ຫວຽດນາມ ຄວ້າລາງວັນ “ເຂົ້າທີ່ແຊບທີ່ສຸດໃນໂລກ” ເປັນຄັ້ງທີ 3 ດ້ວຍເຂົ້າ ST25

ສໍານັກຂ່າວຫວຽດນາມ ລາຍງານວັນທີ 9 ພະຈິກ 2025:  ເຂົ້າ ST25 ຂອງຫວຽດນາມ ໄດ້ຖືກປະກາດໃຫ້ເປັນ “ເຂົ້າທີ່ແຊບທີ່ສຸດໃນໂລກ” (World’s Best Rice) ປະຈຳປີ 2025 ທີ່ນະຄອນຫລວງພະນົມເປັນ ປະເທດກຳປູເຈຍ. ນັບເປັນຄັ້ງທີສາມແລ້ວ ທີ່ເຂົ້າສາຍພັນນີ້ໄດ້ຮັບລາງວັນສູງສຸດ ຫລັງຈາກທີ່ເຄີຍຊະນະມາແລ້ວໃນປີ 2019 ແລະ 2023.

ລາງວັນດັ່ງກ່າວໄດ້ມອບໃຫ້ໃນກອງປະຊຸມ Global Rice Trade Conference ຄັ້ງທີ 17 ເຊິ່ງຈັດໂດຍອົງການ The Rice Trader (TRT) ທີ່ນະຄອນຫລວງພະນົມເປັນ ປະເທດກຳປູເຈຍ ໃນລະຫວ່າງວັນທີ 7–9 ພະຈິກ 2025.

ທ່ານ Đỗ Hà Nam, ປະທານສະມາຄົມເຂົ້າຫວຽດນາມ (VFA) ກ່າວວ່າ ຄວາມສໍາເລັດຄັ້ງນີ້ເປັນ “ກຽດສັກສີ ແລະ ຄວາມພາກພູມໃຈ” ຂອງອຸດສາຫະກຳເຂົ້າຫວຽດນາມ ແລະ ເປັນການຢືນຢັນຄຸນນະພາບຂອງເມັດເຂົ້າຫວຽດນາມໃນຕະຫລາດໂລກ.

ເຂົ້າ ST25 ຖືກພັດທະນາໂດຍທ່ານ Hồ Quang Cua ແລະ ທີມງານວິໄຈ ຕັ້ງແຕ່ຕົ້ນປີ 1990 ທີ່ແຂວງຊອກຈັງ ໃນຊື່ຍີ່ຫໍ້ “Gạo Ông Cua” ໂດຍມີລັກສະນະເດັ່ນຄື: ເມັດຍາວ ສີຂາວໃສ, ບໍ່ມີເມັດທ້ອງເຂົ້າສີຂາວຂຸ້ນ; ເມື່ອຕົ້ມສຸກແລ້ວ ຈະມີກິ່ນຫອມໃບເຕີຍ ແລະ ກິ່ນຄ້າຍເຂົ້າໃໝ່ (cốm), ມີລົດຫວານນຸ້ມເຖິງແມ່ນວ່າຈະເຢັນແລ້ວກໍຕາມ.

ນອກຈາກນີ້, ການໄດ້ຮັບລາງວັນໃນຄັ້ງນີ້ຍັງຊ່ວຍເປີດປະຕູສູ່ຕະຫລາດທີ່ມີຄຸນນະພາບສູງ ເຊັ່ນ: ສະຫະລັດ, ຍີ່ປຸ່ນ, ເອີຣົບ ແລະ ອົດສະຕຣາລີ, ພ້ອມທັງເພີ່ມມູນຄ່າໃຫ້ແກ່ຊາວກະສິກອນຫວຽດນາມ ແລະ ອຸດສາຫະກຳເຂົ້າຫວຽດນາມໂດຍລວມ.