ຫວຽດນາມຮືຮາ! ພົບ “ເຮືອບູຮານ” ທີ່ແຄມທະເລສະພາບສົມບູນ ຫລັງພາຍຸໝາຍເລກ 13 ພັດຖະຫລົ່ມຮອຍອັນ

ວັນທີ 9 ພະຈິກ 2025 – ເພຈຂ່າວທ້ອງຖິ່ນໃນຫວຽດນາມລາຍງານວ່າ ຊາວບ້ານໃນເມືອງຮອຍອັນ ແຂວງກວາງນາມ ປະເທດຫວຽດນາມ ໄດ້ພາກັນຫລັ່ງໄຫລມາເບິ່ງເຮືອບູຮານລຳໜຶ່ງ ທີ່ຂຶ້ນມາປາກົດຕົວອີກຄັ້ງໃນສະພາບເກືອບສົມບູນ ຢູ່ເທິງຊາຍຫາດ, ພາຍຫລັງພາຍຸໝາຍເລກ 13 ຄັລແມກິ (ທີ່ຫວຽດນາມເອີ້ນວ່າ “bão số 13”) ພັດຖະຫລົ່ມເມື່ອອາທິດທີ່ຜ່ານມາ.

ຊາວບ້ານກ່າວວ່າ ກ່ອນໜ້ານີ້ ພົບເຫັນໄມ້ພຽງແຕ່ສອງສາມທ່ອນທີ່ໂຜ່ອອກມາຢູ່ດິນຊາຍ, ແຕ່ພາຍຫລັງພາຍຸພັດແຮງ, ຄື້ນສູງ ແລະ ນ້ຳທະເລຢດ້ຍູ້ດິນຊາຍອອກໄປ ຈຶ່ງໄດ້ເຜີຍໃຫ້ເຫັນໂຄງສ້າງ “ໂຕເຮືອທັງລຳ” ເຊິ່ງຄາດວ່າເປັນເຮືອໄມ້ບູຮານອາຍຸນັບຫຼາຍຮ້ອຍປີ.

ໜ່ວຍງານທ້ອງຖິ່ນຂອງຮອຍອັນກຳລັງກັນພື້ນທີ່ ແລະ ປະສານນັກບູຮານຄະດີ ແລະ ພິພິດທະພັນເມືອງຮອຍອັນເຂົ້າກວດສອບອາຍຸຈິງຂອງເຮືອລໍານີ້ ລວມທັງສັນນິຖານວ່າ ໜ້າຈະເຊື່ອມໂຍງກັບເສັ້ນທາງການຄ້າທາງທະເລໃນສະໄໝບູຮານ ໄລຍະທີ່ຮອຍອັນເປັນທ່າເຮືອການຄ້າສຳຄັນໃນພູມມີພາກອາຊີຕາເວັນອອກສຽງໃຕ້.

ເຈົ້າໜ້າທີ່ລະບຸວ່າ ຂະນະນີ້ຍັງບໍ່ມີການເຄື່ອນຍ້າຍຊາກເຮືອອອກຈາກພື້ນທີ່ ເພື່ອບໍ່ໃຫ້ໂຄງສ້າງເສຍຫາຍຈາກການຂົນຍ້າຍກ່ອນສຳເລັດການສຳຫລວດຫາລາຍລະອຽດ.