ລາຍງານຄວາມພ້ອມ ເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຢ່າງເປັນທາງການວັນທີ 15 ພະຈິກ 2025ນີ້

ວັນທີ 2 ພະຈິກ 2025 ທີ່ສຳນັກງານອົງການປົກຄອງ ນວ ໄດ້ຈັດກອງປະຊຸມກຳມະການຝ່າຍຕ່າງໆລາຍງານຄວາມພ້ອມ ຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ (ນວ) ເປັນເຈົ້າພາບ ໂດຍເປັນປະທານຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ປະທານຈັດງານ ມີບັນດາຄະນະຮັບຜິດຊອບລະດັບຊາດ ຄະນະກຳມະການ ອະນຸກຳມະການ ກອງເລຂາ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການລາຍງານ ແລະ ປຶກສາຫາລືວຽກງານຕ່າງໆທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນເປັນຕົ້ນວຽກຕ່າງໆຂອງກຳມະການກອງເລຂາ ແລະ ຝ່າຍກຳມະ ການຕ່າງໆ, ລາຍງານການກະກຽມຄວາມພ້ອມຮອບດ້ານການແຂ່ງຂັນກີລາແຕ່ລະປະເພດຂອງກຳມະການເຕັກນິກ-ຈັດການແຂ່ງຂັນ, ລາຍງານຄວາມພ້ອມການປັບປຸງ ແລະ ສ້ອມແປງສະໜາມກີລາ, ລາຍງານການກະກຽມຄວາມພ້ອມວຽກງານຕ່າງໆຂອງພິທີເປີດ-ປິດ, ລາຍງານການຈັດສັນທີ່ພັກໃຫ້ຄູຝຶກ ນັກກິລາ.
ທ່ານ ອາດສະພັງທອງ ສີພັນດອນ ໄດ້ສະຫລຸບຕີລາຄາຜົນການເຄື່ອນໄຫວວຽກງານຕ່າງໆ ຂອງແຕ່ລະພາກສ່ວນທີ່ຄະນະກຳມະການລະດັບຊາດມອບວຽກໃຫ້ ເຫັນວ່າມີຜົນສຳເລັດຫລາຍດ້ານ. ແຕ່ຄຽງຄູ່ກັນນັ້ນກໍຍັງມີບາງວຽກງານທີ່ຍັງບໍ່ທັນສຳເລັດຕາມແຜນການທີ່ວາງໄວ້ ເຊິ່ງແຕ່ລະພາກສ່ວນຈະຕ້ອງອອກແຮງສືບຕໍ່ຈັດຕັ້ງປະຕິບັດບໍ່ວ່າຈະເປັນວຽກງານສະຖານທີ່ຈັດພິທີເປີດ-ປິດ ວຽກງານປະດັບປະດາ ສະຖານທີ່ພັກເຊົາ ການບໍລິການຂົນສົ່ງມວນຊົນ ແລະ ນັກກີລາຂອງລົດເມສາທາລະນະ ອາຫານ-ເຄື່ອງດື່ມ ການປະສານຈຸດໄປຮັບນັກກິລາທີ່ເດີນທາງມາແຕ່ຕ່າງແຂວງ ແລະ ອື່ນໆ ຈົ່ງພ້ອມກັນຂຸ້ນ ຂ້ຽວຈັດຕັ້ງປະຕິບັດໃຫ້ສຳເລັດຕາມແຜນການກໍຄືສຳເລັດກ່ອນຮອດພິທີເປີດຢ່າງເປັນທາງການໃນວັນທີ 15 ພະຈິກ 2025.
ທີ່ມາ: ໜັງສືພິມວຽງຈັນໃໝ່

