ເປີດບຸນນະມັດສະການ ພະທາດຫລວງວຽງຈັນ ປະຈຳປີ 2025 ຢ່າງເປັນທາງການ
ບຸນນະມັດສະການ ພະທາດຫລວງວຽງຈັນ ແລະ ງານວາງສະແດງສິນຄ້າ ປະຈຳປີ 2025 ໄດ້ເປີດຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 1-5 ພະຈິກ 2025 ຢູ່ເດີ່ນສະໜາມຫລວງ ແລະ ຢູ່ສູນການຄ້າ ລາວ-ໄອເຕັກ ນະຄອນຫລວງວຽງຈັນ ໂດຍມີຫລາກຫລາຍກິດຈະກໍາ ສອດຄ່ອງກັບຮີດຄອງປະເພນີ ແລະ ວັດທະນະທໍາອັນດີງາມ ຂອງຊາດລາວເຮົາ, ໂດຍການເຂົ້າຮ່ວມເປີດງານ ໂດຍທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ມີບັນດາການນໍາພັກ, ລັດ, ມີຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳລາວ, ພ້ອມແຂກຖືກເຊີນ ແລະ ມວນຊົນຊາວນະຄອນຫລວງວຽງຈັນ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ກິແກ້ວ ໄຂຄຳພິທູນ ມີຄຳເຫັນກ່າວເປີດບຸນນະມັດສະການພະທາດຫລວງວຽງຈັນ ຢ່າງເປັນທາງການ ໂດຍທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ອຳນາດການປົກຄອງນະຄອນຫລວງວຽງຈັນ ກໍຄື ຄະນະຮັບຜິດຊອບຈັດງານ ທີ່ໄດ້ຈັດງານບຸນລະດັບຊາດທີ່ຍິ່ງໃຫຍ່ນີ້ຂຶ້ນ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ການຈັດບຸນນະມັດສະການພະທາດຫລວງ ແລະ ງານວາງສະແດງສິນຄ້າປະຈໍາປີ 2025 ຈະເປັນການສືບສານປະເພນີອັນດີງາມຂອງຊາດ, ການສົ່ງເສີມສິນຄ້າພາຍໃນ ແລະ ຕ່າງປະເທດ, ທັງຈະເປັນການດຶງດູດ ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ທີ່ຈະເດີນທາງເຂົ້າມາທ່ຽວງານບຸນ ກໍຄື ທ່ຽວຊົມສະຖານທີ່ທ່ອງທ່ຽວສໍາຄັນ ພາຍໃນນະຄອນຫລວງວຽງຈັນ ກໍຄື ສປປ ລາວ ໃຫ້ນັບມື້ນັບຫລາຍຂຶ້ນ.
ພ້ອມນີ້, ທ່ານໄດ້ຮຽກຮ້ອງ ໃຫ້ທຸກພາກສ່ວນ ທັງພາກລັດ, ເອກະຊົນ, ບັນດາອົງການຈັດຕັ້ງສາກົນ ລວມທັງປະຊາຊົນລາວບັນດາເຜົ່າ ຈົ່ງພ້ອມກັນໃຫ້ການຮ່ວມມືສະໜັບສະໜູນ ການຈັດງານບຸນນະມັດສະການພະທາດຫລວງໃນປີນີ້ ໃຫ້ມີບັນຍາກາດຟົດຟື້ນ ມ່ວນຊື່ນຕະຫລອດງານ ແລະ ຮັບ ປະກັນໄດ້ຄວາມສະຫງົບປອດໄພ ຮອບດ້ານ.
ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ບຸນນະມັດສະການພະທາດຫລວງວຽງຈັນ ແມ່ນກິດຈະກຳໜຶ່ງ, ແມ່ນຮີດຄອງປະເພນີ ວັດທະນະທຳອັນດີງາມຂອງຊາວລາວເຮົາ ຊຶ່ງໄດ້ສືບທອດປະຕິບັດກັນມາ ຄຽງຄູ່ກັບຄົນລາວ, ຄົນນະຄອນຫລວງວຽງຈັນ, ນັບແຕ່ມື້ພະທາດຫລວງແຫ່ງນີ້ໄດ້ຮັບການສ້າງຂຶ້ນ ແລະ ພົ້ນເດັ່ນທີ່ສຸດແມ່ນໃນໄລຍະທີ່ ພະເຈົ້າ ໄຊຍະເສດຖາທິລາດ ມານຳພາປະຕິສັງຂອນພະທາດຫລວງແຫ່ງນີ້ ແລະ ໄດ້ສະເຫລີມສະຫລອງໃຫຍ່ ໃນປີ ຄສ 1560 ໃນໂອກາດທີ່ໄດ້ມີການຍ້າຍນະຄອນຫລວງຈາກຊຽງທອງ ມາຢູ່ນະຄອນວຽງຈັນ ເລົ່າຂານກັນວ່າ ເວລານັ້ນ ເພິ່ນໄດ້ນຳພາຈັດພິທີສະເຫລີມພະມະຫາເຈດີ ເປັນການໃຫຍ່ຕະຫລອດ 7 ມື້ 7 ຄືນ (ອັນໄດ້ກາຍມາເປັນປະເພນີບຸນພະທາດຫລວງວຽງຈັນ ເມື່ອເດືອນ 12 ລາວ ນັບແຕ່ມື້ຂຶ້ນ 8 ຄໍ່າຂອງທຸກໆປີ ສືບຕໍ່ກັນມາ). ບຸນທາດຫລວງປີ້ນີ້, ມີກິດຈະກຳທາງສາສະໜາ ເປັນຕົ້ນ ໃນຕອນແລງ ຂອງວັນທີ 3 ພະຈິກ ຈະມີພິທີ ສູດປະລິຕະມຸງຄຸນ ທີ່ດ້ານໃນກົມມະລຽນພະທາດ, ຕອນບ່າຍວັນທີ 4 ພະຈິກ ມີພິທີ ແຫ່ຜາສາດເຜິ້ງ, ສ່ວນມື້ສຸດທ້າຍຂອງງານ ວັນທີ 5 ພະຈິກ ໃນຕອນເຊົ້າ ຈະມີພິທີໃສ່ບາດ. ຈາກນັ້ນ, ໃນຕອນບ່າຍມີພິທີແຫ່ລູກຄີ ແລະ ແຂ່ງຂັນກິລາພື້ນບ້ານ (ຕີຄີ), ສ່ວນໃນຕອນຄ່ຳ ຈະມີພິທີວຽນທຽນ ຖືວ່າ ສິ້ນສຸດ ຢ່າງເປັນທາງການ, ຊຶ່ງຕະຫລອດໄລຍະ 5 ວັນ ຈະໄດ້ເປີດໃຫ້ມວນຊົນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າທ່ຽວຊົມງານ ແລະ ກິດຈະກຳປິ່ນອ້ອມ ໂດຍຈະເລີ່ມແຕ່ເວລາ 7:30 ໂມງ ຈົນຮອດເວລາ 23:30 ໂມງ.
ນອກຈາກກິດຈະກຳທີ່ໄດ້ຈັດຢູ່ສະໜາມຫລວງແລ້ວ, ຍັງໄດ້ມີການວາງສະແດງ ແລະ ຂາຍສິນຄ້າ ຢູ່ສູນການຄ້າ ລາວ-ໄອເຕັກ ຊຶ່ງເນັ້ນໃສ່ຜະລິດຕະພັນສິນຄ້າພາຍໃນເປັນຕົ້ນຕໍ ເຊັ່ນ: ຜະລິດຕະພັນສິນຄ້າກະສິກຳ; ຫັດ ຖະກຳ ແລະ ຜະລິດຕະພັນວັດທະນະທຳ; ຜະລິດຕະພັນອຸດສາຫະກຳໂຮງຈັກ, ໂຮງງານຂະໜາດໃຫຍ່, ກາງ ແລະ ຂະໜາດນ້ອຍ. ນອກນັ້ນ, ໃນປີນີ້, ຍັງໄດ້ເຊີນບັນດານະຄອນເພື່ອນມິດຕ່າງປະເທດ ເຊັ່ນ: ສສ ຫວຽດນາມ, ຈີນ, ກຳປູເຈຍ, ໄທ ເຂົ້າມາຮ່ວມງານ ແລະ ສ້າງເງື່ອນໄຂໃຫ້ມີການນຳເອົາຜະລິດຕະພັນສິນຄ້າມາແລກປ່ຽນວາງສະແດງ ແລະ ຂາຍໃນງານ ຕື່ມອີກ.
ທີ່ມາ: ຂ່າວສານປະເທດລາວ

