ເກີດແຜ່ນດິນໄຫວ 4.1 ຣິກເຕີ້ ຢູ່ບ້ານປ່າສົງ ເມືອງຕະໂອ້ຍ ແຂວງສາລະວັນ
November 8, 2025 - 4:26 PM
ສູນຂໍ້ມູນຂ່າວສານ ແຜ່ນດິນໄຫວແຫ່ງຊາດ ລາຍງານວ່າ: ວັນທີ 07 ພະຈິກ 2025 ເວລາ 21:25 ນາທີ, ມີລາຍງານ ການເກີດແຜ່ນດິນໄຫວ ຢູ່ລະດັບຄວາມເລິກ 10 ກິໂລແມັດ, ວັດແທກຄວາມແຮງໄດ້ 4.1 ຣິກເຕີ້ ເກີດຂຶ້ນ ຢູ່ບ້ານປ່າສົງ, ເມືອງຕະໂອ້ຍ ແຂວງສາລະວັນ ຂອງ ສປປ ລາວ.
ເຫດການແຜ່ນດິນໄຫວໃນຄັ້ງນີ້ ບໍ່ໄດ້ສົ່ງຜົນກະທົບຫຍັງ ຕໍ່ ສປປ ລາວ. ຈຶ່ງແຈ້ງເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນ ໃນທົ່ວປະເທດ ຈົ່ງມີສະຕິ ແລະ ກຽມພ້ອມຮັບມື, ພ້ອມທັງ ຕິດຕາມຂ່າວລາຍງານເຫດການເກີດແຜ່ນດິນໄຫວ ທັງພາຍໃນປະເທດ ແລະ ບັນດາປະເທດໃກ້ຄຽງ ຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດ.
