ເຈົ້າແຂວງຫົວພັນ ຕ້ອນຮັບ ກົງສູນໃຫຍ່ຫວຽດນາມ ປະຈໍາພາກເໜືອລາວ

ວັນທີ 3 ພະຈິກ 2025 ຢູ່ທີ່ຫ້ອງຮັບແຂກຫ້ອງວ່າການແຂວງໆຫົວພັນ, ທ່ານ ຄໍາແພງ ໄຊສົມແພງ ກຳມະການສູນກາງພັກ, ເຈົ້າແຂວງໆຫົວພັນ ໄດ້ຕ້ອນຮັບທ່ານ ວູ່ ງັອກ ລີ ກົງສູນໃຫຍ່ຫວຽດນາມ ປະຈໍາພາກເໜືອລາວ ພ້ອມດ້ວຍຄະນະທີ່ເດີນທາງມາຢ້ຽມຢາມ ແລະ ສະເໜີຕົວເນື່ອງໃນໂອກາດທີ່ ທ່ານໄດ້ຮັບດຳລົງຕໍາແໜ່ງເປັນກົງສູນໃຫຍ່ຫວຽດນາມປະຈໍາພາກເໜືອລາວຜູ້ໃໝ່, ພ້ອມທັງຕີລາຄາຜົນການພົວພັນຮ່ວມມືອັນເປັນມູນເຊື້ອທີ່ດີງາມໄລຍະຜ່ານມາ.

ໂອກາດນີ້ທ່ານ ເຈົ້າແຂວງໆຫົວພັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມຂອງ ທ່ານກົງສູນໃຫຍ່ຫວຽດນາມ ປະຈໍາພາກເໜືອລາວ, ເຊິ່ງສະແດງໃຫ້ເຫັນເຖິງຄວາມເຂົ້າອົກເຂົ້າໃຈຢ່າງສະໜິດສະໜົມລະຫວ່າງ ແຂວງຫົວພັນ ແລະ ກົງສູນໃຫຍ່ ເວົ້າສະເພາະ, ເວົ້າລວມແມ່ນສາຍພົວພັນແບບພິເສດ ລາວ-ຫວຽດນາມ, ຫວຽດນາມ-ລາວ,
ໂອກາດນີ້, ທ່ານເຈົ້າແຂວງໆຫົວພັນໄດ້ແຈ້ງຜົນສໍາເລັດບາງດ້ານຂອງກອງປະຊຸມໃຫຍ່ຄັ້ງທີ 11 ຂອງອົງຄະນະພັກແຂວງຫົວພັນໃຫ້ຄະນະຜູ້ແທນກົງສູນຮັບຊາບ. ສໍາລັບແຂວງຫົວພັນ ມີຊາຍແດນຕິດກັບ 2 ແຂວງຂອງລາວຄື: ແຂວງຊຽງຂວາງ, ແຂວງຫຼວງພະບາງ ແລະ ຕິດກັບ 3 ແຂວງຂອງ ສສ ຫວຽດ ນາມຄື: ແຂວງເຊິນລາ, ແຂວງແທັງຮວ່າ ແລະ ແຂວງເງ້ອານ, ການພັດທະນາເສດຖະກິດປະກອບມີ 5 ທ່າແຮງຄື: ປູກຝັງ, ລ້ຽງສັດ, ທ່ອງທ່ຽວ, ໄຟຟ້າ ແລະ ຫັດຖະກຳ. ໃນຊຸມປີຜ່ານມາແຂວງຫົວພັນ ມີຄວາມເປັນລະບຽບຮຽບຮ້ອຍ, ມີສະຖຽນລະພາບທາງດ້ານການເມືອງ ແລະ ສັງຄົມມີຄວາມສະຫງົບໂດຍພື້ນຖານ.

ພ້ອມນີ້ ກໍໄດ້ຊົມເຊີຍ ທ່ານ ວູ່ ງັອກ ລີ ກົງສູນໃຫຍ່ຫວຽດນາມ ປະຈໍາພາກເໜືອລາວ ພ້ອມດ້ວຍຄະນະ ທີ່ມີບົດບາດສໍາຄັນໃນການປະສານງານການພົວພັນຮ່ວມມື, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ, ສະໜັບສະໜູນ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍມູນເຊື້ອ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ, ອວຍພອນໃຫ້ສາຍພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດ ລາວ-ຫວຽດນາມ ຈົ່ງໝັ້ນຄົງທະນົງແກ່ນຕະຫຼອດກາລະນານ.

ທ່ານ ບຸນລວຍ ສຸດທິວົງ ຫົວໜ້າພະແນກການຕ່າງປະເທດແຂວງຫົວພັນ ລາຍງານວ່າ: ໃນໄລຍະຜ່ານມາແຂວງຫົວພັນໄດ້ເຊັນບົດບັນທຶກຮ່ວມມືກັບບັນດາແຂວງຂອງ ສສ ຫວຽດນາມ ຄື: ບົດບັນທຶກຮ່ວມມືຫົວພັນ-ແທັງຮວ່າ ໄລຍະປີ 2021-2025; ຫົວພັນ-ເຊິນລາ 2024-2026; ຫົວພັນ-ບັກນິງ 2022-2025; ຫົວພັນ-ກວາງນິງ 2022-2026 ແລະ ແຂວງຫົວພັນ-ນະຄອນໂຮ່ຈີມິງ 2023-2025. ໄດ້ຮັບທຶນຊ່ວຍກໍ່ສ້າງຊັບພະຍາກອນມະນຸດ ຈາກ ສສ ຫວຽດນາມ ໃນປີ 2025 ມີທັງໝົດ 244 ທຶນ ( ແຂວງແທັງຮວ່າ 51 ທຶນ, ແຂວງເຊິນລາ 45 ທຶນ , ໂຮ່ຈີມິນ 50 ທຶນ, ທາຍຫງວຽນ 35 ທຶນ, ກວາງນິງ 36 ທຶນ ແລະ ເງ້ອານ 27 ທຶນ ).

ປະຈຸບັນ, ມີຊາວຫວຽດນາມທີ່ມາອາໃສຢູ່ແຂວງຫົວພັນທັງໝົດ 3,903 ຄົນ, ຍິງ 1,027 ຄົນ ແລະ ມີຊາວຫວຽດນາມທີ່ພວມດຳເນີນທຸລະກິດຢູ່ແຂວງຫົວພັນ ມີ 133 ຫົວໜ່ວຍ.