ລັດຖະມົນຕີກະຊວງ ຍທຂ ລົງຕິດຕາມໂຄງການກໍ່ສ້າງທາງ ທ່າແຂກ-ຊາຍແດນ ສາກົນນາເພົ້າ ມູນຄ່າ 1,833 ລ້ານກວ່າບາດ ເປັນເງິນກູ້ຍືມ ແລະ ເງິນຊ່ວຍເຫລືອລ້າ

ວັນທີ 4 ພະຈິກ 2025 ທ່ານ ເຫລັກໄຫລ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງ ຄໍາມ່ວນ ພ້ອມຄະນະ ໄດ້ລົງຕິດຕາມ ແລະ ຊຸກຍູ້ໂຄງການປັບປຸງທາງຫລວງແຫ່ງຊາດ ເລກ 12 (ສັນຍາ 1 ແລະ ສັນຍາ 2) ແຕ່ ທ່າແຂກ ຫາ ດ່ານສາກົນນາເພົ້າ ແຂວງຄໍາມ່ວນ ຄວາມຍາວທັງໝົດ 147.5 ກິໂລແມັດ ໂດຍນໍາໃຊ້ທຶນກູ້ຢືມ ແລະ ຊ່ວຍເຫລືອລ້າ ຈາກອົງການ ເນດ້າ (NEDA) ຣາຊະອານາຈັກໄທ ໃນວົງເງິນທັງໝົດ 1,833 ລ້ານກວ່າບາດ ( ຫລື ປະມານ 1,227 ຕື້ກ່ວາກກີບ). ໃນນັ້ນ, ເງິນກູ້ຢືມ 1,742 ລ້ານກວ່າບາດ ເທົ່າກັບ 95.03% ແລະ ເງິນຊ່ວຍເຫລືອລ້າ 91 ລ້ານກວ່າບາດ ເທົ່າກັບ 4.97%.
I. ລາຍລະອຽດການຈັດຕັ້ງປະຕິບັດວຽກ ມີດັ່ງນີ້:
• ເຈົ້າຂອງໂຄງການແມ່ນ ກົມຂົວທາງ ກະຊວງໂຍທາທິການ ແລະ ຂົນສົ່ງ
• ທີ່ປຶກສາໂຄງການ: ບໍລິສັດ Asian Engineering Consultants (ໄທ) ຮ່ວມກັບ ບໍລິສັດ Lao Consulting Group (ລາວ).
• ຜູ້ຮັບເໝົາກໍ່ສ້າງ: ສັນຍາ 1: ປັບປຸງທາງເລກ 12 ແຕ່ ເມືອງທ່າແຂກ ຫາ ເມືອງຍົມມະລາດ ແລະ ທາງເວັ້ນຕົວເມືອທ່າແຂກ 4 ກິໂລແມັດ ຄວາມຍາວທັງໝົດ ແມ່ນ 61.5 ກິໂລແມັດ,
• ຄວາມຄືບໜ້າການຈັດຕັ້ງປະຕິບັດວຽກ ພາຍຫລັງໄດ້ເຊັນສັນຍາຮັບເໝົາກໍ່ສ້າງ ກັບ ບໍລິສັດຮັບເໝົາ 2 ສັນຍາ ໃນວັນທີ 22 ພຶດສະພາ 2025 ມາຮອດປັດຈຸບັນ ແມ່ນຢູ່ໃນຊ່ວງລະດູຝົນ,
II. ໜ້າວຽກທີ່ຈັດຕັ້ງປະຕິບັດໄດ້ ມີດັ່ງນີ໊
• ກະກຽມດໍາເນີນວຽກຍົກຍ້າຍ ແລະ ຊົດເຊີຍ ສິ່ງກີດຂວາງຕ່າງໆອອກຈາກແລວການກໍ່ສ້າງ;
• ກໍ່ສ້າງ ສໍານັກງານ ຫ້ອງການ, ຫ້ອງທົດລອງ ແລະ ທີ່ພັກເຊົາ ຂອງຄະນະຮັບຜິດຊອງໂຄງການ ແລະ ທີ່ປຶກສາ ;
• ສັນຍາ 1 ແລະ ສັນຍາ 2 ໄດ້ດໍາເນີນວຽກສ້ອມແປງໜ້າທາງເກົ່າ ເພື່ອແກ້ໄຂການສັນຈອນ;
• ຜູ້ຮັບເໝົາ ໄດ້ຜະລິດ ຫີນເພື່ອກໍ່ສ້າງຊັ້ນເຊື່ອທາງ, ຫີນສ່ວນປະສົມເບຕົງ;
• ເລີ່ມດຳເນີິນວຽກ ບຸກເບີກ ແລະ ອະນາໄມ ຕາມຂອບເຂດການກໍ່ສ້າງທາງ.
