ປະກາດການແຕ່ງຕັ້ງໜ້າທີ່ ແລະ ຍົກຍ້າຍນາຍທະຫານຂັ້ນສູງ ຢູ່ກະຊວງປ້ອງກັນປະເທດ
ວັນທີ 5 ພະຈິກ 2025 ກະຊວງປ້ອງກັນປະເທດໄດ້ຈັດ ພິທີປະກາດການແຕ່ງຕັ້ງໜ້າທີ່ ແລະ ຍົກຍ້າຍນາຍທະຫານຂັ້ນສູງ ໂດຍການເປັນປະທານຂອງ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະນຳກະຊວງ, ຄະນະນຳ 4 ກົມໃຫຍ່, ຫ້ອງວ່າການກະຊວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຜ່ານດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງໜ້າທີ່ນາຍທະຫານ ຢູ່ກະຊວງປ້ອງກັນປະເທດ. ນາຍົກລັດຖະມົນຕີ ອອກດຳລັດ ແຕ່ງຕັ້ງ:
- ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ເປັນຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ
- ສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ ເປັນຮອງຫົວໜ້າກົມໃຫຍ່ການເມືອງກອງທັບ
- ສະຫາຍ ພົນຈັດຕະວາ ບົວວັນ ອາດຖະໜາໄຊ ເປັນຫົວໜ້າຫ້ອງການຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ
ຜ່ານຄຳສັ່ງຍົກຍ້າຍ ນາຍທະຫານໄປຮັບໜ້າທີ່ໃໝ່ນາຍົກລັດຖະມົນຕີ ອອກຄຳສັ່ງ: ຍົກຍ້າຍ ສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ຫົວໜ້າຫ້ອງການຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ໄປຮັບໜ້າທີ່ ໃໝ່ຢູ່ ກອງພົນທີ 2
ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງ: ສະຫາຍ ພັນໂທ ວັນໄຊ ເນຕິບັນ ດິດ ເປັນຮອງຫົວໜ້າກົມເສດຖະກິດ ຫ້ອງວ່າການກະຊວງປ້ອງກັນປະເທດ,
ຜ່ານມະຕິຂອງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງປ່ຽນແທນ ກຳມະການຄະນະບໍລິຫານງານພັກ, ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ ຄະນະພັກກະຊວງປ້ອງກັນປະເທດ ຕົກລົງ ແຕ່ງຕັ້ງ:
- ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ເປັນກຳມະການຄະນະບໍລິຫານງານພັກ, ກຳມະການຄະນະປະຈຳພັກ ທັງເປັນເລຂາຄະນະບໍລິຫານງານພັກ ຫ້ອງວ່າການກະຊວງປ້ອງກັນປະເທດ ປ່ຽນແທນ ສະຫາຍ ພົນຕີ ສົມພອນ ມິດຕະພອນ ທີ່ຍົກຍ້າຍໄປຮັບໜ້າທີ່ໃໝ່
- ສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ເປັນກຳມະການຄະນະບໍລິຫານງານພັກ, ກຳມະການຄະນະປະຈຳພັກ ປ່ຽນແທນ ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ທີ່ຍົກຍ້າຍໄປຮັບໜ້າທີ່ໃໝ່
- ສະຫາຍ ພົນຈັດຕະວາ ບົວວັນ ອາດຖະໜາໄຊ ຫົວໜ້າຫ້ອງການຄະນະກຳມະການ ປກຊ-ປກສ ສູນກາງ ເປັນກຳມະການຄະນະບໍລິຫານງານພັກ ທັງເປັນເລຂາຄະນະພັກຮາກຖານ ຫ້ອງການຄະນະກຳມະການ ປກຊ-ປກສ ສູນກາງ ປ່ຽນແທນ ສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ທີ່ຍົກຍ້າຍໄປຮັບໜ້າທີ່ໃໝ່.
ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ຮຽກຮ້ອງໃຫ້ບັນດາສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນກວ່າເກົ່າ, ເພີ່ມທະວີບົດບາດການນຳພາ-ຊີ້ນຳ, ຮັດແໜ້ນຄວາມສາມັກຄີເປັນປຶກແຜນແໜ້ນໜາ ພາຍໃນໝູ່ຄະນະ, ປະຕິບັດແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ພ້ອມກັນເຮັດສຳເລັດໜ້າທີ່ ທີ່ພັກ-ລັດມອບໝາຍໃຫ້.
ທີ່ມາ: Lao people’s Army News
