະນີ.

ກອງປະຊຸມຄັ້ງນີ້, ໄດ້ເນັ້ນຍໍ້າໃຫ້ແຕ່ລະພາກສ່ວນ ປະສານສົມທົບລະອຽດກ່ຽວກັບການເປີດສູນຮັບແຈ້ງເຫດ ໂດຍສະເພາະ ດ້ານນິຕິກໍາ, ພາລະບົດບາດ, ສູນສາຍດ່ວນຮັບແຈ້ງເຫດ, ຂອດປະສານງານຮັບຮອງຂໍ້ມູນຮ່ວມກັນໃນການຈັດຕັ້ງປະຕິບັດ ແລະ ນິຕິກໍາ ອື່ນໆທີ່ປິ່ນອ້ອມ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ທັນກັບສະພາບການ. ພ້ອມນີ້, ທຸກພາກສ່ວນເຫັນດີໃນການສືບຕໍ່ກວດກາ, ຕິດຕາມ ແລະ ໂຄສະນາເຜີຍແຜ່ໃຫ້ຄວາມຮູ້ແກ່ປະຊາຊົນ ເພື່ອສ້າງພູມຄຸ້ມກັນຕໍ່ການຕົວະຍົວະຫລອກລວງຜ່ານທາງອອນລາຍ.

ທີ່ມາ: ຂ່າວສານ ເຕັກໂນໂລຊີ ແລະ ການສື່ສານ