ແຜນການຕໍ່ໜ້າ ຈະກໍ່ສ້າງທາງລົດໄຟຈາກນະຄອນຫລວງວຽງຈັນ ຫາແຂວງຄໍາມ່ວນ ອອກຊາຍ ແດນລາວ – ຫວຽດນາມ

ວັນທີ 4 ພະຈິກ 2025 ທີ່ຫ້ອງວ່າການປົກຄອງແຂວງຄໍາມ່ວນ ທ່ານ ເຫລັກໄຫລ ສີວິໄລ ລັດຖະມົນ ຕີກະຊວງ ໂຍທາທິກາານ ແລະ ຂົນສົ່ງ ພ້ອມຄະນະໄດ້ເຂົ້າພົບປະ ກັບ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ໃນໂອກາດມາເຮັດວຽກຢູ່ແຂວງຄໍາມ່ວນ.

ໂອກາດນີ້ ທ່ານ ເຫລັກໄຫລ ສີວິໄລ ໄດ້ລົງຕິດຕາມ ແລະ ຊຸກຍູ້ວຽກງານ ຍທຂ ພາຍໃນແຂວງຄໍາມ່ວນ, ພ້ອມພົບປະໂອ້ລົມ ແຜນພັດທະນາຂະແໜງ ຍທຂ ໃນຕໍ່ໜ້າ ແລະ ແນະນຳຍຸດທະສາດສໍາຄັນຈຳນວນໜຶ່ງ ໃຫ້ແຂວງຄຳມ່ວນເອົາໃຈໃສ່ປະຕິບັດໃຫ້ເຂັ້ມງວດເປັນຕົ້ນ:

– ຈະມີການພັດທະນາ ແລະ ກໍ່ສ້າງ ທາງລົດໄຟຈາກນະຄອນຫລວງວຽງຈັນ ມາແຂວງຄໍາມ່ວນ ແລະ ຈາກຄໍາມ່ວນໄປຊາຍແດນລາວ – ຫວຽດນາມ.

– ຍົກລະດັບເສັ້ນທາງເລກ 13 ໃຕ້, ເສັ້ນທາງ ເລກທີ 12 ໄລຍະທາງ 147 ກມ ທີ່ອອກໄປຊາຍແດນຫວຽດນາມ

– ໂຄງການຄອງລະບາຍນໍ້າ (DR CW01/L0t2) ຂອງໂຄງການ ພັດທະນາຕົວເມືອງ ຕາມແລວທາງອານຸພາກພື້ນ ແມ່ນໍ້າຂອງ 4 (GMS4) ຕົວເມືອງທ່າແຂກ ແລະ ບັນຫາອື່ນໆທີ່ມີຄວາມສົນໃຈຮ່ວມກັນ.

ການລົງເຄື່ອນໄຫວຄັ້ງນີ້ ຄະນະນໍາກະຊວງ ຍທຂ ໄດ້ຢ້ຽມຢາມພະແນກ ຍທຂ ແຂວງ, ລົງຕິດຕາມການພັດທະນາພື້ນຖານໂຄງລ່າງຈໍານວນໜຶ່ງ ແລະ ໄດ້ເຂົ້າຮ່ວມ ພິທີມອບຮັບ ໂຄງການ ກໍ່ສ້າງ ຄອງລະບາຍນໍ້າ (DR CW01/L0t2) ຂອງໂຄງການ ພັດທະນາຕົວເມືອງ ຕາມແລວທາງອານຸພາກພື້ນ ແມ່ນໍ້າຂອງ 4(GMS4) ຕົວເມືອງທ່າແຂກ ແຂວງ ຄໍາມ່ວນ.

ທີ່ມາ: Khammouane News