ສຳມະນາ ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຕິດພັນກັບການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ
ວັນທີ 4-5 ພະຈິກ 2025 ນີ້ ສຳມະນາກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ຮ່າງທິດທາງແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ມີບັນດາກໍາມະການຄະນະປະຈໍາ ແລະ ຮອງປະທານກໍາມາທິການສະພາແຫ່ງຊາດ, ລັດຖະມົນຕີ-ຮອງລັດຖະມົນຕີ ແລະ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມສຳມະນາ ເພື່ອກະກຽມຄວາມພ້ອມທາງດ້ານເນື້ອໃນ ໃຫ້ແກ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ກ່ຽວກັບການສະຫລຸບຕີລາຄາ, ຖອດຖອນບົດຮຽນ ແລະ ວິທີການແກ້ໄຂໃນຕໍ່ໜ້າ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2025 ແລະ ການກະກຽມຮ່າງທິດທາງແຜນການ 5 ປີ ຄັ້ງທີ X (2026-2030) ເພື່ອເປັນການຍົກສູງທາງດ້ານເນື້ອໃນໃຫ້ແກ່ສະມາຊິກສະພາແຫ່ງຊາດ ໄດ້ຮັບຮູ້ ແລະ ເຂົ້າໃຈ ການຄົ້ນຄວ້າການຕີລາຄາໃຫ້ຖືກຈຸດສຸມ ເພື່ອຮັບປະກັນໃຫ້ແຜນວຽກທີ່ລັດຖະບານ ຈະນໍາມາພິຈາລະນາຮັບຮອງໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ມີປະສິດທິຜົນ ສອດຄ່ອງກັບສະພາບຄວາມເປັນຈິງຂອງສັງຄົມ ກໍຄືແຕ່ລະທ້ອງຖິ່ນ ນຳໄປຈັດຕັ້ງປະຕິບັດໄດ້ ແລະ ເພື່ອຕິດຕາມກວດກາ, ປະເມີນຜົນ, ສະຫລຸບຕີລາຄາຜົນສຳເລັດ, ບັນຫາຄົງຄ້າງ ແລະ ສິ່ງທ້າທ້າຍ ກ່ຽວກັບມະຕິກອງປະຊຸມສະພາແຫ່ງຊາດຄັ້ງປະຖົມມະລຶກ ແລະ ມະຕິປະຈຳປີ ທີ່ຮັບຮອງເອົາບົດລາຍງານ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 5 ປີ ຄັ້ງທີ IX (2021-2025) ຕິດພັນກັບວາລະແຫ່ງຊາດ. ພ້ອມນີ້, ກໍເພື່ອຍາດແຍ່ງເອົາບົດຮຽນ ແລະ ປະສົບການ ຈາກພາຍໃນ ແລະ ຕ່າງປະເທດ ໃນການກະກຽມເນື້ອຮັບໃຊ້ກອງປະຊຸມສະພາແຫ່ງຊາດ.
ເນື້ອໃນກອງປະຊຸມໄດ້ມີການຍົກຂຶ້ນມາສົນທະນາຄື:
1. ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030);
2. ຄູ່ຮ່ວມພັດທະນາ ໃນການປະກອບສ່ວນຊ່ວຍເຫລືອຂອງອົງການສະຫະປະຊາຊາດ ໃນການຈັດຕ້້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ;
3. ການວາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ໃຫ້ສອດຄ່ອງກັບຂະບວນການດ້ານງົບປະມານ ລວມທັງຂະບວນການປະຕິຮູບ ການວາງງົບປະມານທີ່ພວມດຳເນີນການ, ບັນຫານະໂຍາຍ ແລະ ກາລະໂອກາດ ໃນການສ້າງຄວາມມີສະຖຽນລະພາບ ທາງດ້ານເສດຖະກິດມະຫາພາກ ແລະ ການເຕີບໂຕສີຂຽວແບບຍືນຍົງ;
4. ຂອບການຕິດຕາມກວດກາ ແລະ ປະເມີນສຳລັບແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X;
5. ການປັບປຸງຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງ ແລະ ເສັ້ນທາງໄປສູ່ການເຄື່ອນຍ້າຍຖິ່ນຖານ;
6. ການແກ້ໄຂການໃຊ້ຈ່າຍງົບປະມານຂອງລັດຖະບານທີ່ຈຳກັດ ໃນຂະແໜງການສາທາລະນະສຸກ ແລະ ການສຶກສາ ໃນສະພາບການຖອນທຶນຈາກຜູ້ໃຫ້ທຶນ;
7. ການວາງນະໂຍບາຍການພັດທະນາສັງຄົມແບບມີສ່ວນຮ່ວມ ຈາກທຸກພາກສ່ວນ ແລະ ການຫລຸດຜ່ອນຄວາມບໍ່ເທົ່າທຽມກັນໃນສັງຄົມ;
8. ການສ້າງສົມດຸນລະຫວ່າງການເຕີບໂຕ ທາງດ້ານເສດຖະກິດ ແລະ ການປົກປ້ອງສິ່ງແວດລ້ອມ;
9. ການວາງນະໂຍບາຍການຍົກລະດັບຄວາມອາດສາມາດໃນການແກ້ໄຂບັນຫາ ການປ່ຽນແປງດິນຟ້າອາກາດ ແລະ ການຫລຸດຜ່ອນຄວາມສ່ຽງຈາກໄພພິບັດ;
10. ການວາງນະໂຍບາຍການເຊື່ອມໂຍງກັບພາກພື້ນ ແລະ ການອຳນວຍຄວາມສະດວກໃຫ້ແກ່ການຄ້າ;
11. ການລະດົມທຶນຊັບພະຍາກອນ ສຳລັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X;
12. ການຫັນເປັນດີຈິຕອນ ແລະ ນະວັດຕະກຳໃໝ່ ເພື່ອການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ;
13. ການນຳໃຊ້ປັນຍາປະດິດ (AI) ເພື່ອການສຶກສາ ແລະ ການພັດທະນາເສດຖະກິດ.
