ໄລຍະ 1 ປີ ຫຼວງພະບາງ ຢຶດຢາບ້າໄດ້ 1,515,014 ເມັດ ແລະ ນຳມາຈູດທຳລາຍ 35,904 ເມັດ

ໂອກາດວັນແຫ່ງຊາດຕ້ານຢາເສບຕິດ ວັນທີ່ 12 ຕູລາ ຄົບຮອບ 24 ປີ, ແຂວງຫຼວງພະບາງ ໄດ້ຈັດພິທີທຳລາຍຢາເສບຕິດຂຶ້ນ ໃນວັນທີ 6 ພະຈິກ 2025ນີ້ ທີ່ເດີນກິລາໃນຮົ່ມຂອງແຂວງ ບ້ານນາສ້າງເຫວີຍ ນະຄອນ ຫຼວງພະບາງ, ມີທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງ, ພ້ອມດ້ວຍ ກົງສູນໃຫຍ່ ສປ ຈີນ ປະຈຳພາກເໜືອ ແຂວງຫຼວງພະບາງ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ປະຊາຊົນ ແລະ ນັກຮຽນ-ນັກສຶກສາ ເຂົ້າຮ່ວມ.

ທ່ານ ພັນເອກ ຄຳເພົາ ເດດບັນດິດ ຮອງຫົວໜ້າກອງປະຊາການ ປກສ ແຂວງ ໄດ້ລາຍງາຍການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການຕ້ານຢາເສບຕິດໃນໄລຍະ 1 ປີຜ່ານມາວ່າ: ແຂວງຫຼວງພະບາງ ສາມາດມ້າງຄະດີຢາເສບຕິດໄດ້ທັງໝົດ 173 ຄະດີ, ຜູ້ຖືກຫາ 240 ຄົນ ຍິງ 22 ຄົນ, ຕ່າງ ປະເທດ 7 ຄົນ, ຜູ້ຖືກຫາ 8 ຄົນ ຍິງ 1 ຄົນ, ຢຶດຂອງກາງ ຢາເສບຕີດປະເພດເຮໂຣອິນໄດ້ 24,9 ກຣາມ, ຢາບ້າ 1,515,014 ເມັດ, ນໍ້າໜັກ 151,5 ກຣາມ, ຄໍລາເຈນ 1,1 ກຣາມ, ເຄຕາມິນ 11,6 ກຣາມ, ຢາໄອສ 11,6 ກຣາມ, ຢາຝິ່ນ 21,3 ກຣາມ, ເມັດສີຂາວຄ້າຍຄືຢາໄອສ໌ 217,7 ກຣາມ ແລະ ອື່ນໆ. ຢຶດເຄື່ອງຈັກຜະລິດ ແລະ ອຸປະກອນການຜະລິດຢາເສບຕິດເຊັ່ນ: ເຄື່ອງອັດຢາບ້າ 1 ເຄື່ອງ, ຫົວຕອກຢາບ້າ WY 14 ຫົວ, ຈັກບົດຢາບ້າ 1 ເຄື່ອງ, ກາຈໍ້າສັນຍາລັກຢາເສບຕິດ 26 ອັນ, ຢຶດລົດໃຫຍ່ 10 ຄັນ, ລົດຈັກ 49 ຄັນ, ໂທລະສັບມືຖື 201 ເຄື່ອງ, ປືນເຊກາເຊ 1 ກະບອກ, ປືນສັ້ນ 2 ກະບອກ, ປືນກິລາ 2 ກະບອກ, ປືນແກັບລາເນື້ອ 1 ກະບອກ, ປືນດັດແປງ 3 ກະບອກ ແລະ ອື່ນໆ ອີກຈຳນວນໜຶ່ງ.

ຕອນທ້າຍ, ຜູ້ເຂົ້າຮ່ວມ ໄດ້ພ້ອມກັນຈູດຢາເສຍຕິດ ທີ່ສານຕັດສິນໃຊ້ຢ່າງເດັດຂາດ ແລ້ວນໍາມາທຳລາຍ ປະກອບມີ: ຢາບ້າ ຈຳນວນ 35,904 ເມັດ, ເຮໂຣອິນ ນໍ້າໜັກ 25,9 ກຣາມ, ຢາຝິ່ນ ນໍ້າໜັກ 7,1 ກຣາມ.