ທ່ຽວບຸນທາດຫຼວງ ໃຫ້ມີຄວາມປອດໄພ ຮັກສາໄດ້ຮີດຄອງປະເພນີອັນດີງາມ
ໂດຍ: ຜາຕຸງ
ບຸນນະມັດສະການ ພຣະທາດຫຼວງວຽງຈັນ ປີນີ້ ເພິ່ນຈັດຂຶ້ນແຕ່ ວັນທີ 1 ພະຈິກ 2025 ນີ້ ຈົນເຖິງ ວັນທີ 5 ພະຈິກ 2025 ມື້ເພັງ 15 ຄ່ຳ ເດືອນ 12 ພສ 2568 ໃນງານບຸນນອກຈາກມີພິທີທາງສາດສະໜາ ແລ້ວ ອຳນາດການປົກຄອງນະຄອນຫຼວງວຽງຈັນຍັງຈະຈັດໃຫ້ມີຫຼາຍກິດກຳເພື່ອຄົບງັນຕາມຮີດຄອງປະເພນີທີ່ເຄີຍປະຕິບັດສືບທອດກັນມາແຕ່ດົນນານ ຈັດງານວາງສະແດງສິນຄ້າ ຊຶ່ງຈະຈັດຢູ່ 2 ຈຸດຄື: ບໍລິເວນເດີ່ນສະໜາມຫຼວງ ພະທາດຫຼວງວຽງຈັນ ແລະ ສູນການຄ້າລາວ ໄອເຕັກ.
ນອກຈາກນັ້ນແລ້ວ ເພິ່ນຍັງຈະຈັດໃຫ້ມີຫລາຍກິດຈະກຳ ໂດຍສະເພາະ ກິດຈະກຳອະນຸລັກວັດທະນະ ທຳອັນດີງາມ, ສົ່ງເສີມການທ່ອງທ່ຽວ “ລາວທ່ຽວລາວ” ຈະຕົບແຕ່ງປະຕູໂຂງທາງເຂົ້າງານ ດ້ວຍເຄື່ອງດົນຕີມໍຣະດົກວັດທະນະທໍາອັນຍອດຍິ່ງຂອງຊາດ ກໍຄື ນະຄອນຫລວງວຽງຈັນ ດ້ວຍແຄນ, ກອງຫາງ, ກອງທັດ, ປະດັບປະດາໄຟແສງສີ ຕາມເສັ້ນທາງດ້ານໜ້າປະຕູໂຂງເຂົ້ງານ; ສ່ວນເສັ້ນທາງເຂົ້າສະພາແຫ່ງຊາດ ຈະຕົບແຕ່ງເປັນບ່ອນຮອງຮັບມວນຊົນພັກຜ່ອນ ຈະປະດັບປະດາດອກໄຟ, ໂຄມໄຟ ແລະ ມີຈຸດຖ່າຍຮູບທີ່ສວຍງາມ, ຄຽງຄູ່ກັນນີ້ ຈະຈັດເວທີການສະແດງສິລະປະວັດທະນະທໍາ ທີ່ສ່ອງແສງໃຫ້ເຫັນຄຸນຄ່າວັດທະນະທໍາອັນດີງາມ ເປັນຄວາມເອກອ້າງ ຂອງຊາດລາວ, ຊາວນະຄອນຫລວງວຽງຈັນ ຄົບຮອບ 465 ປີ ຊຶ່ງຈະມີລາຍການສະແດງ ຈາກພາກສ່ວນຕ່າງໆ ທຸກໆວັນ ແຕ່ເວລາ 20:00-22:30 ໂມງ, ຈະວາງສະແດງຮູບພາບປະຫວັດສາດ ເພື່ອຂໍານັບຮັບຕ້ອນ ນະຄອນຫລວງວຽງຈັນ ຄົບຮອບ 465 ປີ ຕິດພັບກັບບຸນນະມັດສະການພະທາດຫລວງ ແລະ 3 ວັນປະຫວັດສາດ ວາງສະແດງພາຂວັນລາວ ດ້ວຍດອກໄມ້ສົດ 3 ພາກ ຄື: ພາກເໜືອ-ກາງ-ໃຕ້, ຕົບແຕ່ງ ແລະ ວາງສະແດງໄມ້ຄີ-ລູກຄີ, ແອບເຂົ້າໃຫຍ່ ແລະ ນົກຍຸງ(ສັດນໍາໂຊກ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII)ເພື່ອກະກຽມໃຫ້ແກ່ງານມະຫະກຳກິລາແຫ່ງຊາດ ຢູ່ເດີ່ນທາດຫລວງ, ອັນທີ່ຂາດບໍ່ໄດ້ແມ່ນການຈັດງານວາງສະແດງສິນຄ້າ ແລະ ຜະລິດຕະພັນ ຕົວແບບ ຢູ່ເດີ່ນທາດຫລວງ; ງານວາງສະແດງການທ່ອງທ່ຽວ, ນະວັດຕະກຳໃໝ່, ສິນຄ້າໂອດັອບ, ສິນຄ້າຄອບຄົວຕົວແບບ, ສິນຄ້າຜະລິດຕະພັນພາຍໃນ ແລະ ວາງສະແດງສິນຄ້າ ຈາກປະເທດເພື່ອນມິດ. ຄາດຄະເນ ມີຫ້ອງວາງສະແດງທັງໝົດ 1,100 ຫ້ອງ. ນອກນີ້, ຍັງມີ ປະເພດສິນຄ້າພື້ນເມືອງ, ອາຫານພື້ນເມືອງ, ເຂົ້າຫລາມ-ປີ້ງໄກ່, ຕົ້ມໄກ່ ແລະ ອື່ນໆ.
ເພື່ອຄວາມປອດໄພໃນງາານບຸນກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ກໍວາງແຜນຮອບດ້ານປ້ອງກັນ ງານບຸນ ຢ່າງເຄັ່ງຄັດ ອອກມາດຕະການ ຂໍ່້ຫ້າມຫຼາຍຢ່າງໃຫ້ສັງຄົມປະຕິບັດຢ່າງເຂັ້ມງວດ ເປັນຕົ້ນ: ຫ້າມໂຄສະນາເຜີຍແຜ່ທຸກຮູບແບບທີ່ຜິດຕໍ່ລະບຽບ,ກົດ ໝາຍບ້ານເມືອງ, ຫ້າມນຳເອົາອາວຸດ, ຂອງມີຄົມທຸກປະເພດ ແລະ ວັດຖຸຕ້ອງຫ້າມທຸກຊະນິດເຂົ້າໄປໃນງານບຸນເດັດຂາດ ຍົກເວັ້ນເຈົ້າໜ້າທີ່, ຫ້າມນຳທາດລະເບີດ, ທາດແຕກ, ທາດເບື່ອ ແລະ ວັດຖຸອອກລິດຕໍ່ຈິດປະສາດທຸກຊະນິດເຂົ້າໃນງານບຸນຢ່າງເດັດຂາດ ແລະ ອື່ນໆອີກຫຼາຍຢ່າງ, ທຸກການກະທຳທີ່ເປັນການລະເມີດຈະດ້ວຍການເຈຕະນາຫຼືບໍ່ເຈດຕະນາລ້ວນແຕ່ຈະຖືກສຶກສາອົບຮົມ, ກ່າວເຕືອນ, ປັບໃໝຕາມສະຖານການລະເມີດ ຫຼື ຖືກດຳເນີນຄະດີຕາມຂະບວນການຍຸຕິທຳຕາມລະບຽບ,ກົດໝາຍ,
ບຸນທາດຫຼວງ, ເປັນປາງບຸນທີ່ເຕັມໄປດ້ວຍຂະນົບທຳນຽມວັດທະນະທຳອັນດີງາມຂອງຊາດທີ່ຄວນແກ່ການອານຸລັກປົກປັກຮັກສາ ສົ່ງເສີມ ເຊື່ອວ່າຈະມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດຈຳນວນຫຼາຍມີຄວາມສົນໃຈໄປທ່ຽວຊົມໄປສໍາຜັດ, ເຂົ້າຮ່ວມເຮັດບຸນສິນກິນທານ ອັນເປັນສັນຍະລັກແຫ່ງນໍ້າໃຈສາມັກຄີປອງດອງຂອງປວງຊົນລາວທັງຊາດ, ເປັນການສືບສານຕໍານານຮີດຄອງປະເພນີອັນດີງາມ, ເປັນເອກະລັກສະເພາະຂອງຄົນລາວ ທີ່ພວກເຮົາຕ້ອງໃສ່ໃຈສົ່ງເສີມ ແລະ ປົກປັກຮັກສາໄວ້ໃຫ້ຍືນຍົງຄຽງຄູ່ກັບຊາດລາວຄົນລາວຕະຫລອດໄປ ສິ່ງສຳຄັນເຮົາຕ້ອງຮັກສາໄດ້ຄວາມສະຫງົບປອດໄພ ຄວາມເປັນລະບຽບຮຽບຮ້ອຍຂອງງານບຸນ ພ້ອມກັນທ່ຽວງານບຸນພຣະທາດຫຼວງໃຫ້ມີຄວາມມ່ວນຊື່ນຢ່າງແທ້ຈິງ.
