ອົງການກວດສອບແຫ່ງລັດ ຮັບຮອງ 6 ຫຼັກການວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ
ວັນທີ 7 ພະຈິກ 2025 ນີ້ ອົງການກວດສອບແຫ່ງລັດ ໄດດຳເນີນກອງປະຊຸມຮັບຮອງດ້ານຫຼັກການ ວິໄສທັດ ຮອດປີ 2035, ຍຸດທະສາດການພັດທະນາ ຮອດປີ 2030 ແລະ ແຜນພັດທະນາອົງການກວດສອບແຫ່ງລັດ ຮອດປີ 2026 ໂດຍການເປັນປະທານຮ່ວມຂອງທ່ານ ບຸນເລີດ ເທບວົງສາ ຮອງປະທານອົງການກວດສອບແຫ່ງລັດ, ທ່ານ ໂທມັດສ ລາມມາຣ໌ ອຸປະທູດ ປະເທດລຸກຊໍາບວກ, ທ່ານ ໂຣເບີດ ເດິ ວາຮາ ຜູ້ຕາງໜ້າປະຈໍາການຫ້ອງການອາຊີ-ວຽງຈັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ
ທ່ານ ໂພສີ ຈັນມິ່ງ ຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມວຽກງານກວດສອບ, ທັງເປັນຫົວໜ້າຄະນະຮັບຜິດຊອບໄດ້ລາຍງານໂດຍຫຍໍ້ກ່ຽວກັບຂະບວນການກະກຽມ ແລະ ທາບທາມຮ່າງວິໄສທັດ ຮອດປີ 2035, ຍຸດທະສາດການພັດທະນາ ຮອດປີ 2030 ແລະ ແຜນພັດທະນາອົງການກວດສອບແຫ່ງລັດ ຮອດປີ 2026ວ່າ: ເພື່ອຄົ້ນຄວ້າ, ປັບປຸງ ແລະ ເປັນເອກະພາບກັນທາງດ້ານເນື້ອໃນໃຫ້ມີຄວາມຄົບຖ້ວນ, ເລິກເຊິ່ງ, ຖືກກັບຄວາມເປັນຈິງ ແລະ ໃຫ້ສາມາດຮັບຮອງໄດ້ ໂດຍເນື້ອໃນຕົ້ນຕໍ ຂອງບົດດັ່ງກ່າວ ແມ່ນໄດ້ກໍານົດອອກເປັນ 6 ວິໄສທັດ ແລະ ຍຸດທະສາດ ໃນການພັດທະນາອົງການກວດສອບແຫ່ງລັດ ຄື:
- ຍຸດທະສາດການພັດທະນາ ແລະ ປັບປຸງກົງຈັກການຈັດຕັ້ງ
- ຍຸດທະສາດການພັດທະນາດ້ານບຸກຄະລາກອນ
- ຍຸດທະສາດການພັດທະນາ ແລະ ສ້າງຄວາມເຂັ້ມແຂງດ້ານວຽກງານວິຊາສະເພາະ
- ຍຸດທະສາດວຽກງານການສ້າງ ແລະ ປັບປຸງນິຕິກຳ
- ຍຸດທະສາດການພັດທະນາພື້ນຖານໂຄງລ່າງ ແລະ ການຫັນເປັນທັນສະໄໝ
- ຍຸດທະສາດການຮ່ວມມື ແລະ ເຊື່ອມໂຍງກັບສາກົນ ເພື່ອເສີມຂະຫຍາຍດ້ານຕັ້ງໜ້າ, ປັບປຸງແກ້ໄຂຈຸດອ່ອນ-ຄົງຄ້າງ, ສືບຕໍ່ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ.