ກອງທັບມຽນມາ ເລັ່ງມ້າງສູນສໍ້ໂກງອອນລາຍ ບໍລິເວນຊາຍແດນກວ່າ 100 ອາຄານ ຫລັງຈາກກວາດລ້າງ KK Park
ສໍານັກຂ່າວ CNA ລາຍງານວັນທີ 9 ພະຈິກ 2025 ວ່າ: ກອງທັບມຽນມາເປີດເຜີຍວ່າ ໄດ້ດຳເນີນການຮື້ຖອນອາຄານທີ່ເຄີຍຖືກໃຊ້ເປັນຖານປະຕິບັດການຂອງແກ໊ງຫລອກລວງອອນລາຍ ບໍລິເວນຊາຍແດນຕິດປະເທດໄທແລ້ວ ກວ່າ 100 ຫລັງ ຈາກທັງໝົດທີ່ກວດພົບ 148 ຫລັງ ໂດຍພື້ນທີ່ສ່ວນໃຫຍ່ຢູ່ໃນເຂດເມືອງມຽນວະດີ, ລັດກະເຣັນ ເຊິ່ງເປັນພື້ນທີ່ອິດທິພົນຂອງກຸ່ມປະກອບອາວຸດ ແລະ ມີການຄວບຄຸມຈາກລັດຂ້ອນຂ້າງຈຳກັດ.
ຕາມລາຍງານຂອງ Channel News Asia ລະບຸວ່າ: ອາຄານທີ່ຖືກທຳລາຍລວມເຖິງໂຮງໝໍສູງ 4 ຊັ້ນ ແລະ ຄາລາໂອເກະ 2 ຊັ້ນ ເຊິ່ງຖືກໃຊ້ເປັນທີ່ຮອງຮັບບຸກຄະລາກອນເຄືອຂ່າຍຄໍເຊັນເຕີຜິດກົດໝາຍ ທີ່ມີເປປົ້າໝາຍຫລອກເຫຍື່ອຈາກຫລາຍປະເທດຜ່ານອິນເຕີເນັດ, ສ້າງຄວາມເສຍຫາຍທາງເສດຖະກິດລະດັບພັນລ້ານໂດລາຕໍ່ປີ.
ເຫດການນີ້ເກີດຂຶ້ນທ່າມກາງແຮງກົດດັນຈາກຈີນ ທີ່ຕ້ອງການໃຫ້ມຽນມາຈັດການແກ໊ງຫລອກລວງຢ່າງຈິງຈັງ ຫລັງພົບວ່າມີຄົນຈີນຈຳນວນຫລາຍ ຖືກຕົວະມາເຮັດວຽກໃນສູນສໍ້ໂກງ ຕາມພື້ນທີ່ຊາຍແດນ ແລະ ບາງສ່ວນຕ້ອງຫລົບໜີຂ້າມຊາຍແດນເຂົ້າໄທ ເພື່ອຂໍຄວາມຊ່ວຍເຫລືອ.
ຫລັງຈາກກອງທັບມຽນມາ ໄດ້ປະກາດປາບປາມຂະບວນການຫລອກລວງຢູ່ KK Park ໃນວັນທີ 19 ຕຸລາ 2025 ຜ່ານມາ, ຫລັງຈາກການສືບສວນຂອງ AFP ເປີດເຜີຍວ່າສູນຕ່າງໆລວມທັງ KK Park ກຳລັງຂະຫຍາຍຕົວ.
ແນວໃດກໍຕາມ, ຜູ້ຊ່ຽວຊານເຕືອນວ່າ ເຖິງແມ່ນການຮື້ຖອນຈະເປັນສັນຍານເຊິງບວກ ແຕ່ບັນຫາຍັງບໍ່ຈົບ ເພາະກຸ່ມອາຊະຍາກຳມີການປັບໂຕ, ໃຊ້ເຕັກໂນໂລຊີ ເຊັ່ນ: ອິນເຕີເນັດດາວທຽມ ເພື່ອຫລີກລ່ຽງການບລັອກ ແລະ ອາດຍ້າຍຖານປະຕິບັດການໄປພື້ນທີ່ອື່ນແທນ.
ຂະນະນີ້ຍັງຕ້ອງຈັບຕາເບິ່ງວ່າ ມຽນມາຈະສາມາດຄວບຄຸມ ແລະ ປາບປາມເຄືອຂ່າຍໂກງອອນລາຍຂ້າມຊາດໄດ້ຈິງ ຫຼື ເປັນພຽງການສະແດງທ່າທີເພື່ອຕອບສະໜອງແຮງກົດດັນຈາກຕ່າງປະເທດ.
