ສປປ ລາວ ຈະສະຫລອງວັນອາຫານໂລກ ຄົບຮອບ 45 ປີ ໃນວັນທີ 7-8 ພະຈິກ 2025 ນີ້
ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວ້ດລ້ອມໄດ້ຖະແຫຼງຕໍ່ສື່ມວນຊົນ ໃນວັນທີ 31 ຕຸລາ 2025 ຜ່ານມານີ້ວ່າ: ໄພອຶດຫິວ ໄດ້ເປັນບັນຫາໃຫຍ່ຂອງໂລກ ມາເປັນເວລາຫຼາຍສະຕະວັດແລ້ວ ຊຶ່ງ ອົງການອາຫານ ແລະ ການກະເສດ ຂອງ ສະຫະປະຊາຊາດ (FAO) ໄດ້ກຳນົດເອົາ ວັນທີ 16 ຕຸລາ ຂອງທຸກໆປີ ເປັນວັນອາຫານໂລກ ເລີ່ມແຕ່ປີ 1980 ແລະ ໄດ້ກຳນົດເອົາ ວັນທີ 17 ຕຸລາ ເປັນວັນສາກົນ ເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 1992 ເປັນຕົ້ນມາ. ລັດຖະບານ ແຫ່ງ ສປປ ລາວ ເຫັນໄດ້ຄວາມສໍາຄັນ ຂອງວຽກງານ ດັ່ງກ່າວ ຊຶ່ງໄດ້ກໍານົດເອົາວັນທີ 17-24 ຕຸລາ ຂອງທຸກໆປີ ເປັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 2003 ເປັນຕົ້ນມາ. ພ້ອມດຽວກັນ, ປີນີ້ຍັງເປັນປີສະເຫຼີມສະຫຼອງ ການສ້າງຕັ້ງອົງການ FAO ຄົບຮອບ 80 ປີ ຊຶ່ງເປັນອົງການທີ່ມີບົດບາດສໍາຄັນໃນການປະກອບສ່ວນເຂົ້າໃນການຄ້າປະກັນສະບຽງອາຫານໃນທົ່ວໂລກ.
ສໍາລັບປີນີ້ ສປປ ລາວ ຈະສະເຫຼີມສະຫຼອງວັນອາຫານໂລກ ຄົບຮອບ 45 ປີ ປະຈຳປີ 2025 ແລະ ລະນຶກເຖິງວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ຂຶ້ນໃນລະຫວ່າງ ວັນທີ 7-8 ພະຈິກ 2025 ທີ່ຈະມາເຖິງນີ້ ທີ່ນະຄອນຫຼວງວຽງຈັນ, ພາຍໃຕ້ຄໍາຂວັນ: “ຮ່ວມມືກັນເພື່ອອາຫານ ແລະ ອະນາຄົດທີ່ດີກວ່າ” ແລະ ຢຸດຕິການປະຕິບັດທີ່ບໍ່ຖືກຕ້ອງໃນສັງຄົມ ແລະ ສະຖາບັນ ດ້ວຍການຮັບປະກັນຄວາມເຄົາລົບ ແລະ ການສະໜັບສະໜູນຄອບຄົວຢ່າງ ມີປະສິດທິພາບ”
ການໂຮມຊຸມນຸມ ແລະ ລະນຶກເຖິງ 2 ວັນດັ່ງກ່າວ ແມ່ນມີຄວາມໝາຍ ຄວາມສໍາຄັນ ບໍ່ສະເພາະແຕ່ ແນໃສ່ປູກຈິດສໍານຶກ ແລະ ສ້າງຄວາມຮັບຮູ້ ໃຫ້ປະຊາຊົນໃນທົ່ວໂລກ ໄດ້ເຂົ້າໃຈເຖິງຄວາມທຸກຍາກ ແລະ ໄພອຶດຫິວ, ແຕ່ຍັງແມ່ນເພື່ອໃຫ້ມີກໍາລັງໃຈ, ມີຄວາມກ້າຫານ ແລະ ມີຄວາມສາມາດບືນຕົວອອກຈາກຄວາມທຸກຍາກ ແລະ ໄພອຶດຫິວ, ພ້ອມທັງຮຽກຮ້ອງໃຫ້ທຸກພາກສ່ວນມີສ່ວນຮ່ວມໃນການຜະລິດສະບຽງອາຫານໃຫ້ຫຼາກຫຼາຍ, ມີປະສິດທິພາບ ແລະ ຍືນຍົງ, ດັ່ງນັ້ນຕາງໜ້າໃຫ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມໃນນາມເປັນເຈົ້າພາບ ຈັດພິທີສະເຫຼີມສະຫຼອງຢ່າງເປັນທາງການໃນປີນີ້ ກໍຄືຄະນະຮັບຜິດຊອບຈັດງານທັງໝົດ ຮຽກຮ້ອງມາຍັງບັນດາທ່ານ ທົ່ວພັກ, ທົ່ວລັດ, ທົ່ວປວງຊົນລາວທັງຊາດ ຕະຫຼອດຮອດບັນດາຄູ່ຮ່ວມພັດທະນາຕ່າງໆ ຢູ່ ສປປ ລາວ ຈົ່ງພ້ອມກັນເປັນເຈົ້າການ ສະເຫຼີມສະຫຼອງວັນດັ່ງກ່າວ.
ທີ່ມາ: ໜັງສືພິມປະຊາຊົນ

