ລັດຖະບານ ສປປ ລາວ ປະດັບຫລຽນກາມິດຕະພາບ ໃຫ້ ທູດຣັດເຊຍ ຍ້ອນຜົນງານພົ້ນເດັ່ນ ຕະຫລອດ 6 ປີ
ວັນທີ 6 ພະຈິກ 2025 ນີ້, ທີ່ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນ ຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ວະລາດີເມຍ ກາລີນິນ, ເອກອັກຄະລັດຖະທູດ ແຫ່ງ ສະຫະພັນ ຣັດເຊຍ ປະຈຳ ສປປ ລາວ. ພ້ອມທັງ ປະດັບຫລຽນກາມິດຕະພາບ ໃຫ້ແກ່ ທ່ານທູດ ເພື່ອເປັນການຍ້ອງຍໍຊົມເຊີຍໃນໂອກາດທີ່ສຳເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.
ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນສູງສົ່ງຂອງ ທ່ານ ທູດ ກາລີນິນ ຕະຫລອດໄລຍະ 6 ປີ ຂອງການປະຕິບັດໜ້າທີ່, ໂດຍສະເພາະການປະກອບສ່ວນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືຂອງສອງປະເທດ ເປັນຕົ້ນ: ວຽກງານປະສານງານ ແລະ ອຳນວຍຄວາມສະດວກໃຫ້ແກ່ການ ແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງ ຂອງລາວ ແລະ ຣັດເຊຍ.
- ຊຸກຍູ້ການຈັດຕັ້ງປະຕິບັດໂຄງການຮ່ວມມືໃນຫລາຍຂະແໜງການ ເປັນຕົ້ນແມ່ນ:
o ການເມືອງ-ຄວາມໝັ້ນຄົງ.
o ການສຶກສາ ແລະ ການພັດທະນາບຸກຄະລາກອນ.
o ສາທາລະນະສຸກ ແລະ ເສດຖະກິດ.
o ການຊ່ວຍເຫລືອດ້ານມະນຸດສະທຳໃນການ ເກັບກູ້ລະເບີດທີ່ຍັງບໍ່ທັນແຕກ (UXO). - ປະກອບສ່ວນໃນການປະສານງານ ແລະ ສະໜັບສະໜູນເຊິ່ງກັນແລະກັນໃນຂອບພາກພື້ນ ແລະ ສາກົນ, ໂດຍສະເພາະການຮ່ວມມື ອາຊຽນ-ຣັດເຊຍ ໃນໄລຍະທີ່ ສປປ ລາວ ເປັນປະທານໝູນວຽນອາຊຽນ.
ຍ້ອນເຫັນໄດ້ຜົນງານອັນໃຫຍ່ຫລວງ ແລະ ຜົນສໍາເລັດດັ່ງກ່າວ, ລັດຖະບານ ແຫ່ງ ສປປ ລາວ ຈຶ່ງຕົກລົງເຫັນດີມອບຫລຽນກາມິດຕະພາບໃຫ້ແກ່ ທ່ານ ທູດ ເພື່ອເປັນການ ຈາລຶກຜົນງານຄຸນງາມ ຄວາມດີ ທີ່ທ່ານ ທູດ ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການເສີມຂະຫຍາຍສາຍພົວພັນ ລາວ-ຣັດເຊຍ ໃຫ້ມີບາດກ້າວຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງຂຶ້ນ.
ທ່ານ ວະລາດີເມຍ ກາລີນິນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ລັດຖະບານ ແລະ ປະຊາຊົນລາວ, ພ້ອມທັງ ຢືນຢັນຈະສືບຕໍ່ເປັນຂົວຕໍ່ ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ລາວ-ຣັດເຊຍ ໃຫ້ຂະຫຍາຍຕົວໄປໃນອະນາຄົດ.
ທີ່ມາ: ໜັງສືພິມປະຊາຊົນ
