ບາດກ້າວໃໝ່ຂອງວົງການແພດ! ຄິດຄົ້ນລໍາແສງທຳລາຍມະເຮັງ ແບບບໍ່ຕ້ອງໃຊ້ຢາ-ບໍ່ຕ້ອງເຮັດຄີໂມ ຂ້າເຊວໄດ້ 99%
ວົງການວິໄຈມະເຮັງສະຫະລັດ ກຳລັງພັດທະນາແນວທາງປິ່ນປົວມະເຮັງຮູບແບບໃໝ່ ໃຊ້ “ແສງ” ໃນການທຳລາຍເຊວມະເຮັງ ໂດຍບໍ່ຕ້ອງໃຫ້ຢາເຄມີ ແລະ ບໍ່ຕ້ອງເຮັດເຄມີບຳບັດ ເຊິ່ງຜົນການທົດລອງໃນຫ້ອງແລັບພົບວ່າສາມາດທຳລາຍເຊວມະເຮັງໄດ້ຫຼາຍກວ່າ 99%.
ນັກວິໄຈຈາກ Rice University ພັດທະນາໂມເລກຸນຊື່ Aminocyanine ເຊິ່ງຈະເຂົ້າໄປຈັບເຊວມະເຮັງ. ເມື່ອສາຍແສງໃກ້ອິນຟາເຣດຈະເກີດການສັ່ນລະດັບນາໂນ ເຮັດໃຫ້ເຍື່ອຫຸ້ມເຊວແຕກ ເຊິ່ງວິທີນີ້ຖືກເອີ້ນວ່າ “Molecular Jackhammers”.
ຂະນະທີ່ທີມຈາກ University of Illinois Urbana-Champaign ພັດທະນາລະບົບເລເຊີຍິງກົງຈຸດ ເພື່ອທຳລາຍສະເພາະເຊວມະເຮັງ ແລະ ທີມຈາກ University of Notre Dame ກຳລັງທົດສອບອຸປະກອນ LED ຂະໜາດນ້ອຍແບບຝັງໃນຮ່າງກາຍ ເພື່ອສາຍແສງໄປຍັງເນື້ອງອກໃນສ່ວນເລິກ ໃນອະໄວຍະວະ ເຊັ່ນ: ຕັບ, ປອດ ຫຼື ສະໝອງ.
ຜູ້ຊ່ຽວຊານຊີ້ວ່າ ຈຸດແຂງຂອງເທັກໂນໂລຊີນີ້ຄື “ບໍ່ຕ້ອງໃຊ້ຢາເຄມີ” ຈຶ່ງຫຼຸດຜົນຂ້າງຄຽງຮຸນແຮງແບບວິທີຄີໂມ ເຊັ່ນ: ພູມຄຸ້ມກັນຕົກ, ຜົມຫຼົ່ນ, ປວດຮາກ.
ຢ່າງໃດກໍຕາມ, ຍັງຢູ່ໃນຊ່ວງທົດລອງ, ຕ້ອງທົດສອບດ້ານຄວາມປອດໄພໃນມະນຸດເພີ່ມ ກ່ອນນຳໃຊ້ຕົວຈິງ. ຄາດອາດເລີ່ມໃຊ້ໃນທາງຄລີນິກຢ່າງກວ້າງຂວາງໃນຊ່ວງປີ 2028 – 2034.
ອ້າງອີງ: TNN Thailand https://www.tnnthailand.com/health/216430/