ສະຫລຸບຄວາມຄືບໜ້າການຈັດຕັ້ງປະຕິບັດວຽກ ຂອງໂຄງການ ສະເລ່ຍໄດ້ທັງໝົດ 0.53%, ຕາມແຜນ ການແມ່ນ 1.15%, ຫລຸດແຜນການທີ່ກໍານົດໄວ້ 0.62%.

ທ່ານ ເຈົ້າແຂວງຄໍາມ່ວນ ກ່າວວ່າ: ຖ້າຫາກໂຄງການສໍາເລັດຕາມແຜນການ ຈະເປັນເງື່ອນໄຂທີ່ສໍາຄັນ ເຮັດໃຫ້ການຂົນສົ່ງຂອງແຂວງ ກໍ່ຄືພາກພື້ນມີຄວາມສະດວກໂລ່ງລ່ຽນ, ເປັນແຮງກະຕຸ້ນເຮັດໃຫ້ເສດຖະກິດຂອງບັນດາເມືອງຕາມແນວທາງມີການຂະຫຍາຍຕົວເພີ່ມຂຶ້ນ, ດຶງດູດນັກທ່ອງທ່ຽວ ແລະ ມີບາງຂໍ້ສະເໜີ ເພີ່ມເຕີມ ທີ່ເຫັນວ່າ ແຂວງ ແລະ ກະຊວງ ຍທຂ ຕ້ອງໄດ້ເອົາໃຈໃສ່ຮ່ວມກັນ ເພື່ອເຮັດໃຫ້ ເສັ້ນທາງ ສໍາເລັດຕາມແຜນການທີ່ວາງໄວ້ ແລະ ເກີດຜົນປະໂຫຍດສູງສຸດ.
ທ່ານ ເຫລັກໄຫລ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ມີຄໍາເຫັນຊີ້ນໍາໃຫ້ ເຈົ້າຂອງໂຄງການເອົາໃຈໃສ່ ຈັດຕັ້ງປະຕິບັດວຽກງານໃຫ້ມີຜົນສໍາເລັດຕາມແຜນການ, ພ້ອມດຽວກັນນັ້ນ ກໍ່ໃຫ້ກວດກາຄືນບາງໜ້າວຽກ ບາງຊ້ວງ ທີ່ເປັນເຂດຊຸມຊົນໃຫ້ເອົາໃຈໃສ່ຮັບປະກັນການກໍ່ສ້າງ ໃຫ້ມີຄວາມປອດໄພ, ຄຸ້ມຄອງເອົາໃຈໃສ່ ບັນຫາສະພາບແວດລ້ອມບໍ່ໃຫ້ມີຜົນກະທົບຕໍ່ການການຮຽນການສອນ ໃນເຂດແລວທາງ. ພ້ອມດຽວກັນ ກໍເນັ້ນໃຫ້ຄະນະກົມທີ່ຕິດຕາມເອົາໃຈໃສ່ ສົມທົບກັບເຈົ້າຂອງໂຄງການ ຕິດຕາມກວດກາ ເພີ່ມເຕີມລະອຽດ ຂອງໂຄງການ, ວັດສະດຸທີ່ນໍາມາກໍ່ສ້າງຕ້ອງໃຫ້ມີມາດຕະຖານ ທັງນີ້ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໂຄງການດໍາເນີນໄປຕາມແຜນການ.
ທີ່ມາ: khammouane News
