ທູດລາວ ປະຈຳຢູ່ ສສ ຫວຽດນາມ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະບໍາລຸງທິດສະດີການເມືອງຂັ້ນສູງ ຂອງ ສປປ ລາວ

ວັນທີ 8 ພະຈິກ 2025 ທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະບຳລຸງທິດສະດີການເມືອງຂັ້ນສູງ ລະບົບ 5 ເດືອນ ຢູ່ ສສ ຫວຽດນາມ ຊຶ່ງນຳໂດຍ ທ່ານ ພັນໂທ ສະເໝີນ້ອຍ ສີສະແຫວງສຸກ ຫົວໜ້າກົມປ້ອງກັນຊາດ, ສະພາແຫ່ງຊາດ.

ໃນໂອດັ່ງກ່າວ, ທ່ານ ນາງ ຄຳເພົາ ເອີມທະວັນ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງຄວາມຊົມເຊີຍຕໍ່ຄະນະ. ທ່ານ ສະເໝີນ້ອຍ ສີສະແຫວງສຸກ ໄດ້ລາຍງານສະພາບການເດີນທາງມາສຶກສາຮໍ່າຮຽນທິດສະດີຂັ້ນສູງ ໄລຍະ 5 ເດືອນ ຈໍານວນ 45 ທ່ານ, ທີ່ມາຈາກຫລາຍຂົງເຂດວຽກງານ ໃຫ້ທ່ານທູດຮັບຊາບ. ພ້ອມນີ້, ທ່ານທູດ ຍັງໄດ້ແຈ້ງໃຫ້ຄະນະຊາບ ກ່ຽວກັບສະພາບການປະຕິບັດໜ້າທີ່ວຽກງານຂອງສະຖານທູດລາວ ປະຈຳ ສສ ຫວຽດນາມ ໂດຍສະເພາະ ແມ່ນການພົວພັນຮ່ວມມືລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ ໃນບາງຂົງເຂດວຽກງານ.
ໂອກາດດຽວກັນນີ້, ທ່ານ ທູດ ກໍໄດ້ເນັ້ນໃຫ້ຄະນະ ຈົ່ງເອົາໃຈໃສ່ສຶກສາຮ່ຳຮຽນ ຍາດແຍ່ງເອົາບົດຮຽນ ປະສົບການຂອງເພື່ອນ ເພື່ອນຳໄປໝູນໃຊ້ເຂົ້າໃນພາກປະຕິບັດຕົວຈິງ ຕາມສະພາບຂອງປະເທດເຮົາ ແລະ ອວຍພອນໃຫ້ຄະນະຈົ່ງປະສົບຜົນສໍາເຮັດໃນການມາສຶກສາຮໍ່າຮຽນຄັ້ງນີ້.